ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງບຣິດນີ ກຣາຍເນີ ຍອມສາລະພາບຜິດ ໃນການດຳເນີນຄະດີຢາເສບຕິດ ຂອງສານຣັດເຊຍ


ດາຣາ ນັກກິລາບານບ້ວງຍິງ ຂອງ WNBA ແລະນັກກິລາໂອລິມປິກ ທີ່ໄດ້ຮັບຫຼຽນຄຳ ສອງສະໄໝ ນາງບຣິຕນີ ກຣາຍເນີ (Brittney Griner) ໄດ້ຖືກນຳໂຕໄປຫ້ອງສານ ໂດຍເຈົ້າໜ້າທີ່ຣັດເຊຍສອງຄົນ ເພື່ອຮັບຟັງການພິຈາລະນາຄະດີ ໃນເມືອງຄິມກີ ຢູ່ບໍ່ໄກຈາກນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 7 ກໍລະກົດ 2022.
ດາຣາ ນັກກິລາບານບ້ວງຍິງ ຂອງ WNBA ແລະນັກກິລາໂອລິມປິກ ທີ່ໄດ້ຮັບຫຼຽນຄຳ ສອງສະໄໝ ນາງບຣິຕນີ ກຣາຍເນີ (Brittney Griner) ໄດ້ຖືກນຳໂຕໄປຫ້ອງສານ ໂດຍເຈົ້າໜ້າທີ່ຣັດເຊຍສອງຄົນ ເພື່ອຮັບຟັງການພິຈາລະນາຄະດີ ໃນເມືອງຄິມກີ ຢູ່ບໍ່ໄກຈາກນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 7 ກໍລະກົດ 2022.

ນັກກິລາບານບ້ວງອາເມຣິກັນ ທີ່ໄດ້ຖືກຄຸມຂັງໃນຣັດເຊຍ ນັບຕັ້ງແຕ່ເດືອນກຸມພາ ໃນຂໍ້ຫາມີນ້ຳມັນກັນຊາຢູ່ໃນຄອບຄອງ ໄດ້ຮັບສາລະພາບຜິດ ຢູ່ໃນສານຂອງຣັດເຊຍ ໃນວັນພະຫັດວານນີ້.

“ຂ້າພະເຈົ້າ ຢາກຈະຂໍຍອມຮັບຜິດ ທ່ານຜູ້ພິພາກສາທີ່ຊົງກຽດ. ແຕ່ບໍ່ມີເຈຕະ ນາເລີຍ. ຂ້າພະເຈົ້າບໍ່ຢາກຈະລະເມີດກົດໝາຍ” ນາງບຣິດນີ ກຣາຍເນີ ອາຍຸ 31 ປີ ໄດ້ກ່າວເປັນພາສາອັງກິດ ຊຶ່ງຕໍ່ຈາກນັ້ນ ໄດ້ຖືກແປເປັນພາສາຣັດເຊຍໃຫ້ແກ່ສານ.

ນາງໄດ້ກ່າວຕື່ມອີກວ່າ “ຂ້າພະເຈົ້າຢາກຈະໃຫ້ການຕາມທີຫຼັງ. ຂ້າພະເຈົ້າຕ້ອງການເວລາເພື່ອກຽມພ້ອມ.”

ດາຣານັກກິລາບານບ້ວງຂອງສະມາຄົມນັກກິລາບານບ້ວງຍິງແຫ່ງຊາດ ຫຼື WNBA ຜູ້ທີ່ຍັງຫຼິ້ນຢູ່ໃນຣັດເຊຍ ອາດຈະປະເຊີນກັບໂທດ ຕິດຄຸກ 10 ປີກໍເປັນໄດ້.

ນາງມີກຳນົດຈະກັບຄືນໄປຂຶ້ນສານ ໃນວັນທີ 14 ກໍລະກົດ.

ການດຳເນີນຄະດີ ໄດ້ເລີ້ມຂຶ້ນໃນວັນສຸກ ທີ 1 ກໍລະກົດ ແລະໄດ້ເລີ້ມຄືນອີກໃນວັນພະຫັດວານນີ້.

ໃນວັນຈັນຜ່ານມາ ນາງກຣາຍເນີ ໄດ້ສົ່ງໜັງສືສະບັບນຶ່ງໄປຫາປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໂດຍຂໍຮ້ອງທ່ານ ໃຫ້ “ເຮັດທຸກຢ່າງທີ່ທ່ານສາມາດເຮັດໄດ້” ເພື່ອນາງ ແລະຊາວອາເມຣິກັນຄົນອື່ນໆ ທີ່ໄດ້ຖືກຄຸມຂັງ ຫຼື ຄວບຄຸມເປັນໂຕປະກັນ ຢູ່ໃນຣັດເຊຍ.

ໂຄສົກທຳນຽບຂາວ ທ່ານນາງຊອງ-ປີແອຣ (Jean-Pierre) ໄດ້ກ່າວໃນວັນອັງຄານນີ້ ວ່າ ທ່ານໄບເດັນ ໄດ້ອ່ານໜັງສືສະບັບດັ່ງກ່າວແລ້ວ.

ຜູ້ຕາງໜ້າຂອງນາງກຣາຍເນີ ໄດ້ອ່ານສ່ວນນຶ່ງຂອງໜັງສືສະບັບດັ່ງກ່າວ ໃນວັນຈັນຜ່ານມານີ້.

ນາງກຣາຍເນີ ໄດ້ຂຽນວ່າ “ໃນຂະນະທີ່ຂ້ອຍນັ່ງຢູ່ທີ່ນີ້ໃນຄຸກຂອງຣັດເຊຍ ພຽງລຳພັງ ໂດຍມີຄວາມຄິດຂອງຂ້ອຍເອງ ແລະໂດຍປາດສະຈາກການປົກປ້ອງຂອງພັນລະຍາຂອງຂ້ອຍ ຄອບຄົວຂ້ອຍ ເພື່ອນມິດຂ້ອຍ ເສື້ອດໂອລິມປິກຂ້ອຍ ຫຼືຜົນສຳເລັດໃດໆ ຂ້ອຍຮູ້ສຶກຢ້ານກົວວ່າ ຂ້ອຍອາດຈະຢູ່ທີ່ນີ້ຕະຫຼອດໄປ.”

ທຳນຽບຂາວ ໄດ້ກ່າວໃນວັນພຸດມື້ກ່ອນນີ້ ວ່າ ທ່ານໄບເດັນ ແລະຮອງປະທາ ນາທິບໍດີ ຄາມາລາ ແຮຣິສ ໄດ້ໂອ້ລົມກັບນາງເຊີແຣລ ກຣາຍເນີ ພັນລະຍາຂອງນັກກິລາບານບ້ວງ ທີ່ໄດ້ຖືກຄຸມຂັງນັ້ນ ເພື່ອເນັ້ນຢ້ຳວ່າ ຄະນະລັດຖະບານ ກຳລັງເຮັດວຽກເພື່ອຫາທາງເຮັດໃຫ້ປ່ອຍໂຕນາງຈາກຣັດເຊຍ ໄວທີ່ສຸດເທົ່າທີ່ເປັນໄປໄດ້.

ເຈົ້າໜ້າທີ່ຂອງຣັດເຊຍ ຍັງຄົງເອົາມາດຕະການເຂັ້ມງວດ ຕໍ່ນາງກຣາຍເນີ ຢູ່ເລື້ອຍມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG