ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງບັບຟາໂລ, ລັດນິວຢອກ ໄດ້​ຂຸດຫິ​ມະ​ ອອກ ຍ້ອນມີພາຍຸຫິມະອັນຮ້າຍແຮງ ແລະ​ອາດ​ມີອາ​ກາດ​ທີ່​ຮ້ອນ​ຂຶ້ນ ທີ່ຈະພາ​ໃຫ້ມີ​ຝົນຕົກ ແລະ ​ນ້ຳ​ກ້ອນເປື່ອຍ


ກຸ່ມ​ຊາວ​ບ້ານ​ພາ​ກັນ​ຢືນ​ຝີງ​ໄຟຢູ່​ຂ້າງ​ຖະ​ໜົນ Culver Road ຫລັງ​ຈາກ​ຊ້ວນ​ຫິ​ມະອອກ​ແລ້ວ ຢູ່​ໃນ​ເມືອງ​ບັບ​ຟາ​ໂລ, ລັດ​ນິວຢອກ, ວັນ​ທີ 26 ທັນ​ວາ, 2022. ຂົງ​ເຂດ​ດັ່ງ​ກ່າວໄດ້​ຂຸດ​ຫິ​ມະ​ອອກຍ້ອນ​ພາ​ຍຸ​ຫິ​ມະ​ອັນ​ຮ້າຍ​ກາດ​ພັດ​ມາ​ໃສ່​ຕັ້ງ​ແຕ່​ກ່ອນ​ວັນຄ​ຣິ​ສ​ມາ​ສພຸ້ນ
ກຸ່ມ​ຊາວ​ບ້ານ​ພາ​ກັນ​ຢືນ​ຝີງ​ໄຟຢູ່​ຂ້າງ​ຖະ​ໜົນ Culver Road ຫລັງ​ຈາກ​ຊ້ວນ​ຫິ​ມະອອກ​ແລ້ວ ຢູ່​ໃນ​ເມືອງ​ບັບ​ຟາ​ໂລ, ລັດ​ນິວຢອກ, ວັນ​ທີ 26 ທັນ​ວາ, 2022. ຂົງ​ເຂດ​ດັ່ງ​ກ່າວໄດ້​ຂຸດ​ຫິ​ມະ​ອອກຍ້ອນ​ພາ​ຍຸ​ຫິ​ມະ​ອັນ​ຮ້າຍ​ກາດ​ພັດ​ມາ​ໃສ່​ຕັ້ງ​ແຕ່​ກ່ອນ​ວັນຄ​ຣິ​ສ​ມາ​ສພຸ້ນ

ພະນັກງານກູ້​ໄພ​ຢູ່​ຕາມຖະໜົນ ແລະປະຊາຊົນທີ່​ອິດ​ເມື່ອຍ​ນຳ​ພາ​ຍຸໃນ​ເຂດຕາເວັນຕົກຂອງລັດນິວຢອກ ໃນ​ວັນ​ອັງ​ຄານ​ວານນີ້ ໄດ້​ພາ​ກັນ​ດິ້ນ​ຮົນຂຸດຫິ​ມະ​ອອກ ຍ້ອນລົມ ພາຍຸຫິ​ມະທີ່ຮ້າຍກາດໄດ້​ຕົກ​ລົງ​ມາໃນທ້າຍອາທິດນີ້ ໂດຍທີ່​ຫິມະຍັງສືບຕໍ່ຕົກຢູ່ ແລະມີການພະຍາກອນວ່າ ອາກາດຈະຮ້ອນຂຶ້ນ​ຢ່າງ​ໄວ​ວາ ແລະມີຝົນຕົກທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມ ແລະເຮັດໃຫ້ເນື້ອ​ທີ່​ດິນທີ່ມີ​ນໍ້າກ້າມນັ້ນເປື່ອຍ​ອອກ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ຂົງເຂດທີ່​ຢູ່ໃນແລະຢູ່ອ້ອມແອ້ມເມືອງບັບ​ຟາ​ໂລ, ລັດນິວຢອກນັ້ນ ກະແສລົມທີ່​ພັດ​ມາ​ຈາກທະເລສາບເອ​ຣີ (Erie) ແລະອອນ​ຕາ​ຣິ​ໂອ (Ontario) ໄດ້​ກັບກາຍເປັນໄພ​ພິ​ບັດ​ທຳ​ລາຍ​ລ້າງ ​ສໍາລັບເຂດ​ຂົ້ວ​ໂລກ​ເໜືອ (Arctic) ທີ່​ກ້າມ​ແຂງ​ຢູ່ເລິກໆ ແລະ ເປັນລົມພາຍຸລະດູໜາວຂະໜາດໃຫຍ່ ທີ່ພັດ​ກະ​ຈາຍອອກໄປເກືອບທົ່ວສະຫະລັດ ໃນອາທິດແລ້ວນີ້ ແລະພັດຜ່ານວັນບຸນຄຣິສມາສໄປ​ທາງ​ໃຕ້ ຈົນເຖິງຊາຍແດນເມັກ ຊິໂກ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເສຍ​ຊີ​ວິດ​ຍ້ອນ​ລົມ​ພາຍຸ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຢູ່​ໃນ​ເມືອງ ເອີ​ຣີ (Erie) ແລະ ໄນ​ກາ​ຣາ (Niagara) ຂອງ​ລັດ​ນິວຢອກໄດ້​ເພີ່ມ​ຂຶ້ນ​ເປັນ 32 ຄົນແລ້ວ ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ຂະ​ນະທີ່​ຫິມະຕົກ​ເລີ່ມ​ຫຼຸດ​ລົງແລ້ວ. ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ສືບ​ຕໍ່​ຊອກ​ຫາ​ ​ແລະ ຍົກ​ເອົາ​ຍານພາຫະນະ​ທີ່​ຖືກ​ຝັງຢູ່​ໃຕ້ກອງ​ຫິມະແລະໂຜ່​ຂຶ້ນ​ສູງ​ຫຼາຍ​ຟຸດ.

ສົບຜູ້ເສຍຊີວິດບາງຄົນຖືກພົບເຫັນວ່າແຂງຢູ່ໃນລົດ, ສ່ວນສົບ​ຂອງຄົນອື່ນໆ ແມ່ນ​ເຫັນຢູ່ໃນກອງ​ຫິ​ມະຢູ່ກາງແຈ້ງ, ໃນຂະນະທີ່ບາງຄົນເສຍຊີວິດຍ້ອນ​ເຫດສຸກເສີນທາງການແພດເຊັ່ນ: ຫົວໃຈວາຍໃນຂະນະທີ່ຊ້ວນຫິມະຢູ່, ອີງ​ຕາມເຈົ້າ​ເມືອງ ເອີ​ຣີ (Erie), ທ່ານມາກ​ຄ໌ ໄພ​ບອນ​ຄາ​ຊ໌ (Mark Poloncarz) ກ່າວ​ຕໍ່​ນັກຂ່າວ.

ລົດ​ທີ່​ຄົນ​ປະ​ໄວ້​ຈອດ​ຢູ່​ກາງ​ຖະ​ໜົນສາຍ​ນຶ່ງ​ໃນ​ຄຸ້ມບ້ານ Elmwood ຂອງ​ເມືອງ Buffalo, ລັດ​ນິວຢອກ ໃນ​ວັນ​ຈັນ, ວັນ​ທີ 26 ທັນ​ວາ, 2022, ຫລັງ​ຈາກ​ພາ​ຍຸ​ຫິ​ມະປົກ​ຄຸມ​ທົ່ວ​ເມືອງນັ້ນ.
ລົດ​ທີ່​ຄົນ​ປະ​ໄວ້​ຈອດ​ຢູ່​ກາງ​ຖະ​ໜົນສາຍ​ນຶ່ງ​ໃນ​ຄຸ້ມບ້ານ Elmwood ຂອງ​ເມືອງ Buffalo, ລັດ​ນິວຢອກ ໃນ​ວັນ​ຈັນ, ວັນ​ທີ 26 ທັນ​ວາ, 2022, ຫລັງ​ຈາກ​ພາ​ຍຸ​ຫິ​ມະປົກ​ຄຸມ​ທົ່ວ​ເມືອງນັ້ນ.

ທ່ານກ່າວວ່າ "ພວກເຮົາກຳລັງຟື້ນຕົວຄືນຈາກພາຍຸທີ່ຮ້າຍແຮງທີ່ສຸດທີ່ຂ້າ​ພະ​ເຈົ້າ ເຄີຍເຫັນມາ, ແນ່ນອນເມື່ອ​ເວົ້າ​ເຖິງການເສຍຊີວິດຍ້ອນຄວາມໂກດເຄືອງຂອງເຈົ້າ​ແມ່ທຳມະຊາດ."

​ໃນ​ທົ່ວ​ປະ​ເທດ, ມີ​ຢ່າງ​ໜ້ອຍ 60 ຄົນ​ເສຍ​ຊີວິດ​ໃນ​ເຫດການ​ທີ່​ກ່ຽວຂ້ອງ​ກັ​ບ​ດິນ​ຟ້າ​ອາກາດ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ອີງ​ຕາມ​ລາຍ​ງານຂອງ​ອົງ​ການ​ຂ່າວ NBC News.

ຢູ່ໃນແລະເຂດອ້ອມແອ້ມນະ​ເມືອງບັບ​ຟາ​ໂລ, ຫິມະໄດ້ຕົກເຖິງ 52 ນິ້ວໃນໄລຍະສີ່ມື້ມານີ້ ແລະຄາດວ່າຈະ​ຕົກ​ເພີ້ມອີກເລັກນ້ອຍໃນຄືນວັນອັງຄານວານນີ້, ອີງຕາມອົງການບໍລິການສະພາບອາກາດແຫ່ງຊາດ ຫລື NWS.

ສະຖານະການຄາດວ່າຈະມີການປ່ຽນແປງຢ່າງຫຼວງຫຼາຍ. NWS ຄາດຄະເນວ່າ ອາກາດຈະຮ້ອນຂຶ້ນຢ່າງວ່ອງໄວໃນທ້າຍອາທິດນີ້, ໂດຍມີອຸນຫະພູມຄ້າຍ​ຄື​ຢູ່ໃນລະ ດູໃບໄມ້ປົ່ງທີ່​ສູງກວ່າອາ​ກາດ​ທີ່ໜາວເຢັນ ແລະ ສູງກວ່າປົກກະຕິ, ພ້ອມທັງ​ຈະ​ມີຝົນຕົກທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG