ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານນາງ ບົວສອນ ແລະສາມີ ທ່ານຄຳສີ ບົວສີສະຫວັດ ອົບພະຍົບລາວເຂົ້າມາຕັ້ງຖິ່ນຖານ ຢູ່ໃນເມືອງແອັສກອນດີໂດ ລັດຄາລີຟໍເນຍ


ທ່ານຄຳສີ ແລະພັນລະຍາ ທ່ານນາງບົວສອນ ບົວສີສະຫວັດ ໄປຮ່ວມງານລ້ຽງສັງສັນ ຂອງສະມາຄົມແອັສກອນດີໂດ ໃນເມືອງແອັສກອນດີໂດ ລັດຄາລີຟໍເນຍ.
ທ່ານຄຳສີ ແລະພັນລະຍາ ທ່ານນາງບົວສອນ ບົວສີສະຫວັດ ໄປຮ່ວມງານລ້ຽງສັງສັນ ຂອງສະມາຄົມແອັສກອນດີໂດ ໃນເມືອງແອັສກອນດີໂດ ລັດຄາລີຟໍເນຍ.

ໃນລາຍການຊຸມຊົນຊາວໃນທະວີບອາເມຣິກາ ສຳລັບແລງວັນອາທິດມື້ນີ້ ເຮົາຈະພາທ່ານໄປພົບກັບທ່ານນາງບົວສອນ ບົວສີສະຫວັດ ຜູ້ທີ່ມາຈາກຄອບ ຄົວທຸກຍາກ ໃນແຂວງຈຳປາສັກ ຜູ້ທີ່ມີສາມີທີ່ສຸຂະພາບ ບໍ່ແຂງແຮງປານໃດ ແລະໄດ້ຫອບຄອບຄົວເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງແອັສກອນດີໂອ ລັດຄາລີຟໍເນຍ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານນາງ ບົວສອນ ບົວສີສະຫວັດ ເກີດໃນຄອບຄົວຊາວໄຮ່ຊາວນາ ຢູ່ບ້ານແກ່ ເມືອງປາກເຊ ແຂວງຈຳປາສັກ ແລະໃນປີ 1984 ເພິ່ນພ້ອມກັບສາມີທ່ານຄຳສີ ແລະລູກສາວນ້ອຍອາຍຸ 5 ປີ ພ້ອມດ້ວຍລູກຫລານຈຳນວນນຶ່ງ ໄດ້ພາກັນຂ້າມແມ່ນ້ຳຂອງ ຢູ່ແຖວຫາດດອນຈັນ ໃນເວລາ 8 ໂມງແລງ ໂດຍມີພວກກຸ່ມຄົນລາວນຳພາພາຍເຮືອຂ້າມໄປຝັ່ງໄທ ເມື່ອໄປເຖິງຝັ່ງໄທໃນເວລາເກືອບຟ້າແຈ້ງ ພວກກຸ່ມຄົນທີ່ນຳຂ້າມຂອງ ໄດ້ແຍກເອົາສາມີຂອງທ່ານນາງບົວສອນ ໄປໂທຫາອ້າຍຂອງເພິ່ນຢູ່ອາເມຣິກາ ເພື່ອທວງເອົາຄ່າຈ້າງນຳພາຄອບຄົວພວກເພິ່ນຂ້າມຂອງ ເປັນເວລາ 3 ວັນ ກ່ອນທີ່ຄອບຄົວຂອງເພິ່ນຈະໄດ້ຖືກນຳໄປເຂົ້າສູນອົບພະຍົບນາໂພ. ຄອບຄົວຂອງເພິ່ນອາໄສຢູ່ທີ່ສູນນາໂພເປັນເວລານຶ່ງປີຫົກເດືອນ ແລ້ວຍ້າຍໄປຢູ່ສູນອົບພະຍົບໃນປະເທດຟີລິບປິນ ຕື່ມອີກ 9 ເດືອນ ໃນຊ່ວງນັ້ນ ເພິ່ນໄດ້ໃຫ້ກຳເນີດລູກຊາຍຄົນທີສອງ ຊຶ່ງທ່ານນາງກ່າວສູ່ຟັງວ່າ:

ເມືອງມອນກຳໂມຣີ ລັດອາລາບາມາ ຊຶ່ງເປັນເມືອງເອກຂອງລັດ ທີ່ມີປະຫວັດ ສາດສຳຄັນ ທາງດ້ານການຕໍ່ສູ້ເພື່ອສິດທິ ຕາມລັດຖະທຳນູນ ໃນການໃຊ້ສິດອອກສຽງເລືອກຕັ້ງຂອງພວກຊາວຜິວດຳອາເມຣິກັນ ໃນການເດີນຂະບວນທີ່ ນຳພາໂດຍ ທ່ານມາຕິນ ລູເຕີ ຄິ້ງ ຈາກເມືອງແຊລມາ ເຂົ້າໄປໃນເມືອງມອນກຳໂມຣີ. ຄອບຄົວຂອງທ່ານນາງບົວສອນ ໄດ້ອາໄສຢູ່ໃນເມືອງດັ່ງກ່າວ ກັບຄອບຄົວຂອງອ້າຍສາມີຜູ້ທີ່ໄດ້ປະກັນເອົາຄອບຄົວຂອງພວກເພິ່ນມານັ້ນ ດັ່ງທີ່ທ່ານນາງໄດ້ກ່າວສູ່ຟັງຕື່ມອີກວ່າ:

