ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຶກ 11 ຊັ້ນໃນອິນເດຍ ພັງ​ລົງ ​​ເຮັດ​ໃຫ້​ຄົນ​ນຶ່ງ ​ເສຍ​ຊີວິດ ແລະອີກ 100 ຄົນ ຖືກທັບ ຢູ່ກ້ອງຕຶກ (ວີດີໂອ)


INDIA COLLAPSED BUILDING VO
please wait

No media source currently available

0:00 0:00:37 0:00

ເບິ່ງວີດີໂອ ເລື້ອງຕຶກ 11 ຊັ້ນຫລັງ​ນຶ່ງໃນອິນເດຍ ໄດ້​ພັງ​ລົງ ​​ເຮັດ​ໃຫ້​ຄົນ​ນຶ່ງ​ເສຍ​ຊີວິດ ແລະ ອີກ 100 ຄົນຖືກທັບ ຢູ່ກ້ອງຕຶກ.

ພວກ​ກູ້​ໄພ​ໃນ​ພາກ​ໃຕ້​ຂອງ​ອິນ​ເດຍ ກຳລັງ​ພາກັນ​ຟ້າວ​ຟັ່ງ ​ເພື່ອ​
ເຂົ້າ​ໄປ​ໃຫ້​ເຖິງ ພວກ​ຄົນ​ງານ​ຫລາຍ​ກ່ວາ 100 ຄົນ ທີ່ເຊື່ອ​ກັນ​ວ່າ
ຖືກ​ທັບຢູ່​ໃຕ້​ຕຶກຫລັງ​ນຶ່ງ ​ທີ່​ພັງ​ລົງ​ມາ.

​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຕຶກ 11 ຊັ້ນຫລັງ​ນຶ່ງ ທີ່​ກຳລັງ​ຢູ່​ໃນ​ລະຫວ່າງ
​ການ​ກໍ່ສ້າງ ​ໃນ​ລັດ ທະມິນ ນາ​ດູ ​ໄດ້​ພັງ​ລົງ ເຮັດ​ໃຫ້​ຄົນ​ນຶ່ງ​ເສຍ
​ຊີວິດ​ ໃນ​ວັນ​ເສົາ​ວານ​ນີ້. ​ໄດ້​ມີ​ການ​ຊ່ວຍ​ເອົາ 10 ປາຍຄົນ​ອອກ​ມາ​ໄດ້ ຫລັງ​ຈາກ​ທີ່​ຕຶກ
​ພັງ​ລົງ​ແລ້ວ.

ກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ເສົາ​ວານ​ນີ້​ຄື​ກັນ ມີ 10 ຄົນ​ໂຮມ​ທັງ​ເດັກນ້ອຍ​ນຳໄດ້​ເສຍ​ຊີ​ວິດ​ໄປ
ຫລັງ​ຈາກ​ທີ່​ຕຶກເຮືອນ​ຢູ່ ຫລືອາພາດ​ທະ​ມັ້ນຫລັງ​ນຶ່ງ​ພັງ​ລົງ.

ຫລາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ໄປ ​ໃນ​ເຫດ​ຕຶກ​ພັງ​ລົງ​ຫລາຍໆ​ບັ້ນ​ຢູ່ ​ໃນ​ອິນ​ເດຍ ​ເມື່ອຊຸມປີ
ຜ່ານມາ​ໄວໆ​ນີ້.

Rescuers in southern India are racing to reach more than 100 workers believed trapped in a collapsed building.

Authorities say the 11-story building under construction in Tamil Nadu state crumbled, killing one person on Saturday. Nearly a dozen others were rescued after the building came down.

Earlier Saturday, 10 people, including children, were killed when a New Delhi apartment building collapsed.

Hundreds of people have died in building collapses in India in recent years.

XS
SM
MD
LG