ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະແດງ ເທິງເວທີ ຂອງ Broadway ປະກອບດົນຕີ Hamilton ໄດ້ຊະນະ ລາງວັນ Tonys 11 ລາງວັນ


Barbra Streisand, ຂວາ, ມອບລາງວັນ ໃຫ້ ທ່ານ Lin-Manuel Miranda, ກາງ, ສຳລັບ "Hamilton," ໃນຂະນະຜູ້ຜະລິດ Jeffrey Seller ແນມເບິງລາງວັນ Tony Awards ຢູ່ໂຮງ Beacon Theatre ໃນວັນອາທິດ, ວັນທີ 12 ມິຖຸນາ 2016.
Barbra Streisand, ຂວາ, ມອບລາງວັນ ໃຫ້ ທ່ານ Lin-Manuel Miranda, ກາງ, ສຳລັບ "Hamilton," ໃນຂະນະຜູ້ຜະລິດ Jeffrey Seller ແນມເບິງລາງວັນ Tony Awards ຢູ່ໂຮງ Beacon Theatre ໃນວັນອາທິດ, ວັນທີ 12 ມິຖຸນາ 2016.

ບໍ່ເປັນການປະລາດໃຈຫຍັງ ຕໍ່ຜູ້ໃດຜູ້ໜຶ່ງເລີຍ ວ່າ Hamilton ການສະແດງ ເທິງເວທີປະກອບດົນຕີ ປະເພດ hip-hop ຂອງ Broadway ທີ່ກ່ຽວກັບ Alexander Hamilton ຊຶ່ງເປັນພໍ່ຜູ້ກໍ່ຕັ້ງ ອາເມຣິກາ ໄດ້ຮັບລາງວັນ ສູງສຸດ ຢູ່ທີ່ງານມອບລາງວັນ Tony Awards ໃນວັນອາທິດວານນີ້ ສຳລັບ ດົນຕີທີ່ ດີເດັ່ນ ໂດຍເອົາຊະນະ ການສະແດງດົນຕີອື່ນໆ ເຊັ່ນ Shuffle Along, Bright Star, Waitress ແລະ School of Rock.

Hamilton ໄດ້ຮັບໄຊຊະນະຢ່າງໃຫຍ່ ຂອງຄ່ຳຄືນນັ້ນ ໂດຍໄດ້ຮັບ 11 ລາງວັນ Tony ຊຶ່ງຍັງພຽງລາງວັນດຽວຈຶ່ງຈະເຖິງ 12 ລາງວັນ ອັນເປັນລະດັບ ສູງສຸດ ໃນປະຫວັດ ຂອງຜູ້ສ້າງ.

ຜູ້ສ້າງການສະແດງ Hamilton ທ່ານ Lin-Manuel Miranda ຜູ້ທີ່ຍັງຫລິ້ນ ບົດບາດໜ້ອຍນຶ່ງ ໄດ້ຮັບຫຼາຍລາງວັນ Tony ກັບເມືອບ້ານພ້ອມ ສຳລັບປຶ້ມ ດົນຕີທີ່ດີເດັ່ນ ແລະ ທຳນອງຕົ້ນສະບັບ ທີ່ດີເດັ່ນ.

ເຖິງຢ່າງໃດກໍຕາມ ທ່ານ Miranda ກໍແມ່ນໄດ້ເສຍໄຊ ໃນການເປັນນັກ ສະແດງຊັ້ນນຳທີ່ດີເດັ່ນ ໃນລາງວັນການສະແດງດົນຕີ ໃຫ້ແກ່ສະມາຊິກ ເພື່ອນຮ່ວມງານ ທ່ານ Leslie Odom, Jr. ຜູ້ທີ່ຫລິ້ນເປັນ Aaron Burr ຮອງປະທານາທິບໍດີ ຜູ້ທີ່ ຂ້າ Hamilton ຕາຍ ໃນການດວນປືນກັນ.

ງານມອບລາງວັນ Tony Awards ປະຈຳປີ ຄັ້ງທີ 70 ດຳເນີນລາຍການ ໂດຍນັກສະແດງ ແລະ ເປັນພິທີກອນຂອງລາຍການຕອນກາງຄືນ ທ່ານ Jame Corden ຜູ້ທີ່ໄດ້ເປີດໂຕ ລາຍການ ດ້ວຍຄວາມໂສກເສົ້າ ໃນການ ລະນຶກເຖິງການຄາດຕະກຳໝູ່ ໃນນະຄອນ Orlando ເມື່ອຕອນເຊົ້າໆ ຂອງວັນອາທິດ ທີ່ເຮັດໃຫ້ມີຢ່າງໜ້ອຍ 50 ຄົນ ເສຍຊີວິດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG