ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄນ​ຈີ​ເຣຍ ຈະໃຊ້ ກຳລັງ​ປະສົມ ​ໃນ​ຂົງ​ເຂດ ເພື່ອ​ສູ້​ລົບ​ ກັບ​ກຸ່ມ Boko Haram


Buhari Tells VOA Joint Anti-Boko Haram Force Will be Operational Soon
please wait

No media source currently available

0:00 0:02:49 0:00

ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ Muhammadu Buhari.

ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ Muhammadu Buhari ກ່າວ​
ວ່າ ກອງກຳລັງ​ ປະສົມ​ຢູ່​ໃນ​ຂົງ​ເຂດ ເພື່ອ​ສູ້​ລົບ​ກັບ​ກຸ່ມ​ຫົວ​ຮຸນ​
ແຮງ Boko Haram ຈະ​ເປັນ​ທີ່​ຮຽບຮ້ອຍແລະ​ພ້ອມແລ້ວ​ທີ່​ຈະ
ອອກ​ປະຕິ​ບັດງານ ໃນ​ທ້າຍ​ເດືອນ​ນີ້.

ທ່ານ Buhari ​ໄດ້​ກ່າວ ໃນການໃຫ້ການ​ສຳພາດ​ກັບ ວີ​ໂອ​ເອ
​ໃນ​ວັນ​ອັງຄານ ວານ​ນີ້ວ່າ ​ໄນ​ຈີ​ເຣຍ ຈະເປັນຜູ້​ນຳພາກອງ​ກຳລັງ
ດັ່ງກ່າວ ​ແລະ​ກອງ​ທະຫານ​ຈາກປະ​ເທດເພື່ອນ​ບ້ານຂອງ​ໄນ​ຈີ​
ເຣຍ ແມ່ນສາມາດ​ສົ່ງ​ໄປ​ປະຕິບັດ​ງານ​ຕ້ານ​ພວກ​ຫົວ​ຮຸນ​ແຮງໄດ້.

ທ່ານ Buhari ຜູ້​ທີ່​ໄດ້ຮັບການຍອມຮັບຈາກ​ພາກ​ເໜືອ​ຂອງໄນ​
|ຈີ​ເຣຍ ບ່ອນ​ທີ່ ກຸ່ມ Boko Haram ​ເຄື່ອນ​ໄຫວ​ຫລາຍ​ທີ່​ສຸດນັ້ນ ກ່າວ​ວ່າ ​ໄດ້​ມີ​ຄວາມ​ຄືບ
​ໜ້າ​ໃນ​ການ​ສູ້​ລົບ ​ແຕ່​ທ່ານໄດ້​ປະຕິ​ເສດ​ທີ່​ຈະ​ທຳນາຍ​ເຖິງໄຊຊະນະທີ່​ຈະ​ເກີດຂຶ້ນ.

ທ່ານ​ໄດ້​ກ່າວ​ຕໍ່ນັກ​ຂ່າວວີ​ໂອ​ເອ Peter Clottey ວ່າ “ພວກ​ເຮົາ​ໄດ້​ສັງຫານ​ບັນດາ​ຜູ້​ບັນ
ຊາ​ການ​. ກອງ​ທະຫານ​ຈຳນວນ​ນຶ່ງ ​ໄດ້​ຖືກ​ເຝິກແອບ ​ແລະກອງກຳ ລັງປະຕິບັດງານ
ປະສົມ​ນາໆ​ຊາດ ທີ່​ປະກອບ​ດ້ວຍທະຫານ​ຈາກປະ​ເທດ ຊາດ ​ໄນ​ເຈີ ​ໄນ​ຈີ​ເຣຍ ສາທາລະ
ນະ​ລັດ ​ເບ​ນິນ ແມ່ນໄດ້ເຂົ້າຮ່ວມການ​ປະຕິບັດ​ງານ ​ເພາະສະ​ນັ້ນ ນີ້​ເປັນວິທີ​ແທ້​ຈິງ ​ແລະ​
ແນ​ວທາງ​ໂຕຈິງ ທີ່​ບັນຫາ​ສາມາດ​ແກ້ໄຂ ໄດ້."

ກາ​ເມຣູນ ກໍ​ໄດ້​ສົ່ງກຳລັງທະຫານໄປຮ່ວມ ກອງກຳລັງປະສົມດັ່ງກ່າວ.

​ໃນ​ຕອນ​ສວຍ​ຕໍ່​ມາ ທ່ານ Buhari ​ໄດ້​ພົບປະກັບຮອງ​ລັດຖະມົນ​ຕີ ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Bob Work ທີ່​ທ່ານ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ຕໍ່​ຊາວ​ໄນ​
ຈີ​ເຣຍ ທີ່​ໄດ້​ຖືກ​ສັງຫານ ​ມໍ່ໆ​ມາ​ນີ້​ຈາກ​ການ​ໂຈມ​ຕີ​ຂອງ ກຸ່ມ Boko Haram ​ແລະ​ໄດ້​ຕົບ
ມື​ເປັນ​ກຽດ​ໃຫ້​ແກ່ການ​ນຳພາ​ຂອງປະທານ​າ ທິບໍດີ ​ທີ່ໄດ້ແກ້ໄຂເລື້ອງໄພ​ຂົ່ມຂູ່. ປະທານາ
ທິບໍດີ Buhari ​ໄດ້ສະແດງຄວາມ ຂອບໃຈຕໍ່​ການ​ສະໜັບສະໜູນ​ຂອງສະຫະລັດ ​ຕໍ່ກອງ
ກຳລັງປະສົມທີ່ປະຕິບັດ​ງານສູ້​ລົບ​ກັບກຸ່ມ Boko Haram ​ໃນເຂດທະເລສາບ Chad.

ທ່ານ Buhari ກຳລັງ​ຢູ່ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເປັນ​ເວ​ລາ​ສີ່ມື້ ທີ່​ນະຄອນຫລວງ ວໍ​ຊິງ​ຕັນ. ທ່ານ​ໄດ້​ພົບປະ​ກັບ ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໃນ​ວັນ​ອັງຄານ​ວານ​ນີ້ ກ່ອນ​ໜ້າການ​ພົບ​ປະ​ກັບ ບັນດາສະມາຊິກສະພາ ​ແລະ​ປະຊຸມ​ກັບ
​ຊາວ​ໄນ​ຈີ​ເຣຍ ​ທີ່ຢູ່​ໃນສະຫະລັດ.

US Nigeria
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG