ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສາມຄົນຖືກຈັບ ທີ່ນະຄອນ Brussels ໃນການປະຕິບັດງານ ຕໍ່ຕ້ານການກໍ່ການຮ້າຍ


Brussels Attacks
please wait
Embed

No media source currently available

0:00 0:01:09 0:00

ບັນດາ​ໄອ​ຍະ​ການຂອງ Belgium ກ່າວ​ວ່າ ສາມ​ຄົນ​ໄດ້​ຖືກ​ກັກ​
ຂັງ​ ໃນ​ການ​ປະຕິບັດ​ງານ ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ຢູ່​ທີ່​ນະຄອນ
Brussels. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ​
ໄດ້​ມີ​ຂຶ້ນ​ໃນ​ວັນ​ພະຫັດ ຫຼັງ​ຈາກ​ການ​ຈັບ​ກຸມຜູ້ຊາຍ​ຝຣັ່ງຄົນ​ໜຶ່ງ
​ໃນ​ນະຄອນ​ປາຣີ ທີ່​ສົງໄສ​ວ່າ​ພວມວາງ​ແຜນການ​ໂຈມຕີ​ຄັ້ງ​ໃໝ່.

ຫ້ອງການ​ໄອຍະ​ການ​ຍັງ​ກ່າວ​ອີກ​ວ່າ ​ເຈົ້າໜ້າ​ທີ່​ສືບສວນ​ໄດ້​ໃຊ້
ການ​ກວດ​ສອບ DNA ​ເພື່ອ​ພິຈາລະນາ​ເບິ່ງ​ວ່າ ທ້າວ Naijim
Laachraoui ແມ່ນຜູ້​ໜຶ່ງໃນການ​ໂຈມ​ຕີສະລະ​ຊີບທີ່​ໄດ້ບີບ​ຄະ
​ນວນ​ລະ​ເບີດສັງຫານ​ຕົນ​ເອງຢູ່​ສະໜາມ​ບິນນະຄອນ Brussels
​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາຫລື​ບໍ່ ​ແລະ​ເຈົ້າໜ້າ​ທີ່​ກ່າວ​ວ່າ ສະໜາ​ມບິນ​ດັ່ງກ່າວ​ຈະ​ເປີດ​ຄືນ​ອີກ​ໃນ​ວັນ​ອັງຄານ​ຈະມານີ້.

Concerns Linger About Belgium’s Security as Kerry Pays Tribute
please wait

No media source currently available

0:00 0:01:46 0:00

ເຈົ້າໜ້າ​ທີ່ອະ​ວຸ​ໂສສະຫະລັດທ່ານ​ນຶ່ງ ​ໃຫ້ການ​ຢືນຢັນ​ວ່າ ມີ​ຊາວ​ອາ​ເມຣິກັນ 2 ຄົນ​ຮວມຢູ່​ໃນ​ພວກ​ທີ່​ເສຍ​ຊີວິດ​ໄປ​ຫລາຍ​ກວ່າ 30 ຄົນ​ນັ້ນ.

On The Scene: Molenbeek Belgium
please wait

No media source currently available

0:00 0:01:16 0:00

ທ້າວ Laachraoui ຍັງ​ໄດ້​ພົວພັນ​ກັບ​ການ​ໂຈມຕີ​ທີ່ນະຄອນ​ປາຣີ​ເມື່ອວັນ​ທີ 13 ​ເດືອນ​ພະຈິກ​ປີ​ກາຍ ທີ່​ເຮັດ​ໃຫ້ 130 ຄົນ​ເສຍ​ຊີວິດ. DNA ຂອງ​ລາວ​ໄດ້​ພົບ​ເຫັນ​ຢູ່​ເສື້ອໃສ່​ລະ​ເບີດສະລະ​ຊີບ​ແລະ​ຊິ້ນ​ສ່ວນຂອງຜ້າ​ທີ່​ພົບ​ເຫັນ​ຢູ່ບ່ອນ​ສະ​ແດງ ຄອນ​ເຊີດ Bataclan ບ່ອນ​ທີ່​ 90 ຄົນ​ໄດ້​ເສຍ​ຊີວິດ.

ຕຳຫລວດຢືນຍາມຢູ່ເມືອງ Schaerbeek ໃນນະຄອນ Brussels.
ຕຳຫລວດຢືນຍາມຢູ່ເມືອງ Schaerbeek ໃນນະຄອນ Brussels.

ລັດຖະມົນ​ຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້ໄປ​ຢ້ຽມນະຄອນ Brussels
​ໃນວັນ​ສຸກ​ວານ​ນີ້ ​ເພື່ອ​ສົນທະນາ​ຫາລື​ກັບ ບັນດາ​ຜູ້ນຳ Belgium ​ແລະພວກ​ຜູ້ນຳ​ຢູ​ໂຣບ
ກ່ຽວ​ກັບ​ການ​ໂຈມ​ຕີດັ່ງກ່າວ. ​ໃນລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານນັ້ນ ທ່ານ​ໄດ້​ກ່າວ​ວ່າ
ສະຫະລັດ ​ແລະ​ບັນດາ​ສະມາຊິກ​ແນວ​ໂຮມ ຂໍ ​ເຕືອນ​ບຸກຄົນ​ໃດ​ກໍ​ຕາມ ຜູ້​ທີ່​ສັງຫານແລະ​ເຮັດ​ໃຫ້​ພົນ​ລະ​ເຮືອນ ທີ່ໄຮ້​ດຽງສາ​ໄດ້​ຮັບ​ບາດ​ເຈັບ ທີ່​ກຳລັງດຳລົງ​ຊີວິດ​ປະຈຳ​ວັນ ຂອງ​
ເຂົາ​ເຈົ້າຢູ່​ນັ້ນວ່າ “ພວກ​ເຮົາ​ຈະ​ບໍ່ໄດ້​ຮັບ​ການຂັດຂວາງ. ພວກ​ເຮົາ​ຈະ​ກັບ​ຄືນມາ​ພ້ອມ​ກັບ​ການ​ຕົກລົງ​ໃຈ ທີ່ຍິ່ງໃຫຍ່​ກວ່າ​ເກົ່າ ພ້ອມ​ດ້ວຍ​ຄວາມເຂັ້ມແຂງ​ ​ແລະ​ພວ​ກເຮົາ​ ຈະ​ບໍ່​ຢຸດ​
ເຊົາ​ຈົນ​ກວ່າພວກ​ ເຮົາ​ໄດ້​ກຳຈັດ​ຄວາມ​ເຊື່ອຖື ​ໃນ​ການທຳລາຍລ້າງ ​ແລະຄວາມ​ຂີ້​ຂາດ​
ຕາຂາວໃຫ້​ສິ້ນຊາກ​ໄປຈາກ​ໜ້າໂລກ​ມະນຸດ​ເຮົາ.”

Belgium’s Counterterror Struggles Underscore Long-Simmering Concerns
please wait

No media source currently available

0:00 0:02:03 0:00

XS
SM
MD
LG