ປະຊາຊົນພວກມີສິດເລືອກຕັ້ງໃນປະເທດ Bulgaria ພາກັນໄປປ່ອນບັດເອົາປະທານາທິ
ບໍດີຄົນໃໝ່ ໃນການເລືອກຕັ້ງຮອບຕັດສິນຊີ້ຂາດໃນວັນອາທິດມື້ນີ້.
ສອງຜູ້ສະໝັກທີ່ແຂ່ງຂັນກັນ ແມ່ນທ່ານ Rosen Plevneliev ຈາກພັກ GERB ທີ່ໄດ້
ຄະແນນສຽງ 40 ເປີເຊັນໃນການປ່ອນບັດເມື່ອວັນອາທິດແລ້ວນີ້ ແລະທ່ານ Ivaylo
Kalfin ຈາກພັກສັງຄົມນິຍົມ ທີ່ໄດ້ຄະແນນສຽງອັນດັບສອງ ຄື ປະມານ 29 ເປີເຊັນ.
ພວກນັກວິເຄາະການເມືອງຄາດວ່າ ທ່ານ Kalfin ຊຶ່ງເປັນຜູ້ແທນສະພາຢູໂຣບ ຈະຊະນະ
ການແຂ່ງຂັນເລືອກຕັ້ງ ເພື່ອສືບຕໍາແໜ່ງແທນປະທານາທິບໍດີ Georgy Parvanov ທີ່ບໍ່
ມີສິດສະໝັກອີກ ຫລັງຈາກດໍາລົງຕໍາແໜ່ງມາໄດ້ສອງສະໄໝ ສະໄໝລະຫ້າປີນັ້ນ.
ປະຊາຊົນຊາວ Bulgaria ເກືອບ 7 ລ້ານຄົນ ມີສິດປ່ອນບັດເລືອກຕັ້ງໃນຄັ້ງນີ້.
ຕໍາແໜ່ງປະທານາທິບໍດີຂອງ Bulgaria ນັ້ນ ໂດຍສ່ວນໃຫຍ່ແລ້ວແມ່ນ ເປັນຕໍາແໜ່ງ
ທາງພິທີການ ແຕ່ປະທານາທິບໍດີມີອໍານາດຕັດສິນໃຈໃນບາງເລື້ອງທີ່ກ່ຽວກັບຝ່າຍ
ທະຫານ ແລະຝ່າຍນິຕິບັດຢັດ.
ນອກນີ້ແລ້ວ ພວກເລືອກຕັ້ງໃນ Bulgaria ຍັງພາກັນປ່ອນບັດເອົາເຈົ້າເມືອງ ໃນການ
ເລືອກຕັ້ງຂັ້ນຊີ້ຂາດນໍາ.