ປະທານາທິບໍດີໄນຈີເຣຍ ທ່ານ Muhammadu Buhari ໄດ້ກັບຄືນໄປໄນຈີເຣຍ ອີງ
ຕາມຄຳຖະແຫຼງຂອງໂຄສົກທ່ານ ໃນວັນເສົາມື້ນີ້ ຫຼັງຈາກໄດ້ຢູ່ທີ່ ນະຄອນຫຼວງລອນ
ດອນເປັນເວລາດົນນານເພື່ອປິ່ນປົວພະຍາດທີ່ບໍ່ມີການເປີດເຜີຍ. ທ່ານໄດ້ອອກຈາກ
ປະເທດໄປ ແຕ່ວັນທີ 7 ພຶດສະພາ ແລະຊາວໄນຈີເຣຍຈຳນວນນຶ່ງ ເລີ້ມຮຽກຮ້ອງໃຫ້
ທ່ານ Buhari ກັບຄືນໄປເຮັດວຽກ ຫລືບໍ່ກໍໃຫ້ລາອອກຈາກໜ້າທີ່.
ຂັ້ນຕົ້ນ ທ່ານ Buhari ໄດ້ເດີນທາງອອກຈາກໄນຈີເຣຍ ໃນເດືອນມັງກອນ ຜ່ານມາ
ເພື່ອໄປປິ່ນປົວຢູ່ປະເທດອັງກິດເກືອບສອງເດືອນກ່ອນກັບຄືນປະເທດໃນເດືອນມີ
ນາ ແຕ່ກໍໄດ້ເດີນທາງກັບຄືນໄປອີກ ໃນຕົ້ນເດືອນພຶດສະພາ.
ລະຫວ່າງການຫາຍໜ້າຫາຍຕາໄປທັງສອງເທື່ອນັ້ນ ທ່ານ Buhari ໄດ້ມອບອຳນາດການບໍລິຫານຊົ່ວຄາວໃຫ້ແກ່ຮອງປະທານາທິບໍດີ Yemi Osinbajo.
ໃນຕົ້ນອາທິດນີ້ ພວກປະທ້ວງໄດ້ໂຮມຊຸມນຸມກັນຢູ່ທີ່ນະຄອນຫລວງ Abuja ຖືປ້າຍ
ທີ່ຂຽນວ່າ “ເລີ້ມເຮັດວຽກ ຫລືບໍ່ກໍລາອອກ.” ໄດ້ມີການປະທ້ວງທີ່ຄ້າຍຄືກັນນີ້ ຢູ່ທີ່ນະ
ຄອນ Lagos.
ໃນວັນອັງຄານ ທີ່ຜ່ານມານີ້ ພວກສະໜັບສະໜູນທ່ານ Buhari ໄດ້ປະທະກັບພວກ
ປະທ້ວງຈຳນວນນຶ່ງ ຢູ່ຕະຫລາດ ໃນນະຄອນຫຼວງ Abuja ອີງຕາມລາຍງານຂອງສື່
ມວນຊົນທ້ອງຖິ່ນ.
ຖະແຫລງການ ທີ່ໄດ້ປະກາດກ່ຽວກັບການກັບຄືນປະເທດຂອງ ທ່ານ Buhari ຍັງ
ກ່າວອີກວ່າ ປະທານາທິບໍດີຈະກ່າວຄຳປາໄສຕໍ່ຊາວໄນຈີເຣຍ ຜ່ານທາງລາຍການ
ອອກອາກາດ ໃນຕອນເຊົ້າວັນຈັນຈະມານີ້.