ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ອອສເຕຣເລຍ ກັບນໍເວ ຜ່ອນຜັນ ການລົງໂທດ ຕໍ່ມຽນມາ


ທ່ານນາງອອງຊານ ຊູຈີ ແລະ ທ່ານ David Cameron ນາຍົກລັດຖະມົນຕີຂອງກິດ ທີ່ໄປຢ້ຽມຢາມມຽນມາ ເມື່ອວັນທີ 13 ເມສາ 2012.

ອອສ​ເຕຣ​ເລຍ​ປະກາດໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ບາງ ຢ່າງ​ຕໍ່​ມຽນມາ
ໃນ​ການ​ຕອບສະໜອງ​ຕໍ່​ການ​ປະຕິ​ຮູບ​ຕ່າງໆຂອງ​ລັດຖະ ບານ​ມຽນມາ ​ເມື່ອ​ປີຜ່ານມາ.

ໃນ​ການກ່າວຈາກ​ກຸງລອນ​ດອນ ລັດຖະມົນຕີ​ຕ່າງປະ​ເທດ Bobb Carr ​ໄດ້​ບອກ​ວິ​ທະ​ຍຸ
ອອສ​ເຕຣ​ເລຍ​ວ່າ ຂໍ້​ຈໍາກັດ​ຮັດ​ແຄ​ບຕໍ່​ການເດີນທາງ​ຂອງ​ປະທາ​ນ​າທິບໍດີ ທຽນ ​ເຊ​ນ ​ແລະ
ບັນດາ​ເຈົ້າໜ້າ​ທີ່ມຽນມາ​ອີກ​ຫລາຍ​ກວ່າ 200 ຄົນ​ ຈະ​ຖື​ກຍົກ​ເລີກ. ​ແຕ່​ວ່າ ຂໍ້ຈໍາກັດ​ຮັດ
ແຄບຕໍ່​ການ​ເດີນທາງ ​ແລະ​ດ້ານການ​ເງິນ​ຕ່າງໆ ຍັງ​ຈະມີ​ຜົນ​ບັງຄັບ​ໃຊ້​ສໍາລັບ​ເຈົ້າໜ້າ​ທີ່​ອີກ
ປະມານ 130 ຄົນ ​ໂຮມ​ທັງ​ພວ​ກສະມາຊິກ​ກອງ​ທັບແລະ​ພວກ​ສ່ວນ​ບຸກຄົນ ​ທີ່​ສົງໄສ​ວ່າ
ຝ່າຝືນ​ສິດທິ​ມະນຸດ.

ລັດຖະມົນຕີຕ່າງປະເທດອອສເຕຣເລຍ ທ່ານ Bob Carr ຕອນໄປຢ້ຽມຢາມພະນົມເປັນ, ວັນທີ 26 ມີນາ 2012. (AP Photo/Heng Sinith)
ລັດຖະມົນຕີຕ່າງປະເທດອອສເຕຣເລຍ ທ່ານ Bob Carr ຕອນໄປຢ້ຽມຢາມພະນົມເປັນ, ວັນທີ 26 ມີນາ 2012. (AP Photo/Heng Sinith)

ການ​ປະກາດ​ດັ່ງກ່າວ​ນີ້ ມີ​ຂຶ້ນບໍ່
ເທົ່າ​ໃດ​ມື້​ຫລັງ​ຈາກ​ທ່ານ David
Cameron ນາຍົກລັດຖະມົນຕີ
ອັງກິດ ​ໄດ້​ໄປ​ຢ້ຽມ​ຢາມ​ມຽນມາ
ຊຶ່ງ​ຫລັງ​ຈາກ​ໄດ້ພົບ​ປະ​ເຈລະຈາ
ກັບ​ທ່ານ​ນາງ​ອອງ ຊານ ຊູ​ຈີ ຜູ້​
ນໍາຝ່າຍຄ້ານຂອງ​ມຽນມາ​ແລ້ວ
ນັ້ນ ​ທ່ານ​ໄດ້​ກ່າວ​ວ່າ ອັງກິດ​ຈະ​
ໂຈະ​ການ​ລົງ​ໂທດ​ຕ່າງໆ​ຕໍ່​ມຽນ
ມາ ​ແຕ່​ຍັງ​ຈະ​ບັງຄັບໃຊ້ການ​
ຫ້າມ​ຂາຍອາວຸດ​ນັ້ນ​ຢູ່.

ສ່ວນ​ປະ​ເທດ​ນໍ​ເວ ກໍ​ໄດ້​ຕົກລົງ​
ເມື່ອ​ວັນ​ອາທິດ​ວານ​ນີ້ ທີ່​ຈະ​ຍົກ
ເລີກ​ການ​ລົງ​ໂທດ​ທາງດ້ານເສ​ດ
ຖະກິດ​ຕໍ່ມຽນມາ​ເຊ່ນ​ກັນ ​ແຕ່​ກໍ​
ຍັງ​ຮັກສາ​ການ​ຫ້າມ​ຂາຍ​ອາ​ວຸດ
ຍຸ​ດ​ໂທ​ປະກອນ ​ແລະຂໍ້​ຈໍາກັດ​
ກ່ຽວ​ກັບການ​ຮ່ວມ​ມືດ້ານ​ທະ
ຫານ​ນັ້ນ​ນໍາ. ທ່ານ Jonas
Gahr Stoer ລັດຖະມົນຕີ​ຕ່າງ
ປະ​ເທດ​ນໍ​ເວ ກ່າວໃນ​ຖະ​ແຫລ​ງ
ການ​ສະບັບ​ນຶ່ງ​ວ່າ ສິ່ງທີ່ມຽນມາ
ຕ້ອງການ​ໃນ​ເວລານີ້ ກໍ​ຄືການ
ພົວພັນ​ກັບປະ​ເທດອື່ນໆ​ໃນ​ໂລກ ການ​ພັດທະນາ​ດ້ານເສດຖະກິດ ​ແລະ​ການຊ່ວຍ​ເຫລື​ອ
ຂອງ​ຕ່າງປະ​ເທດ.

ນັບ​ຕັ້ງ​ແຕ່​ເຂົ້າມາ​ບໍລິຫານ​ປະ​ເທດ ພຽງ​ເມື່ອນຶ່ງປີກ່ວາຜ່ານມາ​ນີ້ ປະທານາທິບໍດີ ທຽນ
ເຊ​ນ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ຫລາຍ​ຢ່າງ ​ໂຮມ​ທັງ​ການ​ປ່ອຍ​ຕົວ​ພວກ​ນັກ​ໂທດ
ການ​ເມືອງ ຜ່ອນຜັນ​ການກວດ​ຂ່າວ​ສື່​ມວນ​ຊົ​ນ ​ແລະດໍາ​ເນີນ​ການ​ເຈລະຈາ​ສັນຕິພາບ​ກັບ​
ພວກ​ກະ​ບົດ​ຊົນ​ເຜົ່າ.

XS
SM
MD
LG