ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Bulgaria ເລືອກຕັ້ງເອົາ ສະມາຊິກສະພາ (ວີດິໂອ)


ຊາວ Bulgaria ສູງອາຍຸຄົນນຶ່ງ ໃຊ້ສິດເລືອກຕັ້ງຂອງລາວ ປ່ອນບັດເອົາສະມາຊິກສະພາ, ວັນທີ 12 ພຶດສະພາ 2013.
ຊາວ Bulgaria ສູງອາຍຸຄົນນຶ່ງ ໃຊ້ສິດເລືອກຕັ້ງຂອງລາວ ປ່ອນບັດເອົາສະມາຊິກສະພາ, ວັນທີ 12 ພຶດສະພາ 2013.
ພວກ​ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ໃນ​ປະ​ເທດ Bulgaria ກໍາລັງ
​ເລືອກ​ເອົາສະມາຊິກ​ສະພາ​ ໃນ​ບັນດາຜູ້​ສະ​ໜັກ​ຈາກຫຼາຍສິບ
ພັກ.

ນາງ Katya Dimitrova ຜູ້​ປ່ອນ​ບັດ​ຄົນ​ນຶ່ງ ​ໃຫ້​ຂໍ້​ຄິດ​ເຫັນ​ວ່າ:

“ທຸກໆ​ຄົນ​ມີ​ສິດ​ລົງຄະ​ແນນ​ສຽງ ​ແລະ​ມື້​ນີ້ ພວກ​ເຮົາ​ທັງ​ໝົດ​
ຈະຕ້ອງໄປ​ປ່ອນບັດ. ມື້​ນີ້ ມັນ​ຈະ​ເປັນ​ທີ່​ແຈ້ງ​ຂາວ​ວ່າ​ ປະ​ເທດ​
ຊາດ​ຈະ​ດໍາ​ເນີນ​ໄປ​ໃນ​ທິດ​ທາງ​ໃດ. ​ແຕ່​ຂ້າພະ​ເຈົ້າກໍ​ຄິດ​ວ່າ
ຈະ​ມີການ​ເລືອກ​ຕັ້ງ​ເທື່ອ​ທີ​ສອງ​ໃນ​ປີ​ນີ້.”


ບັນດາ​ນັກ​ສັງ​ເກ​ດການເລືອກ​ຕັ້ງຄາດໝາຍ​ວ່າ​ຈະ​ບໍ່​ມີ​ຄົນ​ອອກ​ໄປ​ປ່ອນ​ບັດຫຼາຍປານ​ໃດ
ຍ້ອນ​ສະພາບ​ການ​ເສດຖ​ະກິດ​ທີ່​ຝືດ​ເຄືອງ​ໃນ​ປັດຈຸບັນ ຢູ່​ໃນ ປະ​ເທດ​ທີ່​ຍາກຈົນ​ປະ​ເທດ​
ນຶ່ງໃນ​ພາກ​ພື້ນ​ຢູ​ໂຣບ.

ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້ ມີ​ຂຶ້ນນຶ່ງ​ມື້ຫຼັງຈາກ​ພວກ​ປະ​ທ້ວງ​ໄດ້​ໂຮມຊຸມນຸມ​ກັນ​ຢູ່​
ນອກ​ຕຶກ​ສະພາ​ແຫ່​ງຊາດ ຫຼັງຈາກພວກ​ໄອຍ​ະການ​ຍຶດ​ໄດ້ ​ບັດເລືອກ​ຕັ້ງປອ​ມຈໍານວນ
350,000 ບັດ ຈາກ​ບໍລິສັດ​ພິມ​ບັດແຫ່ງນຶ່ງ.

ມີ​ນັກ​ສັງ​ເກດການ​ເລືອກ​ຕັ້ງ​ນານາ​ຊາດ​ຫຼາຍກວ່າ 200 ຄົນ ທີ່​ຕິດຕາມເບິ່ງ​ການ​ເລືອກ​ຕັ້ງ​ດັ່ງກ່າວ.

ບູລເກ​ເຣຍ​ໄດ້​ຢູ່​ພາຍ​ໃຕ້​ການ​ບໍລິຫານ​ໂດຍ​ລັດຖະບານຮັກສາ​ການ​ຊົ່ວຄາວ ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ຜ່ານ​ມາ ຫຼັງຈາກ​ຜູ້​ນໍາ​ຂອງ​ລັດຖະບານ ຄື​ທ່ານ Boyko Borisov ຂອງ​ພັກພົນລະ​ເມືອງເພື່​ອການ​ພັດທະນາ​ຢູ​ໂຣບ ຂອງ ບູລ​ເກ​ເຣຍ ຫຼື the Citizens for Bulgaria European Development Party ທີ່​ໄດ້​ລາ​ອອກທ່າ​ມກາງ​ການ​ປະ​ທ້ວງ
ຫຼາຍບັ້ນ ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງຫຼວງ ​ແລະ​ຄວາມທຸກຈົນ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ທີ່​ຜ່ານ​ມາແມ່ນ​ໄດ້ປະສົບ​ກັບ​ການ​ປະ​ທ້ວງ​ຫຼາຍບັ້ນ​ ຍ້ອນ​ການ​
ໂກງ​ບັດ​ເລືອກ​ຕັ້ງ ​ແລະ​ການ​ກ່າວ​ຫາ​ເລື້ອງ​ການ​ສໍ້​ລາດ​ບັງຫຼວງ. ນອກ​ນີ້ Bulgaria ​ຍັງ ລົ້ມລຸກຄຸກຄານຈາກ​ການ​ປະຫຍັດ​ມັດທະຍັດ ທີ່​ຕັດໂຄງການ​ສົງ​ຄົມ​ສົງ​ເຄາະ​ຕ່າງໆ ການ​ຮັກສາ​ສຸຂະພາບ ​ແລະ​ການ​ສຶກສາ ທີ່​ແນ​ເປົ້າໝາຍ​ໃສ່​ການຫຼຸດຜ່ອນ​ໜີ້ສິນ​ຂອງ​ປະ​ເທດລົງ.

(ເບິ່ງວີດີໂອ)

ການເລືອກຕັ້ງໃນປະເທດ Bulgaria
please wait

No media source currently available

0:00 0:00:50 0:00
XS
SM
MD
LG