ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຣັສເຊີລສ໌ ກ້າວເຂົ້າສູ່ ມື້ທີສອງ ຂອງການສັ່ງໃຫ້ປິດ ນະຄອນຫຼວງ


ນະຄອນຫຼວງ ບຣັດເຊີລສ໌ ຍັງຄົງຢູ່ໃນ ພາວະລະດັບຄວາມລະມັດລະວັງ ສູງສຸດ ໃນວັນທີ 22 ພະຈິກ 2015, ໃນຄະນະທີ່ ບັນດາເຈົ້າໜ້າທີ່ ກຽມຮັບມື ສຳລັບ ອັນທີ່ພວກເພິ່ນ ຢ້ານວ່າ ອາດມີການໂຈມຕີ ຢ່າງກວ້າງຂວາງເກີດຂຶ້ນ.
ນະຄອນຫຼວງ ບຣັດເຊີລສ໌ ຍັງຄົງຢູ່ໃນ ພາວະລະດັບຄວາມລະມັດລະວັງ ສູງສຸດ ໃນວັນທີ 22 ພະຈິກ 2015, ໃນຄະນະທີ່ ບັນດາເຈົ້າໜ້າທີ່ ກຽມຮັບມື ສຳລັບ ອັນທີ່ພວກເພິ່ນ ຢ້ານວ່າ ອາດມີການໂຈມຕີ ຢ່າງກວ້າງຂວາງເກີດຂຶ້ນ.

ພົນລະເມືອງຂອງນະຄອນຫຼວງ ແບລຈຽມ ຕື່ນຂຶ້ນມາໃນວັນ
ອາທິດມື້ນີ້ ອັນເປັນມື້ທີສອງຂອງການປິດລົງ ລະບົບຂົນສົ່ງ
ລົດໄຟໃຕ້ດິນ ແລະ ຖະໜົນສາຍຕ່າງໆ ທີ່ເປົ່າຫວ່າງ ໂດຍມີ
ກຳລັງຮັກສາຄວາມປອດໄພ ລາດຕະເວນຢູ່ນັ້ນ. ວັນອາທິດ
ມື້ນີ້ ຊຶ່ງເປັນມື້ທີສອງ ສຳລັບ ພາວະລະດັບການຂົ່ມຂູ່ທີ່ສູງສຸດ
ທີ່ໄດ້ປະກາດນຳໃຊ້ ໃນນະຄອນຫຼວງບຣັດເຊີລສ໌. ບັນດາເຈົ້າ
ໜ້າທີ່ ກຳລັງປະຊຸມກັນ ໃນຕອນບ່າຍວັນອາທິດມື້ນີ້ ເພື່ອພິ
ຈາລະນາເບິ່ງວ່າ ຕ້ອງການທີ່ຈະອອກມາດຕະການໃໝ່ ໃດໆ
ຕື່ມອີກບໍ່.

ລັດຖະມົນຕີກະຊວງພາຍໃນ ທ່ານ Jan Jambon ເວົ້າວ່າ
“ມີການຂົ່ມຂູ່ອັນແທ້ຈິງຢູ່ ແຕ່ພວກເຮົາ ຈະເຮັດທຸກສິ່ງທຸກຢ່າງ ທີ່ເປັນໄປໄດ້ ເຊົ້າ
ແລະ ຄ່ຳ ເພື່ອປະເຊີນໜ້າກັບສະຖານະການນີ້.”

ບັນດາເຈົ້າໜ້າທີ່ແບລຈຽມ ໄດ້ເຕືອນພົນລະເມືອງ ຫ້າມບໍ່ໃຫ້ເຕົ້າໂຮມກັນ ຢູ່ຕາມສາທາ
ລະນະໃນວັນເສົາວານນີ້ ຂະນະທີ່ ອົງການຮັກສາກົດໝາຍຕ່າງໆ ຂຸ້ນຂ້ຽວຕາມລ່າຫາ
ພວກຄາດຕະກອນ ທີ່ກໍ່ການຫັງຫານໝູ່ເມື່ອວັນທີ 13 ພະຈິກ ໃນນະຄອນຫຼວງປາຣີ.

ນາຍົກລັດຖະມົນຕີ ແບລຈຽມ ທ່ານ Charles Michel ໄດ້ເຕືອນວ່າ “ບຸກຄົນຈຳນວນ
ນຶ່ງ ຕິດອາວຸດ ແລະ ລະເບີດ ອາດເລີ້ມທຳການໂຈມຕີ”
ໃນສະຖານທີ່ແຫ່ງນຶ່ງ ຫຼື ຫຼາຍໆ
ແຫ່ງຢູ່ໃນ ແລະ ອ້ອມແອ້ມນະຄອນຫຼວງ. ບັນດາເຈົ້າໜ້າທີ່ ກ່າວຕໍ່ຜູ້ສື່ຂ່າວວີໂອເອ Jamie
Dettmer ວ່າ ການກ່າວເຕືອນຂອງທ່ານ Michel ນັ້ນ ແມ່ນອີງຕາມ “ຂໍ້ມູນທີ່ແນ່ນອນ”
ລວມທັງການເປັນໄປໄດ້ວ່າ ຜູ້ຕ້ອງສົງໄສ ຫົວໜ້າ ທຳການໂຈມຕີໃນປາຣີ ນາຍ Salah
Abdeslam ອາດກຳລັງວາງແຜນການໂຈມຕີສະລະຊີບ ໃນຕົວເມືອງດັ່ງກ່າວນັ້ນ.

ການກ່າວເຕືອນມີຂຶ້ນ ຫຼັງຈາກທີ່ໄດ້ມີການຄົ້ນພົບ ອາວຸດຈຳນວນນຶ່ງ ຢູ່ທີ່ບ້ານພັກ ທີ່ອາ
ໄສໂດຍຜູ້ຕ້ອງສົງໄສຄົນນຶ່ງ ຜູ້ມີສ່ວນກ່ຽວຂ້ອງກັບ ການໂຈມຕີໃນປາຣີ ທີ່ຖືກຈັບກຸມໄດ້ນັ້ນ.

Belgium Terror
please wait
Embed

No media source currently available

0:00 0:01:49 0:00

XS
SM
MD
LG