ເບິ່ງວີດີໂອ ພາສາລາວ:
ທີ່ວັດ Su Taung Pyai ເທິງພູ Mandalay Hill ພວກນັກທ່ອງທ່ຽວຈີນພາກັນສົງພະ
ລ້າງສ່ວຍຈິດໃຈໃຫ້ສະອາດ. ຈີນເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດຂອງມຽນມາ ແລະຢູ່ໃນ
ເມືອງໃຫຍ່ອັນດັບສອງຂອງມຽນມາແຫ່ງນີ້ ພວກຊາວເມືອງກ່າວວ່າ ພວກຊາວຈີນທີ່
ຫລັ່ງໄຫລເຂົ້າມາເມືອງນີ້ ແມ່ນໄດ້ຄອບງໍາໃຈກາງເມືອງທີ່ຄັບຄັ່ງອັ່ງອໍນັ້ນ ໝົດແລ້ວ.
ທ່ານ Sai Kyaw Zaw ອະດີດເລຂາທິການສະມາຄົມພໍ່ຄ້າເມືອງມັນດາເລ ກ່າວວ່າ
ວົງການທຸລະກິດຂອງຊາວມຽນມາແມ່ນບໍ່ສາມາດຈະແຂ່ງ ກັບຈີນໄດ້ອີກແລ້ວ.
“ທຸລະກິດຕ່າງໆຢູ່ທີ່ນີ້ ແມ່ນເປັນການລົງທຶນຂອງຈີນ 75 ເປີເຊັນ ທັງສ່ວນທີ່ຖືກຕ້ອງ
ແລະບໍ່ຖືກຕ້ອງຕາມກົດໝາຍ. ພວກເຮົາສາມາດມອງເຫັນໄດ້ ຢ່າງແຈ້ງຂາວ ຫລັງ
ຈາກເມືອງມັນດາເລຖືກເຜົາຜານໂດຍອັກຄີໄພ ທີ່ຮຸນແຮງທີ່ສຸດໃນປີ 1985. ຊາວຈີນ
ສ່ວນຫລາຍສາມາດສ້າງບ້ານແປງເຮືອນ ຂອງພວກເຂົາເຈົ້າຄືນໃໝ່ໄດ້ໂດຍທັນທີ
ດ້ວຍການສະໜັບ ສະໜຸນຈາກຈີນແຜ່ນດິນໃຫຍ່. ຫລັງຈາກນັ້ນມາ ເຂດໃຈກາງ
ເມືອງມັນດາເລ ກໍກາຍເປັນເມືອງຈີນ ຫລື China Town ໄປໃນຕົວ.”
ຢູ່ນອກເຂດເມືອງມັນດາເລ ບໍລິສັດຈີນແຫ່ງນຶ່ງກໍາລັງສ້າງທໍ່ສົ່ງແກສແລະ ນໍ້າມັນ ທີ່ພາໃຫ້
ເກີດການຂັດແຍ້ງກັນ ຢູ່ໃນເຂດຊົນນະບົດ.
ຕານ່າງທໍ່ສົ່ງດັ່ງກ່າວນີ້ ຈະລໍາລຽງນໍ້າມັນ ແລະແກສພາຍໃນປະເທດ ຕະຫລອດທັງນໍ້າມັນ
ຈາກກໍ່າປັ່ນບັນທຸກນໍ້າມັນຈາກພາກຕາເວັນອອກກາງ ແລະອາຟຣິກາ ຢູ່ໃນອ່າວ ເບງກາລ
ໄປຍັງປະເທດຈີນ.
ນັກລົງທຶນຕ່າງປະເທດກຸ່ມນຶ່ງໃຫ້ການສະໜັບສະໜຸນແກ່ໂຄງການດັ່ງກ່າວນີ້ ແຕ່ເງິນທຶນ
ສ່ວນໃຫຍ່ແມ່ນມາຈາກຈີນ ພ້ອມທັງຄົນງານຈີນຫລາຍຄົນ ທີ່ບອກໄດ້ ຈາກຊຸດຄົນງານ
ສີແດງທີ່ເຂົາເຈົ້າໃສ່.
ນາຍ Ko Kla Muang ຄົນຂັບລົດດຸດ ກ່າວວ່າ ພວກຄົນງານທ້ອງຖິ່ນທີ່ມີຄວາມຊໍານານ
ວຽກ ສາມາດມີລາຍໄດ້ ປະມານ 250 ໂດລາຕໍ່ເດືອນ. ລາວເວົ້າວ່າ:
“ຂ້ອຍບໍ່ຮູ້ລາຍລະອຽດປານໃດກ່ຽວກັບໂຄງການນີ້ ຂ້ອຍພຽງແຕ່ມາເຮັດວຽກຫາເງິນ
ແຕ່ລະວັນໄປເທົ່ານັ້ນ.”
ໂຄງການດັ່ງກ່າວນີ້ສ້າງໜ້າວຽກກໍຈິງຢູ່ ແຕ່ພວກເຈົ້າຂອງທີ່ດິນທັງຫລາຍ ກໍຄັດຄ້ານບໍ່ພໍໃຈ.
ພະສົງ ທີ່ວັດ Asia A Linn ທີ່ເມືອງ Pyin Oo Lwin ໃນເບື້ອງຕົ້ນ ແມ່ນບໍ່ໄດ້ຮັບເງິນຄ່າ
ຊົດເຊີຍໃດໆ ສໍາລັບດິນຂອງວັດ ທີ່ຖືກຍຶດເອົາ ຈົນກະທັ້ງສື່ມວນຊົນໄດ້ພິມເຜີຍແຜ່ຄໍາຈົ່ມ
ທຸກຂອງພວກເພິ່ນໃຫ້ມະຫາຊົນໄດ້ຮູ້. ພະອາວຸໂສ U Sein Di Tha ກ່າວວ່າ ພວກຊາວນາ
ທ້ອງຖິ່ນແມ່ນຢ້ານຫລາຍ ບໍ່ກ້າປາກກ້າເວົ້າ.
“ລັດຖະບານຈະຍຶດເອົາທີ່ດິນຂອງພວກເຂົາເຈົ້າ ແລະກໍຈະກໍ່ສ້າງສືບຕໍ່ໄປ ບໍ່ວ່າພວກ
ເຈົ້າຂອງທີ່ດິນ ຈະເຫັນພ້ອມ ຫລືບໍ່ເຫັນພ້ອມນໍາກໍຕາມ. ພວກເຂົາເຈົ້າກໍເລີຍພະຍາ
ຍາມທໍາໃຈ ໃຫ້ພໍອົກພໍໃຈກັບຄ່າຊົດເຊີຍທີ່ໄດ້ຮັບ. ບໍ່ມີໃຜດອກ ທີ່ຢາກຖິ້ມທີ່ດິນທໍາ
ມາຫາກິນຂອງພວກເຂົາເຈົ້າໄປ.”
ເພື່ອເອົາຊະນະຈິດໃຈຂອງພວກຄົນທ້ອງຖິ່ນນັ້ນ ບໍລິສັດນໍ້າມັນແຫ່ງຊາດຂອງຈີນໄດ້ບໍລິຈາກ
ເງິນຫລາຍຮ້ອຍລ້ານໂດລາ ເພື່ອຂຸດນໍ້າສ້າງພ້ອມທັງ ສ້າງສຸກສາລາໃໝ່ ແລະໂຮງຮຽນໃຫ້
ຫລາຍຫລັງ.
ທີ່ບ້ານ Hman Pin ນາຍບ້ານ Hla Myint ສະແດງຄວາມຊື່ນຊົມຍິນດີນໍາໂຮງຮຽນໃໝ່
ຫລັງນຶ່ງ ທີ່ບັນຈຸນັກຮຽນໄດ້ 300 ຄົນ.
“ຂ້ອຍດີໃຈແລະສຸຂໃຈຫລາຍ ທີ່ມີໂຮງຮຽນໃໝ່ຫລັງນຶ່ງຢູ່ໃນໝູ່ບ້ານຂອງຂ້ອຍ ເພາະວ່າ
ມັນເປັນໄປບໍ່ໄດ້ທີ່ຈະສ້າງຂື້ນມາໄດ້ດ້ວຍເງິນຂອງພວກເຮົາເອງ. ໂຮງຮຽນຫລັງເກົ່ານັ້ນ
ໃຊ້ມາໄດ້ 40 ກ່ວາປີແລ້ວ ແລະມັນກໍເຊື່ອມໂຊມຜຸພັງລົງຫລາຍ.”
ພວກນັກວິສະວະກອນ ກ່າວວ່າ ທໍ່ສົ່ງນໍ້າມັນແລະແກສນີ້ ຈະສ້າງສໍາເລັດໃນປີໜ້ານີ້ ຊຶ່ງ
ເປັນໂຄງການພັດທະນາໃຫຍ່ໆໂຄງການນຶ່ງຂອງຈີນ ທີ່ສ້າງວຽກງານ ແລະພ້ອມດຽວກັນ
ກໍສ້າງຄວາມຮູ້ສຶກສັບສົນທັງດີໃຈແລະບໍ່ດີໃຈ ໃນບັນດາປະຊາຊົນມຽນມານັ້ນ.
ເບິ່ງວີດີໂດ ພາສາອັງກິດ: