ອົງການ NATO ຈະຊຸກຍູ້ໃຫ້ດຳເນີນການຕໍ່ໄປ ກັບແຜນເຝິກຊ້ອມກ່ຽວກັບອາວຸດນິວເຄລຍ ທີ່ມີມາເປັນເວລາດົນນານແລ້ວນັ້ນ ໃນອາທິດໜ້ານີ້ ເຖິງແມ່ນມີຄວາມເຄັ່ງຕຶງເພີ້ມຂຶ້ນກ່ຽວກັບສົງຄາມຢູ່ໃນຢູເຄຣນ ແລະການຢືນຢັດ ຂອງປະທານາທິບໍດີວລາດີເມຍ ປູຕິນ ທີ່ວ່າລາວບໍ່ໄດ້ເວົ້າຫລິ້ນ ກ່ຽວກັບການໃຊ້ທຸກຢ່າງທີ່ມີຢູ່ເພື່ອປ້ອງກັນດິນແດນຣັດເຊຍ ນັ້ນຄືຄຳເວົ້າຂອງເລຂາທິການໃຫຍ່ອົງການ NATO ທ່ານເຈັນ ສະໂຕລເລນເບີກ ໄດ້ກ່າວໃນວັນອັງຄານວານນີ້.
ການເຝິກຊ້ອມ ທີ່ມີຊື່ວ່າ “Steadfast Noon” ທີ່ຈັດຂຶ້ນປະຈຳປີ ແລະມັກຈະໃຊ້ເວລາຢູ່ນຶ່ງອາທິດ. ແມ່ນພົວພັນກັບຄວາມສາມາດຂອງເຮືອບິນລົບ ທີ່ບັນທຸກຫົວລະເບີດນິວເຄລຍ ແຕ່ບໍ່ພົວພັນກັບລູກລະເບີດແທ້ໃດໆ. ເຮືອບິນລົບທຳມະດາ ເຮືອບິນສັງເກດການ ແລະເຮືອບິນຕື່ມນ້ຳມັນ ກໍຈະເຂົ້າຮ່ວມຕາມປົກກະຕິ.
ສະມາຊິກສິບສີ່ປະເທດ ຂອງທັງໝົດ 30 ປະເທດສະມາຊິກອົງການ NATO ຈະພົວພັນກັບການເຝິກຊ້ອມ ທີ່ໄດ້ວາງແຜນໄວ້ກ່ອນການຮຸກຮານຂອງຣັດເຊຍ ເຂົ້າໄປໃນຢູເຄຣນເມື່ອເດືອນກຸມພາ. ພາກສ່ວນທີ່ສຳຄັນຂອງການເຄື່ອນໄຫວຈະມີຂຶ້ນ 1,000 ກິໂລແມັດ ຫ່າງຈາກຣັດເຊຍ ອີງຕາມຄຳເວົ້າຂອງອົງການ NATO ທີ່ໄດ້ກ່າວໄວ້.
“ມັນຈະສົ່ງສັນຍານຜິດທີ່ສຸດ ຖ້າຫາກວ່າໃນທັນໃດພວກເຮົາລົບລ້າງໃນສິ່ງທີ່ເຄີຍເຮັດມາເປັນປະຈຳໃນເວລານີ້ ແຜນເຝິກຊ້ອມທີ່ວາງແຜນມາຍາວນານ ເພາະວ່າມີສົງຄາມຢູ່ໃນຢູເຄຣນ. ນັ້ນຈະເປັນການທີ່ຈະສົ່ງສັນຍານຜິດທີ່ສຸດ.” ທ່ານສະໂຕລເລັນເບີກ ກ່າວຕໍ່ບັນດານັກຂ່າວ ກ່ອນກອງປະຊຸມບັນດາລັດຖະມົນຕີປ້ອງກັນ ຂອງອົງການ NATO ຢູ່ນະຄອນບຣັສເຊີລສ໌.
ທ່ານກ່າວວ່າ “ການຢືນຢູ່ຢ່າງແຂງຂັນຂອງ NATO ທຳນາຍຄວາມປະພຶດ ຄວາມເຂັ້ມແຂງກອງທັບພວກເຮົາ ເປັນທາງດີທີ່ສຸດ ເພື່ອປ້ອງກັນບໍ່ໃຫ້ມີ ການເພີ້ມທະວີຄວາມເຄັ່ງຕຶງຂຶ້ນ. ຖ້າຫາກວ່າປັດຈຸບັນນີ້ພວກເຮົາສ້າງພື້ນຖານຄວາມບໍ່ເຂົ້າໃຈໃດໆ ຄິດໄລ່ຜິດຢູ່ໃນມົສກູ ກ່ຽວກັບ ຄວາມເພິງພໍໃຈຂອງພວກເຮົາ ເພື່ອປົກປັກຮັກສາ ແລະປ້ອງກັນບັນດາພັນທະມິດ ທັງໝົດ ພວກເຮົາຈະສ່ຽງຕໍ່ການການເພີ້ມທະວີຄວາມເຄັ່ງຕຶງຂຶ້ນ.”
ພ້ອມດ້ວຍກອງທັບຣັດເຊຍທີ່ຖອຍກັບຄືນ ພາຍໃຕ້ການໄດ້ຮັບໄຊຊະນະ ຂອງກຳລັງຢູເຄຣນ ທີ່ປະກອບອາວຸດຈາກປະເທດຕາເວັນຕົກ ທ່ານປູຕິນໄດ້ເພີ້ມຄວາມສ່ຽງດ້ວຍການຜະໜວກເອົາສີ່ຂົງເຂດຢູເຄຣນ ແລະໄດ້ປະກາດດານລະດົມກຳລັງທະຫານເປັນບາງສ່ວນເຖິງ 300,000 ຄົນ ເພື່ອສະໜັບສະໜຸນເຂດແນວໜ້າທີ່ກຳລັງພັງທະລາຍລົງນັ້ນ.
NATO will push ahead with long-planned nuclear exercises next week despite rising tensions over the war in Ukraine and President Vladimir Putin's insistence that he is not bluffing about using all available means to defend Russian territory, NATO Secretary-General Jens Stoltenberg said Tuesday.
The exercise, dubbed "Steadfast Noon," is held annually and usually runs for about one week. It involves fighter jets capable of carrying nuclear warheads but does not involve any live bombs. Conventional jets, and surveillance and refueling aircraft also routinely take part.
Fourteen of the 30 NATO member countries will be involved in the exercise, which was planned before Russia invaded Ukraine in February. The main part of the maneuvers would be held more than 1,000 kilometers (625 miles) from Russia, a NATO official said.
"It would send a very wrong signal if we suddenly now cancelled a routine, long-time planned exercise because of the war in Ukraine. That would be absolutely the wrong signal to send," Stoltenberg told reporters on the eve of a meeting of NATO defense ministers in Brussels.
"NATO's firm, predictable behavior, our military strength, is the best way to prevent escalation," he said. "If we now created the grounds for any misunderstandings, miscalculations in Moscow about our willingness to protect and defend all allies, we would increase the risk of escalation."
With the Russian army retreating under the blows of Ukrainian forces armed with Western weapons, Putin raised the stakes by annexing four Ukrainian regions and declaring a partial mobilization of up to 300,000 reservists to buttress the crumbling front line.