ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທີມບັກແຄນເນຍສ໌ ແລະທີມຊີຟສ໌ ຈະປະເຊີນໜ້າກັນ ໃນການແຂ່ງຂັນຊິງຂັນ ແຊມປ້ຽນຟຸດບອລອາເມຣິກັນ Super Bowl


ນັກແກວ່ງບານ Tom Brady ຂອງທີມ Tampa Bay Buccaneers ຫລິ້ນຢູ່ໃນການແຂ່ງຂັນກັບທີມ Green Bay Packers ຢູ່ເມືອງ Green Bay, ລັດວິສຄອນຊິນໃນວັນອາທິດ, 24 ມັງກອນ, 2021
ນັກແກວ່ງບານ Tom Brady ຂອງທີມ Tampa Bay Buccaneers ຫລິ້ນຢູ່ໃນການແຂ່ງຂັນກັບທີມ Green Bay Packers ຢູ່ເມືອງ Green Bay, ລັດວິສຄອນຊິນໃນວັນອາທິດ, 24 ມັງກອນ, 2021

ທີມແທມປາ ເບ ບັກແຄນເນຍສ໌ (Tampa Bay Buccaneers) ແລະທີມແຄນຊັສຊີທີ ຊີຟສ໌ (City Kansas Chiefs) ຈະປະເຊີນໜ້າກັນຢູ່ໃນການແຂ່ງຂັນຊິງຂັນແຊມປ້ຽນຟຸດບອລລະດັບຊາດອາເມຣິກັນ Super Bowl.

ການແຂ່ງຂັນດັ່ງກ່າວເຊິ່ງແມ່ນນຶ່ງໃນລາຍການໂທລະພາບທີ່ມີຄົນຕິດຕາມຫຼາຍທີ່ສຸດ ໃນສະຫະລັດ ໃນແຕ່ລະປີນັ້ນ ຈະຈັດຂຶ້ນໃນວັນທີ 7 ກຸມພາທີ່ຈະມາເຖິງ ຢູ່ຕໍ່ໜ້າຝູງຊົນທີ່ມີຈຳນວນຈໍາກັດປະມານ 22,000 ຄົນ ເນື່ອງຈາກມີໂຣກລະບາດຢ່າງໜັກ.

ທີມແທມປາ ເບ (Tampa Bay) ທັງຈະເປັນທີມທຳອິດທີ່ຫລິ້ນຢູ່ໃນການແຂ່ງຂັນ Super Bowl ຢູ່ສະໜາມກິລາໃນບ້ານຂອງຕົນເອງອີກ ນັບຕັ້ງແຕ່ມີການແຂ່ງຂັນດັ່ງກ່າວເລີ່ມຕົ້ນຂຶ້ນ ໃນປີ 1967 ເປັນຕົ້ນມາ.

ທີມບັກແຄນເນຍສ໌ (Buccaneers) ແມ່ນນຳພາໂດຍທອມ ແບຣດດີ (Tom Brady), ນັກແກວ່ງບານຫຼືຄວາເຕີ້ແບັກ ອາຍຸ 43 ປີ ເຊິ່ງເປັນປີທຳອິດຂອງລາວທີ່ຫລິ້ນກັບທີມດັ່ງກ່າວ ຫຼັງຈາກໄດ້ມີອາຊີບທີ່ມີຊື່ສຽງ ໃນວົງການນີ້ຢູ່ກັບທີມນີວ ອິງແກລນ ແພທຣີອອດສ໌ (New England Patriots) ມາແລ້ວ. ທີມແທມປາ ເບ (Tampa Bay) ໄດ້ມີຄວາມກ້າວຫນ້າໂດຍການເອົາຊະນະທີມກຣີນເບ ແພັກເກີສ໌ (Green Bay Packers) ດ້ວຍ 31-26 ຄະແນນໃນການຊິງແຊ້ມຟຸດບອລສາຍ NFC ເພື່ອເຂົ້າຮອບຊະນະເລີດໃນວັນອາທິດວານນີ້.

ໃນອີກດ້ານນຶ່ງ ແມ່ນນັກແກວ່ງບານຫຼືຄວາເຕີ້ແບັກ ແພທຣິກ ມາຮອມເມດສ໌ (Patrick Mahomes) ອາຍຸ 25 ປີ ເຊິ່ງປີກາຍນີ້ ໄດ້ຖືກຂະໜານນາມວ່າ ເປັນນັກກິລາທີ່ມີຄຸນຄ່າສູງທີ່ສຸດ ໃນຂະນະທີ່ລາວໄດ້ນຳພາທີມ ຊີຟສ໌ (Chiefs) ໄປຄວ້າເອົາໄຊຊະນະໃນການແຂ່ງຂັນ Super Bowl ນັ້ນ. ລາວຈະພະຍາ ຍາມທີ່ຈະໃຫ້ເປັນຜູ້ແກວ່ງບານຜູ້ທຳອິດ ທີ່ໄດ້ໄປຊະນະຢູ່ໃນການແຂ່ງຂັນ Super Bowls ສອງຄັ້ງລຽນຕິດນັບຕັ້ງແຕ່ແບຣດດີ (Brady) ໄດ້ເຮັດແນວນັ້ນກັບທີມແພທຣີອອດສ໌ (Patriots) ໃນຮອບເກືອບຮອດ 20 ປີທີ່ຜ່ານມາ.

ທີມແຄນຊັສ ຊີຕີ (Kansas City) ໄດ້ເຂົ້າໄປຫຼິ້ນໃນ Super Bowl ໂດຍໄດ້ຊະນະທີມບັບຟາໂລ ບີລສ໌ (Buffalo Bills) ດ້ວຍຄະແນນ 38-24.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG