ເຈົ້າໜ້າທີ່ມຽນມາ ກ່າວວ່າ ພວກປະທ້ວງສາສະໜາພຸດກຸ່ມນຶ່ງ
ໄດ້ທຳການໂຈມຕີຫ້ອງການຂອງກຸ່ມຊ່ອຍເຫຼືອນາໆຊາດທີ່ລັດ
ຣາໄຄ ທີ່ມີຄວາມວຸ້ນວາຍທາງພາກຕາເວັນຕົກຂອງປະເທດ.
ຕຳຫຼວດກ່າວວ່າ ມີຫຼາຍໆຮ້ອຍຄົນໄດ້ຫ້ອມລ້ອມຫ້ອງການ
ໄວ້ ແລະພາກັນແກ່ວງກ້ອນຫີນໃສ່ຫ້ອງການຂອງອົງການ
Malterser International ໃນແລງວັນພຸດວານນີ້ໃນເມືອງ
Sittwe.
ເຈົ້າໜ້າທີ່ກ່າວວ່າ ເວລາຄວາມພະຍາຍາມທີ່ຈະທັບມ້າງຝູງຊົນ
ໃຫ້ແຕກພ່າຍໜີໄປ ໄດ້ລົ້ມແຫຼວລົງແລ້ວນັ້ນຕຳຫຼວດໄດ້ຍິງປືນຫຼາຍນັດຂຶ້ນຟ້າເພື່ອ ສົ່ງສັນຍານເຕືອນ.
ແຕ່ບໍ່ມີລາຍງານວ່າ ມີຜູ້ໃດບາດເຈັບລົ້ມຕາຍ.
ພວກທີ່ຢູ່ອາໄສໃນຂົງເຂດ ໄດ້ກ່າວວ່າ ຄວາມບໍ່ສະງົບຍັງສືບຕໍ່ດຳເນີນມາ ໃນວັນພະຫັດມື້ນີ້ ໂດຍທີ່ມີການໂຈມຕີຢ່າງເປັນຂະບວນການ ຕໍ່ບ່ອນຢູ່ຂອງກຸ່ມພະນັກ
ງານຊ່ອຍເຫຼືອນຳ.
ໄດ້ມີພະນັກງານຂອງສະມາຊິກອົງການ Malterser International ຫລາຍໆຄົນ
ຖືກຈັດໃຫ້ຢູ່ພາຍໃຕ້ການຄຸ້ມຄອງຂອງພວກຕຳຫຼວດ.
ຕຳຫຼວດກ່າວວ່າ ພວກປະທ້ວງແມ່ນຄຽດແຄ້ນ ເພາະວ່າ ໄດ້ມີລາຍງານວ່າມີບາງຄົນ ໃນອົງການໃຫ້ການຊ່ອຍເຫຼືອຂອງເຢຍຣະມັນດັ່ງກ່າວໄດ້ຍ້າຍທຸງສາສະໜາພຸດອອກ ໄປຈາກຕໍ່ໜ້າອົງການດັ່ງກ່າວ.
ຊາວພຸດ ໄດ້ນຳເອົາທຸງສາສະໜາ ມາປັກໄວ້ທີ່ໝູ່ບ້ານ ຊຶ່ງເປັນສ່ວນນຶ່ງຂອງການປະ ທ້ວງຕໍ່ຊາວມຸສລິມໂຣຮິງຢາ ຊຶ່ງເປັນຊົນກຸ່ມນ້ອຍຂອງມຽນມານັ້ນ.
ສະມາຊິກຂອງຊົນເຜົ່າຣະໄຄ ສ່ວນໃຫຍ່ນັ້ນແມ່ນເປັນຜູ້ທຳການໂຈມຕີຢ່າງຮ້າຍແຮງ ຫຼາຍໆ ຄັ້ງ ຕໍ່ຊາວໂຣຮິງຢາ ໃນຮອບຫຼາຍໆປີທີ່ຜ່ານມາ.
ໄດ້ມີເຖິງ 280 ຄົນແລ້ວເສຍຊີວິດ ໃນການກໍ່ຄວາມຮຸນແຮງນີ້ ແລະມີ 140 ພັນຄົນ
ໄດ້ຫລົບໜີໄປອອກຈາກບ້ານເຮືອນຂອງພວກເຂົາເຈົ້າ.
ມີຄວາມຢ້ານກົວກັນວ່າ ຄວາມເຄັ່ງຕຶງລະຫວ່າງ ຊາວຣາໄຄທີ່ນັບຖືສາສະໜາພຸດ ແລະຊາວ ໂຣຮິງຢາ ຊຶ່ງເປັນມຸສລິມ ຈະເພີ່ມທະວີຂຶ້ນ ກ່ອນການສຳຫລວດສຳມະໂນ
ຄົວໃນທົ່ວປະເທດ ຊຶ່ງຈະເລີ້ມຂຶ້ນ ໃນວັນອາທິດຈະມາເຖິງນີ້.
ເບິ່ງວີດີໂອກ່ຽວຂ້ອງ: