ພະສົງຫຼາຍອົງ ຢູ່ໃນເຂດຕາເວັນອອກສຽງເໜືອ ຂອງໄທ ໄດ້ໄຕ້ ທູບ ທຽນ ແລະໄຫວ້ພະພຸດທະເຈົ້າ ສວດມົນພາວັນນາ ໃນວັນອາທິດວານນີ້ ໃຫ້ແກ່ພວກຜູ້ເຄາະຮ້າຍທັງຫຼາຍ ຂອງການຍິງສັງຫານໝູ່ທີ່ຮ້າຍແຮງທີ່ສຸດຂອງປະເທດ.
ພົນທະຫານໄທຜູ້ທີ່ຄຽດແຄ້ນ ຍ້ອນບັນຫາຂັດແຍ້ງດ້ານການເງິນ ໄດ້ຍິງສັງຫານພວກຄົນຍ່າງນຳທາງ ແລະພວກຄົນທົ່ວໄປ ໃນຂະນະທີ່ຜູ້ກ່ຽວຂັບລົດ ຮຳວີ (Humvee) ຂອງກອງທັບບົກ ແລ່ນໄປຕາມຖະໜົນສາຍນຶ່ງ ເມື່ອວັນເສົາຜ່ານມາ ໃນນະຄອນ ຣາດຊະສີມາ ໂດຍທີ່ໄດ້ສັງຫານ 29 ຄົນ ແລະ ເຮັດໃຫ້ອີກເກືອບ 60 ຄົນ ບາດເຈັບ ໃນເຫດການທີ່ໄດ້ເກີດຂຶ້ນນັ້ນ. ສ່ວນກຳລັງຮັກສາຄວາມສະຫງົບ ກໍໄດ້ຍິງສັງຫານ ພົນທະຫານດັ່ງກ່າວ ຫຼັງຈາກທີ່ ໄດ້ປະເຊີນກັນຢູ່ພາຍໃນຮ້ານຊັບພະສິນຄ້າແຫ່ງນຶ່ງ ໃນວັນອາທິດວານນີ້.
ພວກຜູ້ເຄາະຮ້າຍ ທີ່ປະກອບດ້ວຍເດັກຊາຍອາຍຸ 13 ປີ ຜູ້ທີ່ກຳລັງຂີ່ລົດຈັກຂອງລາວຢູ່ນັ້ນ ແລະແມ່ລູກນ້ອຍ ກຳລັງຂັບລົດໄປກັບລູກຊາຍ.
ນາຍົກລັດຖະມົນຕີໄທ ທ່ານປຣະຢຸດ ຈັນໂອຊາ ໄດ້ກ່າວວ່າ ທ່ານຫວັງວ່າ ເຫດການຍິງສັງຫານນີ້ "ເປັນພຽງຄັ້ງດຽວ ແລະເຫດການສຸດທ້າຍ ແລະວ່າ ມັນຈະບໍ່ເກີດຂຶ້ນອີກເລີຍ. ບໍ່ມີຜູ້ໃດ ຢ່າກໃຫ້ເຫດການນີ້ເກີດຂຶ້ນ.” ທ່ານໄດ້ເອີ້ນເຫດການນອງເລືອດເຊັ່ນນີ້ ໃນໄທ “ບໍ່ເຄີຍມີມາກ່ອນ.”
ບັນດາເຈົ້າໜ້າທີ່ ໄດ້ລະບຸ ມືປືນດັ່ງກ່າວ ຄື ຈ່າເອກ ຈັກກຣະພັນ ຖົມມາ. ທ່ານປຣະຢຸດ ແລະຕຳຫຼວດ ກ່າວ ລາວຢູ່ໃນລະຫວ່າງບັນກາຂັດແຍ້ງດ້ານການເງິນ ກັບ ຍາດພີ່ນ້ອງຄົນນຶ່ງ ຂອງຜູ້ບັນຊາການທະຫານ ຂອງຜູ້ກ່ຽວເອງ ຢູ່ທີ່ຄ້າຍທະຫານ ຊຶ່ງກ່ຽວຂ້ອງກັບການຂາຍເຮືອນຫຼັງນຶ່ງ.
ທ້າວຈັກກຣະພັນ ໄດ້ຍິງສັງຫານນາຍທະຫານດັ່ງກ່າວ ແລະຍາດພີ່ນ້ອງເພິ່ນ ແລ້ວລັກເອົາປືນຫຼາຍກະບອກ ຈາກຄ້າຍທະຫານນັ້ນ ແລະໄດ້ຫລົບໜີອອກໄປພ້ອມດ້ວຍລົດຮຳວີ ໂດຍຍິງເຂົ້າໃສ່ພວກຜູ້ເຄາະຮ້າຍ ໃນຂະນະທີ່ ຂັບລົດແລ່ນໄປຮ້ານຊັບພະສິນຄ້າ ດ້ວຍຄວາມໄວ ບ່ອນທີ່ຜູ້ກ່ຽວ ສືບຕໍ່ຍິງໃສ່ພວກຄົນທີ່ຢູ່ພາຍໃນ ແລະຢູ່ດ້ານນອກຂອງສູນການຄ້ານັ້ນ.
ທ້າວຈັກກຣະພັນ ໄດ້ຫລົບລີ້ຢູ່ໃນສູນກາງຊັອບປິ້ງ Terminal 21 Korat ຊຶ່ງເປັນຮ້ານຊັບພະສິນຄ້າ ໃນທຳນອງຂອງສະໜາມບິນ ທີ່ເຕັມໄປດ້ວຍຮູບປັ້ນດ້ວຍ ເລໂກ ທີ່ມີຫຼາກຫຼາຍສີສັນ ພ້ອມດ້ວຍ ມ້າໝຸນ ແລະສະຖານທີ່ສຳຄັນໃນທົ່ວໂລກ ທີ່ໄດ້ຖືກຈຳລອງຂຶ້ນມານັ້ນ.
ຫຼັງຈາກທີ່ໄດ້ຍົກຍ້າຍພວກພະນັກງານຮ້ານຄ້າ ແລະພວກຜູ້ໄປຊື້ເຄື່ອງຂອງ ອອກໄປໂດຍສ່ວນໃຫຍ່ແລ້ວ ທີມກຳລັງປະສົມປະກອບດ້ວຍຕຳຫຼວດ ແລະທະຫານ ໄດ້ເຂົ້າກວດຫາທ້າວຈັກກຣະພັນ ຢູ່ພາຍໃນສູນການຄ້າ ແລະໄດ້ສັງຫານຜູ້ກ່ຽວ.
ບັນດາເຈົ້າໜ້າທີ່ກ່າວວ່າ ທ້າວຈັກກຣະພັນ ໄດ້ຝຶກຊ້ອມເປັນມືປືນຍິງແມັ້ນ ຜູ້ທີ່ໄດ້ເຂົ້າຮັບການອົບຮົມພິເສດຂອງກອງທັບບົກ ໃນການດັກໂຈມຕີສັດຕູ.