ໃນທີ່ສຸດຄອບຄົວຂອງທ່ານນາງບົວສອນໄດ້ຕັ້ງຖິ່ນຖານຢູ່ໃນເມືອງນ້ອຍແອັສກອນດີໂດ ຕັ້ງຢູ່ໃນຂົງເຂດເມືອງໃຫຍ່ຂອງແຊນດີເອໂກ ລັດຄາລີຟໍເນຍ ຈົນມາເຖິງປັດຈຸບັນນີ້. ຕະຫຼອດໄລຍະການດຳລົງຊີວິດຢູ່ໃນເມືອງແອັສກອນດີໂດນັ້ນ ທ່ານນາງບົວສອນ ກ່າວວ່າ ໂດຍສ່ວນໃຫຍ່ແລ້ວ ເພິ່ນເປັນແມ່ບ້ານແມ່ເຮືອນເບິ່ງແຍງລູກເຕົ້າພ້ອມດ້ວຍລູກຫຼານ ສ່ວນສາມີຂອງເພິ່ນນັ້ນ ມີໂລກປະຈຳຕົວຕັ້ງແຕ່ຢູ່ໃນເມືອງລາວ ຊຶ່ງເພິ່ນໄດ້ຮັບການຜ່າຕັດລຳໃສ້ມາແລ້ວ ແລະໄດ້ຮັບການຜ່າຕັດຕື່ມອີກສອງຄັ້ງຢູ່ໃນສະຫະລັດ ສ່ວນທ່ານນາງບົວສອນເອງ ກໍເປັນໂຣກມະເຮັງໃນຕ່ອມນ້ຳເຫຼືອງ ດ້ວຍສາເຫດນີ້ ພວກເພິ່ນທັງສອງຈຶ່ງບໍ່ສາມາດເຮັດວຽກເປັນຫລັກເປັນແຫລ່ງໄດ້ ແລະພວກເພິ່ນທັງສອງໄດ້ຮັບເງິນສົງເຄາະຈາກລັດຖະບານ ສຳລັບຄົນພິການຕະຫຼອດມາ. ທ່ານນາງບົວສອນ ອະທິບາຍສູ່ຟັງກ່ຽວກັບສາເຫດທີ່ຍ້າຍທີ່ຢູ່ອາໄສຫຼາຍບ່ອນ ກໍເພາະວ່າ ຍ້ອນມີລູກຫຼານອາໄສຢູ່ນຳ ຈຶ່ງຢາກຈະຊອກຫາທີ່ຢູ່ອາໄສຢູ່ໃນບໍລິເວນທີ່ມີສະພາບແວດລ້ອມທີ່ດີສຳລັບພວກເຂົາເຈົ້າ. ທ່ານນາງເວົ້າສູ່ຟັງກ່ຽວກັບການເປັນຢູ່ໃຫ້ຟັງດັ່ງນີ້:

ເມືອງແອັສກອນດີໂດ ຕັ້ງຢູ່ຮ່ອມພູກ້ຳຕະເວັນອອກສຽງເໜືອ ຫ່າງໄປຈາກແຊນດີເອໂກ 30 ກິໂລແມັດ ໂດຍສ່ວນໃຫຍ່ແລ້ວຈະມີຟາມປູກຕົ້ນໄມ້ເຊັ່ນໝາກອາໂວກາໂດ ດັ່ງທີ່ທ່ານນາງບົວສອນ ກ່າວສູ່ຟັງວ່າ:

ສຳລັບສັງຄົມລາວເຊັ່ນວັດວາອາຮາມແລະສະມາຄົມຕ່າງໆຢູ່ໃນເຂດເມືອງແອັສກອນດີໂດນັ້ນ ທ່ານນາງກ່າວສູ່ຟັງດັ່ງນີ້:

ຊາວລາວໂດຍສ່ວນໃຫຍ່ຈະອາໄສຢູ່ໃນຫົວເມືອງໃຫຍ່ເຊັ່ນ ແຊນດີເອໂກ ລອສແອນເຈີເລສ ແຊນຕາອານາ ແລະແຊນແຟຣນຊິສໂກ ເປັນຕົ້ນ ເພາະວ່າ ສະພາບອາກາດຢູ່ໃນເຂດນີ້ ຍາມລະດູໜາວ ຈະບໍ່ໜາວຫຼາຍຄືກັບເຂດພາກຕະເວັນອອກສຽງເໜືອຂອງສະຫະລັດ ເພາະສະນັ້ນແລ້ວ ກໍຈະມີຊຸມຊົນຊາວ ລາວ ພາ ກັນໄປຕັ້ງຖິ່ນຖານ ຢູ່ໃນລັດຄາລີຟໍເນຍຢ່າງຫຼວງຫຼາຍ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນການສຳພາດທ່ານນາງບົົວສອນ ບົວສີສະຫວັດ ຜູ້ທີ່ໄດ້ຫອບລູກເຕົ້າແລະລູກຫລານ ເຂົ້າມາຕັ້ງຖິ່ນຖານໃນສະຫະລັດອາເມຣິກາ ມາໄດ້ຫຼາຍສິບປີຈົນເຖິງປັດຈຸບັນນີ້ ໃນແລງວັນອາທິດໜ້າກະລຸນາຕິດຕາມລາຍການຊຸມຊົນຊາວລາວໃນທະວີບອາເມຣິກາຂອງພວກເຮົາໄດ້ອີກ.

XS
SM
MD
LG