ຕຳຫຼວດອັງກິດໄດ້ເປີດ ສືບສວນການສັງຫານຂຶ້ນ ຫຼັງຈາກແມ່ຍິງຄົນນຶ່ງໄດ້ຖືກວາງຢາ
ພິດເສັ້ນປະສາດ ຊະນິດດຽວກັບທີ່ໄດ້ເຮັດໃຫ້ອະດີດນັກສືບຣັດເຊຍເຈັບປ່ວຍນັ້ນ ໄດ້
ເສຍຊີວິດໃນເດືອນມີນາຜ່ານມາ.
ຕຳຫຼວດໄດ້ກ່າວໃນວັນອາທິດມື້ວານນີ້ວ່າ ນາງດອນ ສະເຕີແຈັສ ອາຍຸ 44 ປີ ໄດ້ໄປ
ເສຍຊີວິດຢູ່ໂຮງໝໍ ຊອລສແບຣີ ທາງພາກໃຕ້ອັງກິດ.
ນາງໄດ້ລົ້ມເຈັບປ່ວຍລົງໃນວັນທີ 30 ມິຖຸນາ ພ້ອມດ້ວຍຜູ້ເຄາະຮ້າຍອີກຄົນນຶ່ງຄື ທ່ານ
ຊາຣສ ໂຣຣີ ຜູ້ທີ່ໄດ້ເຂົ້າໂຮງໝໍດ້ວຍອາການສາຫັດ.
ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ ມີ “ຄວາມຕື່ນຕົກໃຈ ແລະ ຢ້ານກົວ”
ຍ້ອນຂ່າວການເສຍຊີວິດຂອງ ນາງສະເຈີແຈັສ.
ຕຳຫຼວດກ່າວວ່າ ທັງສອງໄດ້ຖືກວາງຢາພິດທີ່ມີຊື່ວ່າ Novichok ທີ່ເປັນສານພິດດຽວ
ກັນກັບອັນທີ່ເບືອອະດີດນັກສືບຣັດເຊຍ ທ່ານເຊີເກ ສະກຣີພາລ ແລະລູກສາວຂອງເພິ່ນ
ນາງຈູເລຍ ໃນເດືອນມີນາ. ທັງສອງຄົນໄດ້ລອດຊີວິດ.
ອັງກິດໄດ້ຖີ້ມໂທດໃສ່ຣັດເຊຍ ສຳລັບການວາງຢາພິດດໃສ່ຄອບຄົວກຣີພາລ ຊຶ່ງເປັນ
ການກ່າວຫາທີ່ຣັດເຊຍປະຕິເສດ.
ຕຳຫຼວດສົງໄສວ່າ ນາງສະເຕີແຈັສ ແລະທ່ານໂຣຣີ ຈັບເອົາກັບນ້ອຍໆທີ່ບັນຈຸຢາພິດ
ແລະພະຍາຍາມຊອກຫາວ່າມີຫຍັງຢູ່ໃນຫັ້ນ ແລະມາຈາກໃສ.
ລັດຖະມົນຕີຮັກສາຄວາມປອດໄພພາຍໃນປະເທດ ທ່ານຊາຈິດ ຈາວິດ ໄດ້ໄປຢ້ຽມຢາມເຂດຊອລສແບຣີ ໃນວັນເສົາທີ່ຜ່ານມາ ເພື່ອໃຫ້ຄວາມໝັ້ນໃຈກັບຊາວບ້ານວ່າໂອກາດ
ທີ່ຈະໄດ້ຮັບຄວາມເຈັບປ່ວຍຈາກສານພິດເສັ້ນປະສາດນັ້ນແມ່ນມີນ້ອຍທີ່ສຸດ.