ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍຈ່າ Bales ຍອມຮັບຜິດ​ ໃນຂໍ້​ຫາ ​ຄາດ​ຕະກໍາ ​ຢູ່ ອັຟການິສຖານ (ວີດີໂອ)


ນາຍຈ່າ Robert Bales (ທີສາມຈາກຊ້າຍ) ພ້ອມດ້ວຍ ທະນາຍຄວາມ ແລະໄອຍະການ ຢູ່ສານທະຫານ
ນາຍຈ່າ Robert Bales (ທີສາມຈາກຊ້າຍ) ພ້ອມດ້ວຍ ທະນາຍຄວາມ ແລະໄອຍະການ ຢູ່ສານທະຫານ
ອ້າຍ​ຂອງ​ຜູ້​ຊາຍຊາວອັ​ຟກາ​ນິສຖານຄົນ​ນຶ່ງ ທີ່​ຖືກ​ຍິງຕາຍ​ໃນ​
ການ​ສັງຫານ ​ຢ່າງບໍ່​ເລືອກ​ໜ້າ ໃນປີ​ກາຍ​ນີ້ ​ໂດຍທະຫານສະ
ຫະລັດນັ້ນ ກ່າວ​ວ່າ ລາວ​ມີ​ຄວາມ​ໂກດ​ແຄ້ນ​ ທີ່ນາຍ​ຈ່າ​ທະຫານ
​ Robert Bales ຈະ​ບໍ່ໄດ້​ຮັບໂທດ​ປະ ຫານ​ຊີວິດ.

ຈ່າ Bales ຮັບ​ສາລະພາບ​ຜິດ​ໃນ​ຂໍ້​ຫາ​ຄາດ​ຕະກໍາ ​ໃນ​ວັນ​ພຸດ​
ວານ​ນີ້ ​ຊຶ່ງຄໍ້າ​ປະກັນ​ວ່າ ​ໂທດ​ໜັກທີ່​ສຸດ ທີ່​ລາວ​ຈະ​ໄດ້​ຮັບ ກໍ​ຄື​
ຕິດ​ຄຸກຕະຫຼອດຊີວິດ.

ອ​ະດີດ​ນາຍ​ຈ່າທະຫານ​ຄົນ​ນີ້ ​ໄດ້​ຖື​ກກ່າວຫາ ​ໃນ​ການໂຈມຕີ
ເມື່ອ​ເດືອນ​ມີນາ ປີ 2012​ ຢູ່ໃນ​ສອງ​ໝູ່​ບ້ານໃກ້​ກັບ​ຄ້າຍ​ທະຫານ ທີ່​ສອກຫຼີກຫ່າງ​ໄກ​ແຫ່ງ​ນຶ່ງຢູ່​ທາງ​ພາກ​ໃຕ້​ຂອງອັຟກາ​ນິສຖານ. ຜູ້​ເຄາະ​ຮ້າຍ​ສ່ວນ​ຫລາຍ​ເປັນ​ຜູ້​ຍິງແລະເດັກ ນ້ອຍ ​ແລະເຈົ້າໜ້າ​ທີ່​ສືບສວນກ່າວ​ວ່າ ສົບ​ຈໍານວນ​ນຶ່ງ​ໄດ້​ຖືກ​ຈູດເຜົາ.

ທ້າວ Baraan Noorzia ຜູ້ທີ່​ນ້ອງ​ຂອງ​ລາວ​ໄດ້​ຮັບເຄາະ​ໃນການ​ຍິງສັງຫານ ກ່າວ​ໃນ​ວັນ​ພະຫັດວານນີ້​ວ່າ ການ​ລົງ​ໂທດທີ່​ວ່າ​ນີ້ “ບໍ່​ເປັນ​ທີ່​ພໍ​ໃຈ​” ​ແກ່​ລາວ.

ລາວ​ໄດ້​ຕັ້ງຄຳ​ຖາ​ມ​ກ່ຽວ​ກັບ​ຄວາມ​ຖືກຕ້ອງຊອບ​ທຳ​ຂອງ​ກົດໝາຍ ​ໂດ​ຍ​ເວົ້າ​ວ່າ “​ໃຫ້
ການ​ໂຍະຍານ ​ແລະ​ບໍ່​ແມ່ນ​ໂທດ​ປະຫານ​ຊີວິດ ແກ່​ຜູ້​ທີ່​ສົມຄວນ​ໄດ້​ຮັບ.” ຄະນະຕຸລາ
ການຂອງ​ສານທະຫານ​ ຈະ​ຕັດສິນ​ໃນ​ເດືອນສິງຫາ ຈະ​ມາ​ເຖິງ​ນີ້​ວ່າ ຈ່າ Bales ຈະ​ຖືກ​ໂທດຈຳ​ຄຸກ​ຕະຫລອດ​ຊີວິດ​ ໂດຍ​ມີ​ໂອກາດ ທີ່​ອາດ​ຈະ​ຖືກ ປ່ອຍຫລື​ບໍ່.

US Afghan
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG