ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ຄອງແກຣສຮັບຜ່ານ ກົດ Buffett (ເບິ່ງວີີໂອ ພາສາລາວ/ອັງກິດ)


ມະຫາເສດຖີຫລາຍພັນລ້ານໂດລາ Warren Buffett ກັບປະທານາທິບໍດີ
ບາຣັກ ໂອບາມາ
ມະຫາເສດຖີຫລາຍພັນລ້ານໂດລາ Warren Buffett ກັບປະທານາທິບໍດີ ບາຣັກ ໂອບາມາ

ນຶ່ງ​ໃນ​ຫລາຍໆຫລັກ​ສໍາຄັນ​ຂອງແຜນການ​ຂອງ​ປະທານາທິບໍດີ ​ໂອບາ​ມາ ​ເພື່ອ​ລົດ​ປະລິມານ​ການ​ຂາດ​ດຸນ​ງົບປະມານຂອງ​ລັດຖະບານ​ກາງ​ ໃຫ້​ຕໍ່າລົງ​ນັ້ນ ກໍ​ຄືການ​ຕັ້ງອັດຕາພາສີ​ຊຸດ​ໃໝ່​ຕໍ່​ຊາວ​ອາ​ເມ​ຣິກັນຜູ້​ທີ່​ຮັ່ງມີ​ທີ່​ສຸດ ​ໂດຍ ອີງ​ຕາມ​ທີ່​ອັນ​ທີ່ເອີ້ນ​ກັນ​ວ່າ Buffett Rule ຫລື​ກົດ ບັຟ​​ແຟັດ ທີ່​ຕັ້ງ​ຕາມຊື່​ຂອງນັກ​ລົງ​ທຶນ​ມະຫາເສດຖີ​​ເງິນ​ຫລາຍ​ພັນ​ລ້ານ​ໂດ​ລາ ທ່ານ Warren Buffett ​ແລະ​ຈະຂຶ້ນອັດຕາ​ພາສີລາຍ​ໄດ້​ສໍາລັບ​ພວກ​ທີ່​ມີ​ລາຍ​ໄດ້​ຢ່າງ​ໜ້ອຍ 1 ລ້ານ​ໂດ​ລາ​ຕໍ່​ປີ. ​ທອງ​ປານມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດີໂອ ພາສາລາວ:

ນັກ​ລົງທຶນ Whitney Tilson ຢາກຈະ​ແບ່ງປັນ​ຄວາມ​ຮັ່ງມີຂອງ​ ລາວ​ກັບ​ຊາວ​ອາ​ເມຣິກັນ​ຄົນອື່ນໆ. ລາວກ່າວ​ວ່າ:

“ມັນ​ຍາກ​ລໍາ​ບາກ​ພໍ​ສົມຄວນ ​ທີ່ຈະ​ໂຕ້​ແຍ້​ງວ່າ ພວກ​ຄົນ​ນຶ່ງ​ເປີ​ເຊັນໃນປະ​ເທດ​ນີ້
ຊຶ່ງ​ກໍ​ຄື​ພວກ​ຮັ່ງມີ​ສີ​ສຸກ​ທັງຫລາຍນັ້ນ​ ​ມີ​ຄວາມ​ເດືອດ​ຮ້ອນ​ຢ່າງ​ໃດ​ຢ່າງ​ນຶ່ງ.”

ທ່ານ ທິລຊັນ ​ເປັນ​ສ່ວນ​ນຶ່ງ​ຂອງ​ກຸ່ມ​ທີ່​ເອີ້ນ​ວ່າ ​ມະຫາ​ເສດຖີ​ທີ່​ຮັກ​ຊາດ ທີ່​ສະໜັບສະໜຸນ​ກົດ​ພາສີ​ລາຍ​ໄດ້​ຂອງ​ທ່ານ Buffett ຫລື Buffett Rule ​ທີ່ໄດ້​ຮັບ​ການ​ສະໜັບສະ​ໜຸນ​ຈາກນາງ Kelli Alires ຜູ້​ຈັດການ​ຫ້ອງການ​ຂອງ​ລາວ​ເອງ. ທ່ານ Tilson ອະທິບາຍ​ວ່າ:

“ລາຍ​ໄດ້ລວມທັງ​ໝົດ​ຂອງ​ຂ້ອຍ ​ແມ່ນ​ສູງ​ກວ່າ​ລາຍ​ໄດ້​ຂອງ​ລາວ 39 ​ເທົ່າ ບໍ່​ແມ່ນສູງ​ກວ່າ
39 ​ເປີ​ເຊັນ​ໄດ໋ ​ແຕ່​ສູງ​ກວ່າ 39 ​ເທົ່າ. ​ແຕ່ອັດຕາ​ພາສີ​ທີ່​ລາວ​ເສຍ​ໃຫ້​ລັດຖະບານ​ກາງ ໂຮມ
​ທັງພາສີ​ເງິນ​ເດືອນນໍາ ​ແມ່ນ 33.4 ​ເປີ​ເຊັນ ​ແລະສ່ວນ​ຂອງ​ຂ້ອຍ ​ໂດຍ​ການ​ຄິດ​ໄລ່​ຕາມ​ອັດ
ຕາ​ດຽວ​ກັນ ​ແມ່ນ 24.6 ​ເປີ​ເຊັນ. ດັ່ງ​ນັ້ນ ອັດຕາ​ພາສີ​ຂອງ​ລາວ​ແມ່ນ​ສູງ​ກວ່າ​ຂອງ​ຂ້ອຍ
36 ​ເປີ​ເຊັນ ​ເຖິງແມ່ນ​ວ່າ ​ຂ້ອຍ​ມີ​ລາຍ​ໄດ້ຫລາຍ​ກວ່າລາວ ​ເຖິງ 39 ​ເທົ່າ​ກໍ​ຕາມ.”

“ພວກມະຫາເສດຖີທັງຫລາຍຄວນຈະ​ໄດ້​ຮັບ​ການຜ່ອນຜັນພາສີລາຍໄດ້ຫວະ ທັ້ງໆທີ່
ຄົນອື່ນໆອີກກໍຈ່າຍຫລາຍ ຢູ່ແລ້ວ? ບໍ່ ມັນບໍ່ສົມ​ເຫດ​ສົມ​ຜົນ​ເລີຍ ຂ້ອຍບໍ່ຄິດວ່າມັນ
ຍຸຕິທໍາດອກ.”

ກົດພາສີລາຍໄດ້ຂອງມະຫາເສດຖີ Buffett ໄດ້ຮັບພະລັງ​ຊຸກຍູ້ ຫລັງຈາກມະຫາເສດຖີນັກ
ລົງທຶນ Warren Buffett ໄດ້ສົມທຽບອັດຕາພາສີລາຍໄດ້ 17 ເປີເຊັນຂອງລາວ ​ໃສ່ກັບ
ອັດຕາ 29 ເປີເຊັນຂອງເລຂາຂອງລາວ ແລະກ່າວວ່າ:

“ຂ້ອຍຄິດວ່າພວກຄົນທີ່ມີລາຍໄດ້ສູງ ຄືຂ້ອຍນີ້ ຄວນຈະຈ່າຍຄ່າພາສີ ຫລາຍເພີ່ມຂຶ້ນ.”

ປະທານາທິບໍດີ ໂອບາມາ ເຫັນພ້ອມນໍາ ແລະສະເໜີວ່າ ບຸກຄົນໃດກໍຕາມທີ່ ມີລາຍໄດ້
ຫລາຍກວ່າ 1 ລ້ານໂດລາຕໍ່ປີແລ້ວ ຈະຕ້ອງຈ່າຍພາສີຢ່າງໜ້ອຍ 30 ເປີເຊັນ ໃຫ້ແກ່ລັດ
ຖະບານກາງ ຊຶ່ງ​ທ່ານ​ກ່າວວ່າ ​ເວລາ​ທີ່​ຕ້ອງ​ເຄື່ອນ​ໄຫວ ​ແມ່ນ​ດຽວ​ນີ້​ແລ້ວ:

ມະຫາເສດຖີ Buffett ແລະຊາວອາເມຣິກັນຮັ່ງມີຄົນອື່ນໆ​ອີກ​ຫລາຍໆ​ຄົນ ​ແມ່ນຈະຈ່າຍ
ຄ່າພາສີ ໃນອັດຕາທີ່ຕໍ່າກວ່າ ພວກ​ທີ່​ມີ​ລາຍ​ໄດ້​ໜ້ອຍ​ກ່ວາ ເພາະວ່າພວກເຂົາເຈົ້າມີລາຍ
ໄດ້ຫລາຍລ້ານ ແລະ ຫລາຍພັນລ້ານໂດລາ ຈາກການລົງທຶນ ແລະຈ່າຍຄ່າພາສີລາຍໄດ້
ຈາກ ກໍາໄລທີ່ໄດ້ຈາກການລົງ ທຶນພຽງແຕ່ 15 ເປີເຊັນເທົ່ານັ້ນ.

ຝ່າຍຣີພັບບລິກັນທີ່​ບໍ່​ເຫັນ​ພ້ອມ​ນໍາທັງຫລາຍກ່າວວ່າ ມາດຕະການດັ່ງກ່າວນີ້ ຈະເຮັດໃຫ້
ພວກເຈົ້າຂອງທຸລະກິດບໍ່ມີກໍາລັງໃຈທີ່​ຈະວ່າຈ້າງຄົນງານ. ໃນອາທິດນີ້ ສະມາຊິກສະພາສູງ
Jon Kyl ຈາກລັດອາຣິໂຊນາ ໄດ້ນໍາພາພັກຂອງທ່ານ ໃນການລົງຄະແນນສຽງບໍ່ເຫັນພ້ອມ
ກັບຮ່າງຍັດຕິສະບັບນຶ່ງຂອງ​ສະພາສູງ ກ່ຽວ​ກັບກົດ Buffett ທີ່ທ່ານ Kyl ເອີ້ນວ່າເປັນການ
ໂຈມຕີ ຂອງປະທານາທິບໍດີໂອບາມາ ຕໍ່ພວກຄົນຮັ່ງມີ.

“ປະທານາທິບໍດີ ຄິດວ່າ ລັດຖະບານ ຄວນຈະຂູດຮີດເອົານໍາບາງຄົນ ພຽງ​ແຕ່ຍ້ອນວ່າ
ເຂົາເຈົ້າຮັ່ງມີ​ເທົ່ານັ້ນ ເຖິງແມ່ນວ່າອັດຕາພາສີເພີ່ມຂຶ້ນຈະກະທົບ ຕໍ່ເສດຖະກິດກໍ​ຕາມ.”

“ຂ້ອຍບໍ່ຄິດວ່າ ນີ້ແມ່ນການ​ເຮັດສົງຄາມລະຫວ່າງຊົນຊັ້ນ ແຕ່ຢ່າງໃດ. ຂ້ອຍຄິດວ່າ ມັນກ່ຽວກັບສາມັນສໍານຶກຫລາຍກວ່າ ຄືຄວາມຍຸຕິທໍາຂັ້ນພື້ນຖານ. ​ແມ່ນໃຜ​ແດ່ທີ່​ມີ​
ສາມັນ​ສໍານຶກ​ທີ່​ດີແລະຖືກຕ້ອງ ຈະຄິດ​ວ່າ ມັນ​ສົມ​ເຫດ​ສົມ​ຜົນ​ແລ້ວ ທີ່ຂ້ອຍ ​ຊຶ່ງມີລາຍ
ໄດ້ຫລາຍກວ່າເລຂາຂອງຂ້ອຍ 39 ເທົ່າ ຕ້ອງ​ເສຍ​ພາສີ​ໜ້ອຍ​ກ່ວາ​ລາວ ແລະລາວ​ຕ້ອງ
​ເສຍຄ່າພາສີຫລາຍ​ກ່ວາ​ຂ້ອຍ​ເຖິງ 36 ເປີເຊັນ ສໍາ​ລັບອັດຕາພາສີຂອງລັດຖະບານກາງ.
ຖືກຕ້ອງ ມັນບໍ່ແມ່ນເລຶ່ອງສົງຄາມຊົນຊັ້ນກັນດອກ ຖ້າຈະເວົ້າແລ້ວ.”

ທ່ານ Tilson ກ່າວວ່າ ກົດ Buffett Rule ບໍ່ແມ່ນເຄຶ່ອງມື​ສໍາລັບໃຊ້ເພື່ອການຕໍ່ຮອງກັນ ທີ່
ຝ່າຍ Democrat ຈະສະລະຖິ້ມໄປ​ໃນ​ທີ່​ສຸດ. ທ່ານກ່າວວ່າ ມັນ​ເປັນ​ສິ່ງ​ທີ່ຕ້ອງມີ ຫລື​ຕ້ອງ​
ຈັດ​ຕັ້ງ​ປະຕິບັດ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG