ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຈັບກຸມ 8 ຄົນ ທີ່ອາດພົວພັນ ກັບການ ວາງລະເບີດ ທີ່ເມືອງ Manchester


ແມ່ເຖົ້າຜູ້ນຶ່ງຮ້ອງໄຫ້ ຫຼັງຈາກທີ່ເພິ່ນວາງພວງມາລາ ເພື່ອໄວ້ອາໄລ ໃນສະຖານທີ່ ໃຈກາງເມືອງ Manchester, ປະເທດອັງກິດ, 24 ພຶດສະພາ, 2017.
ແມ່ເຖົ້າຜູ້ນຶ່ງຮ້ອງໄຫ້ ຫຼັງຈາກທີ່ເພິ່ນວາງພວງມາລາ ເພື່ອໄວ້ອາໄລ ໃນສະຖານທີ່ ໃຈກາງເມືອງ Manchester, ປະເທດອັງກິດ, 24 ພຶດສະພາ, 2017.

ມີ​ການ​ຢືນ​ສະ​ງົບ​ສະຕິ​ອາລົມ​ຊົ່ວ​ຂະນະ​ນຶ່ງ ທີ່ເມືອງ Manchester ​ໃນ​ຕອນເຊົ້າ
​ວັນ​ພະຫັດມື້​ນີ້ ເພື່ອໄວ້ອາ​ໄລ ໃຫ້​ແກ່ພວກເຄາະ​ຮ້າຍ ​ໃນ​ການ​ໂຈມ​ຕີ​ດ້ວຍລະ​ເບີດ
ສະຫລະ​ຊີບ ໃນວັນ​ຈັນ​ຜ່ານ​ມາ​ນີ້ ຫຼັງ​ຈາກງານສະ​ແດງ​ດົນຕີ​ປ໊ອປ ​ໄດ້​ຈົບ​ລົງ​ແລ້ວ​ນັ້ນ.

ປະຊາຂົນໃນ​ເມືອງ​ດັ່ງກ່າວ ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ກັນ ​ໃນ​ວົງ​ວຽນໃຫຍ່ ​ທີ່​ຈະຕຸລັດ
St. Ann ເພື່ອໄວ້ອາ​ໄລ ​ໂດຍ​ພາກັນ​ກົ້ມ​ຫົວ ຢູ່​ຕໍ່ໜ້າ​ບ່ອນ​ວາງ​ພວງມາລາ ດອກ​ໄມ້
ໝາກ​ປູມ​ເປົ້າ ​ແລະ​ທຽນ ​ເພື່ອ​ເປັນ​ຂອງ​ທີ່​ລະ​ລຶກ ຕໍ່​ພວກ​ເຄາະຮ້າຍ 22 ຄົນ ທີ່​ໄດ້​ເສຍ
​ຊີວິດ ​ເວລາທ້າວ Salman Abedi ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ ພຽງບໍ່​ເທົ່າ​ໃດ​
ນາທີ ຫຼັງ​ຈາກ​ຄອນ​ເຊີດ ຂອງນັກ​ຮ້ອງ​ປ໊ອປ Ariana Grande ​ໄດ້​ຈົບ​ລົງ​ນັ້ນ.

ຕຳຫຼວດພ້ອມອາວຸດ ລາດຕະເວນໃກ້ໆ ກັບສະໜາມ Manchester, 24 ພຶດສະພາ, 2017.
ຕຳຫຼວດພ້ອມອາວຸດ ລາດຕະເວນໃກ້ໆ ກັບສະໜາມ Manchester, 24 ພຶດສະພາ, 2017.

ບໍ່​ດົນຫຼັງ​ຈາກ​ພິທີ​ໄວ້​ອາ​ໄລ ​ໄດ້​ຈົບ​ລົງ​ແລ້ວ​ນັ້ນ ພະ​ລາ​ຊີ​ນີ Elizabeth ​ກໍ​ສະ​ເດັດໄປ​ຮອດ​ໂຮງພະຍາບານເດັກນ້ອຍ ທີ່ເມືອງ Manchester ​ເພື່ອ​ທຳ​ການ​ຢ້ຽມຢາມສ່ວນ​ນຶ່ງ ​ຂອງ​
64 ຄົນ ​ທີ່​ໄດ້​ຮັບ​ບາດ​ເຈັບແລະ​ຮັກສາ​ປິ່ນປົວຢູ່​ທີ່​ນັ້ນ. ​ໃນ​ຈຳ​ນວນ​ພວກເຄາະ​ຮ້າຍ​ນີ້
ສ່ວນ​ໃຫຍ່​ແມ່ນ​ເປັນ​ພວກ​ເດັກນ້ອຍ.

​ເວລາ​ນີ້ ມີຜູ້ຊາຍ 8 ຄົນ​ ​ໄດ້​ຖືກ​ຄຸມ​ຂັງ ຢູ່​ໃນ​ການ​ຄວບ​ຄຸມ​ຂອງພວກ​ຕຳຫຼວດ​ແລ້ວ
ທີ່​ພົວພັນ​ກັບເຫດລະ​ເບີດໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ຊຶ່ງ​ຮວມມີຊາຍ 2 ຄົນ ທີ່​ຖືກ​ຈັບ​ກຸມ
ໂດ​ຍ ພວກຕຳຫຼວດ​ຂອງ​ເທດສະບານ​ເມືອງ Manchester ​ໃນ​ການເຂົ້າ​ບຸກ​ເຂົ້າກວດຄົ້ນ​
ໃນທີ່ມີ​ຂຶ້ນຕ່າງຫາກ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້. ມີ​ແມ່ຍິງ​ຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ກຸມ ​ໃນ​ວັນ​ພຸດ
​ວານ​ນີ້ ​ໃນ​ການ​ບຸກ​ເຂົ້າໄປກວດ​ຄົ້ນ​ຫໍ​ພັກ​ແຫ່ງ​ນຶ່ງ ​ທາງ​ພາກ​ເໜືອ​ຂອງ​ເມືອງ
Manchester ​ໄດ້​ຖືກປ່ອຍ​ຕົວແລ້ວ.



ຕຳ​ຫຼວດ ບໍ່​ໄດ້​ໃຫ້​ຂໍ້​ມູນຫຍັງ​ກ່ຽວ​ກັບ ພວກ​ທີ່​ຖືກ​ຈັບ​ກຸມ​ນີ້​ວ່າ ມີ​ການ​ພົວພັນ​ກັບເຫດ
ລະ​ເບີດແນວ​ໃດ. ​ໃນ​ການ​ຖະ​ແຫຼງທາງ​ໂທລະ​ພາບ ນາຍົກລັດຖະມົນຕີອັງກິດທ່ານ​ນາງ Theresa May ໄດ້​ປະກາດ​ວ່າ ການ​ຂົ່ມຂູ່​ຂອງ​ການ​ກໍ່​ການ​ຮ້າຍ​ນີ້​ ທີ່​ອັງກິດ ຍັງ​ຢູ່​ໃນ
​ລະດັບ​ສູງ.

ພໍ່​ຂອງທ້າວ Abedi ​ແລະ​ນ້ອງ​ຊາຍ​ຂອງ​ລາວ ຖືກຈັບ​ກຸມ​ໂດຍ​ກອງ​ກຳລັງ​ຮັກສາ​ຄວາມ​
ປອດ​ໄພ​ລີ​ເບຍ. ​ໂຄສົກ​ຂອງໜ່ວຍຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍລີ​ເບຍ ​ໄດ້​ກ່າວ​ວ່າ ນ້ອງ​ຂອງ
​ລາວ ທ້າວ Hashim Abedi ​ແມ່ນ​ໄດ້​ຕິດ​ຕໍ່​ກັບ​ທ້າວ Salman ​ແລະ​ຮູ້​ເຖິງ​ການວາງ​ແຜນ​
ໂຈມ​ຕີໃນ​ຄັ້ງ​ນີ້.

​ພໍ່​ຂອງທ້າວ Abedi, ທ້າວ Ramadan ​ໄດ້​ບອກ​ກັບ​ອົງການຂ່າວ Reuters ວ່າ ລາວ​ໄດ້​
ໂອ້​ລົມ​ກັບ​ລູກ​ຊາຍ​ຂອງ​ລາວ ​ເມື່ອ ​5 ມື້ກ່ອນ​ ແລະ​ວ່າທຸກ​ສິ່ງ​ຢ່າງ “​ແມ່ນ​ເປັນ​ປົກກະຕິ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Britain-Blast
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG