ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການປະມູນກິນເຂົ້າງາຍ ກັບທ່ານ Warren Buffet


ຜົນການປະມູນກິນເຂົ້າງາຍ ກັບທ່ານ Warren Buffet
ຜົນການປະມູນກິນເຂົ້າງາຍ ກັບທ່ານ Warren Buffet

ການ​ກິນ​ເຂົ້າ​ສວາຍ​ກັບ ທ່ານ Warren Buffet ​ນັກ​ລົງທຶນທ່ີ​ຜູ້​ຄົນຮູ້​ຈັກ​ກັນ​ດີ​ໃນ​ທົ່ວ​ໂລກ ຈະ​ສິ້ນ​ເປືອງ​ຄ່າໃຊ້​ຈ່າຍ​ຂອງ​ໃຜ​ຜູ້​ນຶ່ງ
ຮອດ 2 ລ້ານ 6​ແສນ 3 ໝື່ນ​ດອນ​ລ້າ ​ເພາະວ່າ​ແມ່ນ​ຈຳນວນ​ເງິນທ່ີ​ຜູ້​ຊະນະການ ປະມູນ​ເພື່ອ​ການ​ກຸສົນ ​ໃນ​ວັນສຸກ​ຜ່ານ​ມາ​ນີ້
ໄດ້​ສະ​ເໜີ​ໄປ ​ເພື່ອ​ໃຫ້​ໄດ້​ໄປ​ກິນ​ເຂົ້າ​ສວາຍ​ຮ່ວມ​ກັບທ່ານ Warren Buffet ມະຫາ​ເສດຖີ​ເງິນ​ຫລາຍ​ພັນ​ລ້ານ​ຂອງ​ສະຫະລັດ
ໃນ​ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃນ​ນະຄອນ​ນີວຢອກ.

ວາລະສານ Forbes ທ່ີ​ມີ​ສຳນັກງານ​ຕັ້ງ​ຢູ່​ໃນ​ສະຫະລັດ ​ໄດ້​ຈັດ​ທ່ານ Buffet ວັຍ 79 ປີ ​ໃຫ້​ຢູ່​ໃນ​ອັນ​ດັບ 3 ຂອງເສດຖີ
ພັນ​ລ້ານຂອງໂລກ ​ໃນ​ຕົ້ນ​ປີ​ນີ້ ຊຶ່ງ​ກະ​ປະມານ​ກັນ​ວ່າທ່ານ​ມີ​ຊັບ​ສິນ 47 ພັນ​ລ້ານ​ດອນ​ລາ.

ພວກ​ນັກ​ລົງທຶນ​ຫລາຍ​ຄົນ​ພາກັນ​ຊອກ​ຫາ​ຄຳ​ແນະນຳ​ຈາກ​ທ່ານ Buffet ​ແລະ​ປະມູນ​ເອົາ​ການ​ກິນ​ເຂົ້າສວາຍ​ກັບ​ທ່ານ
ເພື່ອ​ໃຫ້​ໄດ້ມີ​ໂອກາດ​ນັ້ນ. ​ທ່ານ Buffet ​ໄດ້​ຈັດການ​ປະມູນ​ນີ້​ຂຶ້ນ​ ປີ​ລະ​ເທື່ອ​ ເພື່ອ​ຫາ​ເງິນ​ເຂົ້າ​ມູນ​ນິທິ​ Glide Foundation
ຊຶ່ງ​ເປັນ​ອົງການ​ກຸສົນ​ທ່ີ​ຕັ້ງ​ຢູ່ໃນ​ນະຄອນ San Fransco ​ໃນ​ລັດ​ຄາ​ລີ​ຟໍ​ເນຍ​ ທາງພາກຕາ​ເວັນ​ຕົກ​ຂອງ​ສະຫະລັດ.
ມູນ​ນິທິ Glide ສະໜອງ​ການ​ບໍລິການ​ໃຫ້ແກ່​ພວກ​ຄົນ​ທຸກ​ຍາກ​ ແລະຂາດ​ບ່ອນ​ຢູ່ອາ​ໄສ.

ຜູ້​ປະມູນ 9 ຄົນ​ໄດ້​ຍື່ນ​ການ​ປະມູນ​ທັງ​ໝົດ 77 ຄັ້ງ ​ໃນ​ຄວາມ​ພະຍາ ຍາມ​ ເພື່ອ​ໃຫ້ໄດ້​ກິນ​ເຂົ້າ​ສວາຍ​ຮ່ວມ​ກັບ​ທ່ານ Buffet

ໃນ​ປີນີ້.ການ​ປະມູນ​ຄັ້ງ​ກ່ອນ​ທ່ີ​ໄດ້ເງິນ​ຫລາຍ​ເປັນປະວັດ​ສາດ ແມ່ນ​ຈຳນວນ 2.11 ຕື້​ດອນ​ລາ ທ່ີ​ປະມູນໂດຍ​ທ່ານ Zhao Danyang
ນັກ​ລົງທຶນ​ທ່ີ​ຮອງ​ກົງ​ໃນ​ປີ2008. ປີ​ແລ້ວນີ້ ​ແມ່ນ​ບໍລິສັດ Salida Capital Cor-poration ຂອງກາ​ນາ​ດາ ທີ່​ໄດ້ຊະນະ​ການ​ປະມູນ​ໄປ
ໂດຍໄດ້ສະ​ເໜີ ເງິນ​ໃຫ້ 1 ລ້ານ 6 ​ແສນ 8 ໝື່ນ​ດອນ​ລາ.

XS
SM
MD
LG