ປະຊາຊົນໃນເມືອງນຶ່ງ ຢູ່ທາງພາກຕາເວັນຕົກ ຂອງມຽນມາ
ກ່າວວ່າ ກຸ່ມອັນທະພານຊາວພຸດໄດ້ພາກັນອາລະວາດຊາວ
ມຸສລິມໃນເຂດທ້ອງຖິ່ນ ເຮັດໃຫ້ສອງຄົນເສຍຊີວິດ.
ປະຊາຊົນກ່າວຕໍ່ວີໂອເອ ພາກພາສາມຽນມາວ່າ ຄວາມຮຸນ
ແຮງທາງສາສະໜາດັ່ງກ່າວໄດ້ເກີດຂື້ນໃນວັນອັງຄານວານ
ນີ້ ຢູ່ໃນບໍລິເວນອ້ອມແອ້ມແລະໃນຕົວເມືອງ Thandwe ຢູ່
ໃນລັດ Rakhine.
ເຂົາເຈົ້າ ໄດ້ກ່າວຫາພວກຕໍາຫລວດ ແລະທະຫານມຽນມາ ທີ່ພາກັນຢືນຕຽມຢູ່ ໃນຂະນະທີ່ຊາວພຸດຫລາຍຮ້ອຍຄົນພາກັນອາລະວາດຈູດຢ້າວເຜົາເຮືອນຫລາຍກວ່າ 17 ຫລັງ ປະປ່ອຍໃຫ້ພວກຊາວບ້ານ Kaman ມຸສລິມ ທີ່ເປັນຊົນກຸ່ມ ນ້ອຍພາກັນຕົກຢູ່ໃນສະພາບຢ້ານກົວ.
ບັນດາເຈົ້າໜ້າທີ່ທ້ອງຖິ່ນ ກ່າວຕໍ່ອົງການຂ່າວຕາເວັນຕົກວ່າ ນຶ່ງໃນຈໍານວນ ຂອງຜູ້ເສຍຊີວິດແມ່ນຜູ້ຍິງອາຍຸ 94 ປີ ທີ່ຖືກແທງຕາຍ. ລັດຖະບານມຽນມາ ບໍ່ໄດ້ໃຫ້ການຢືນຢັນ ກ່ຽວກັບພວກບາດເຈັບລົ້ມຕາຍ ໃນຄວາມບໍ່ສະຫງົບຄັ້ງນີ້.
ປະທານາທິບໍດີມຽນມາ ທ່ານ Thein Sein ໄດ້ໄປເຖິງເມືອງ Sittwe ເມືອງຫລວງຂອງລັດ Rakhine ໃນວັນອັງຄານວານນີ້ ຊຶ່ງເປັນການຢ້ຽມຢາມລັດດັ່ງ ກ່າວເທຶ່ອທໍາອິດ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕໍາແໜ່ງໃນປີ 2011.