ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ແບລຢ້ຽມ ເພີ້ມທະວີ ລະດັບ ຄວາມລະວັງ ຕໍ່ການ ຂົ່ມຂູ່ ໃຫ້ສູງຂຶ້ນ


ທະຫານ ແລະຕຳຫລວດ ກຳລັງຍ່າງລາດຕະເວນ ຢູ່ກາງນະຄອນ
ຫຼວງ Brussels .
ທະຫານ ແລະຕຳຫລວດ ກຳລັງຍ່າງລາດຕະເວນ ຢູ່ກາງນະຄອນ ຫຼວງ Brussels .

ປະເທດ ແບລຢ້ຽມ ໄດ້ຍົກຂຶ້ນສູງສຸດ ລະດັບລະວັງໄພຂອງຕົນ
ຕ້ານພວກກໍ່ການຮ້າຍໃນນະຄອນຫຼວງ​ Brussels ໂດຍເຕືອນ
ວ່າ “ໄພຂົ່ມຂູ່ຈະມາເຖິງໃນໄວໆ”.

ຖແລງການໃນວັນເສົາມື້ນີ້ເຕືອນປະຊາຊົນວ່າ ການຍົກລະດັບ
ຂຶ້ນສູ່ປະເພດ 4​ ໝາຍຄວາມວ່າ “ເຂດ​ Brussels ຕົກຢູ່ໃນຂັ້ນ
ຂົ່ມຂູ່ທີ່ຮ້າຍແຮງທີ່ສຸດ”.

ຖແລງການດັ່ງກ່າງ ໄດ້ເຕືອນປະຊາຊົນໃຫ້ຫຼີກເວັ້ນຈາກບ່ອນ
ອັດແອຂອງປວງຊົນ ເຊັ່ນໃນບ່ອນສແດງຄອນເສີດ ບ່ອນຊື້ຂາຍ
ທ່ີອັ່ງອໍ ບ່ອນໂດຍສານຂັບຄັ່ງ ດັ່ງນີ້ເປັນຕົ້ນ ຖ້າເປັນໄປໄດ້.

ການເຄື່ອນໄຫວຂຶ້ນສູ່ລະດັບສູງສຸດດັ່ງກ່າວໄດ້ມີຂຶ້ນລຸນຫຼັງນຶ່ງອາທິດຈາກການໂຈມຕີ
ຂອງພວກກໍ່ການຮ້າຍ ທີ່ພວກລັດອິສລາມອ້າງເອົາຄວາມຮັບຜິດຊອບ ທີ່ເອົາຊິວິດຜູ້
ຄົນໄປ 130 ຄົນ ທ່ີນະຄອນຫຼວງປາຣີນັ້ນ.

ຜູ້ຕ້ອງສົງໄສຕົວການ ຊຶ່ງປັດຈຸບັນຖືກຊອກຄົ້ນຫາໂດຍນາໆຊາດ ແມ່ນຍັງຫາຕົວພໍ່ພົບ
ແຕ່ອາດລີ້ຊ່ອນຢູ່ໃນແບລຢຽ້ມ​. ຊາລາ ອັບແດັຊລາມ ພົບເຫັນເທື່ອສຸດທ້າຍເວລາເຂົາ
ຂັບລົດມຸ້ງໜ້າໄປຊາຍແດນແບລຢ້ຽມ. ຕຳຫຼວດໄດ້ຢຸດເຂົາໄວ້ແລະສອບປາກຄຳເປັນ
ເວລາ 2 3 ຊົ່ວໂມງກ່ອນຈະປ່ອຍໃຫ້ເຂົາໄປ.

ໃນຄໍ່າຄືນວັນສຸກວານນີ້ ແບລຢ້ຽມໄດ້ກ່າວຫາຄົນທີສາມ ທີ່ບໍ່ບອກຊື່ແຕ່ສົງໄສວ່າມີສ່ວນ
ໃນການກໍ່ການຮ້າຍຄັ້ງນັ້ນ ແຕ່ບໍ່ໄດ້ມີລາຍລະອຽດຕື່ມ. ອີກສອງຄົນພວມຢູ່ໃນການ
ຄວບຄຸມຕົວໄວ້ຂອງແບລຢ້ຽມ ແລະປະເຊີນກັບຂໍ້ຫາດຽວກັນ ວ່າພົວພັນກັບການ
ໂຈມຕີໃນປາຣີ.

ໃນວັນພະຫັດຜ່ານມາ ເຈົ້າໜ້າທີ່ແບລຢ້ຽມໄດ້ບຸກຈູ່ໂຈມ 9 ແຫ່ງ ໃນຫຼາຍໆພາກສ່ວນ
ຂອງນະຄອນຫຼວງ​ ບຮັສຊັລ ແລະໄດ້ຈັບກຸມ 9 ຄົນໄວ້

[kpathammavong] BELGIUM TERROR VO
please wait

No media source currently available

0:00 0:00:26 0:00

XS
SM
MD
LG