ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳຢູໂຣບ ຄັດຄ້ານຕໍ່ການຮຽກຮ້ອງ ຂອງກຣີສ ທີ່ຢາກໃຫ້ ເຈລະຈາກັນອີກ


Brussels Shaken as New Greek Leader Challenges Europe’s Austerity Drive
please wait

No media source currently available

0:00 0:03:07 0:00

ທ່ານ Alexis Tsipras ທີ່​ນິຍົມ​ຊ້າຍ​ຈັດ ​ໄດ້ສາບານ​ຕົວ​ເຂົ້າຮັບ
ໜ້າທີ່ເປັນ​ນາຍົກລັດຖະມົນຕີ​ຂອງກຣີສ ​ໃນ​ວັນ​ຈັນ​ວານ​ນີ້ ແຕ່​ວ່າ
ພວກ​ຜູ້ນຳຢູ​ໂຣບທັງຫຼາຍພາກັນ​ຕ້ານ​ຢັນ ຄວາມ​ຮຽກຮ້ອງ​ຕ້ອງ
ການ​ຂອງທ່ານ ​ທີ່ຢາກ​ເຈລະຈາ​ໃໝ່ ​ກ່ຽວກັບໂຄງການ​ປະຢັດ
​ມັດທະຍັດທີ່​ພວກຜູ້ນຳຢູໂຣບບັງຄັບໃຫ້ Athens ຕ້ອງປະຕິບັດ
ຕາມນັ້ນ.

ທ່ານ Tsipras ​ໄວ 40 ປີ ​ແລະ​ພັກ Syriza ຂອງ​ທ່ານ​ ​ໄດ້​ຊະນະ
​ການ​ເລືອກ​ຕັ້ງ​ໃນທົ່ວ​ປະ​ເທດ​ດ້ວຍ ຄະແນນສຽງ​ຖ້ວມ​ລົ້ນ ​ໃນ​ວັນ​
ອາທິດ​ຜ່ານ​ມາ​ນີ້. ທ່ານ​ໄດ້​ປະຕິຍານ​ວ່າ​ຈະ​ຍຸດຕິການ​ຄວບ​ຄຸມ
ເສດຖະກິດ ທີ່ພາໃຫ້ມີ​ການຕັດເງິນເບ້ຍບຳນານແລະເງິນ​ເດືອນລົງຢ່າງຫຼວງຫລາຍ​ນັ້ນ ພ້ອມ​ທັງ​ການ​ຂຶ້ນພາສີ​ຢ່າງ​ສູງ ​ແລະພາໃຫ້ມີ​ຄົນຫ​ວ່າງງານ​ຢ່າງຫຼວງຫຼາຍ​ນັ້ນ.

Greek Elections CNPK
please wait
Embed

No media source currently available

0:00 0:03:18 0:00

​ແຕ່​ວ່າ ບັນດາເຈົ້າໜ້າທີ່​ໃຫ້​ເງິນ​ກູ້ຢືມນາໆ​ຊາດ ທີ່​ໄດ້​ຊ່ອຍ​ຄ້ຳຈຸນການ​ເງິນ​ຂອງ​ Greece ​ໃຫ້​ລອຍ​ຕົວ​ໄດ້ ໃນ​ຈຳນວນເກືອບ 300 ພັນ​ລ້ານ​ໂດ​ລ່າ ​ຢູ່ໃນໂຄງ​ການ​ຊ່ອຍ​ກອບ​ກູ້​ປະ​ເທດ
ນັ້ນ ​ແມ່ນ​ບໍ່​ໄດ້​ສະແດງ​ ​ຄວາມ​ສົນ​ໃຈ ທີ່ຈະ​ຕົກລົງເຫັນ​ດີ​ ກັບ​ການ​ຮຽກຮ້ອງ​ຂອງທ່ານ Tsi
-pras ທີ່​ໃຫ້​ລຸດໜີ້​ສິນ​ລົງ ​ແລະ​ຟື້ນ​ຟູ ​ການ​ຕັດ​ການ​ໃຊ້​ຈ່າຍ​ລົງ​ ທີ່​ພວກ​ເຂົາ​ເຈົ້າ​ຮຽກຮ້ອງ​ ເພື່ອເປັນການແລກປ່ຽນ​ໃນການ​ອະນຸມັດການກູ້​ຢືມ​ເງິນ​ນັ້ນ.

ລັດຖະມົນຕີ​ການ​ເງິນ​ຂອງໂຮນລັງ ທ່ານ Jeroen Dijsselbloem ​ໄດ້​ກ່າວ​ວ່າ ບັນດາຜູ້ນຳ
ທາງ​ການ​ເງິນ​ຂອງເຂດ​ໃຊ້ເງິນຢູ​ໂຣ ແມ່ນ​ພ້ອມ​ທີ່​ຈະ​ປະສານ​ງານ​ກັບ Greece, ​ແຕ່ທ່ານ​ໄດ້​ກ່າວເພີ້​ມຕື່ມວ່າ ​ການເປັນ​ສະມາຊິກ​ຂອງ Greece ໃນ 19 ປະ​ເທດທີ່ໃຊ້ເງິນ​ຢູ​ໂຣນັ້ນ ແມ່ນ
ເປັນເງື່ອນໄຂໃນຄວາມ ເຕັມໃຈຂອງ Greece ທີ່​ຈະປະຕິບັດຕາມພັນທະ​ຂອງ​ຂໍ້ຕົກລົງ
ຊ່ອຍ​ກອບ​ກູ້​ປະ​ເທດ. ຈະ​ບໍ່​ມີ​ການ​ໃຫ້ ຄວາມສະໜັບສະໜຸນໃດໆ ພາຍໃນສະຫະພາບ​ຢູ​ໂຣບ ທີ່​ຈະ​ຍົກເລີ້ກ​ໜີ້​ໃຫ້ Greece.

XS
SM
MD
LG