ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ເຕືອນອັງກິດ ທີ່ເແລ່ນກຳປັ່ນ ເຂົ້າໄປໃກ້ ໝູ່ເກາະ ທີ່ຕົນອ້າງກໍາມະສິດ ຢູ່ທະເລຈີນໃຕ້


ກໍ່າປັ່ນເອຈສ໌ເອັມເອັສ ໄອຣ໌ອອນ ດຸກຄ໌ (HMS Iron Duke) ຂອງອັງກິດ ກໍາລັງຍິງລະບົບຕ້ານລູກສອນໄຟ Harpoon ຂອງຕົນຢູ່ທະເລ ແຫ່ງນຶ່ງ ໃນປີ 2016
ກໍ່າປັ່ນເອຈສ໌ເອັມເອັສ ໄອຣ໌ອອນ ດຸກຄ໌ (HMS Iron Duke) ຂອງອັງກິດ ກໍາລັງຍິງລະບົບຕ້ານລູກສອນໄຟ Harpoon ຂອງຕົນຢູ່ທະເລ ແຫ່ງນຶ່ງ ໃນປີ 2016

ຈີນໄດ້ກ່າວຫາອັງກິດວ່າ “ທໍາການເກາະຜິດ" ພາຍຫລັງທີ່ເຮືອຂອງກອງທັບເຮືອຣາດ
ຊະອານາຈັກອັງກິດ ໄດ້ແລ່ນເຂົ້າໄປໃກ້ໆໝູ່ເກາະທີ່ປັກກິ່ງອ້າງເອົາ ກໍາມະສິດ ຢູ່ໃນ
ທະເລຈີນໃຕ້ ທີ່ມີການຂັດແຍ້ງກັນນັ້ນ.

ທ່ານນາງ ຮົ່ວ ຈຸນຢິງ (Hua Chunying) ໂຄສົກ ປະຈໍາກະຊວງການຕ່າງ ປະເທດຈີນ
ເວົ້າວ່າ ອັງກິດໄດ້ "ລະເມີດກົດໝາຍສາກົນ ແລະກົດໝາຍຂອງຈີນ" ເມື່ອກໍ່າປັ່ນເອຈສ໌
ເອັມເອັສ ອາລໄບອອນ (HMS Albion) ໄດ້ແລ່ນເຂົ້າໄປໃກ້ໝູ່ເກາະປາຣາແຊລ
(Paracel) ໃນວັນທີ 31 ສິງຫາທີ່ຜ່ານມານີ້.

ທ່ານນາງ ຮົ່ວ ກ່າວຢູ່ໃນກອງປະຊຸມນັກຂ່າວໃນວັນພະຫັດວານນີ້ວ່າ "ກອງທັບເຮືອ
ຂອງຈີນໄດ້ກວດສອບເບິ່ງກໍ່າປັ່ນດັ່ງກ່າວຢ່າງຖືກຕ້ອງຕາມກົດໝາຍແລະ ກໍໄດ້ເຕືອນ
ໃຫ້ກໍ່າປັ່ນດັ່ງກ່າວໜີໄປ."

ຫວຽດນາມ ແລະໄຕ້ຫວັນ ກໍໄດ້ອ້າງເອົາກໍາມະສິດຕໍ່ໝູ່ເກາະ ທີ່ເອີ້ນອີກຊື່ນຶ່ງວ່າ ສີຊາ
(Xisha) ໃນພາສາຈີນ ແລະຫວງຊາ (Hoang Sa) ໃນພາສາຫວຽດນາມນັ້ນ.

ອົງການຂ່າວຣອຍເຕີ ທີ່ເປັນຜູ້ລາຍງານກ່ຽວກັບເລື້ອງນີ້ກ່ອນໝູ່ໃນວັນພະຫັດວານນີ້
ເວົ້າວ່າ ການແລ່ນຜ່ານໄປຂອງກໍ່າປັ່ນອາລໄບອອນ (Albion) ແມ່ນເປັນການຢືນຢັນ
ເຖິງການມີເສລີພາບໃນການເດີນເຮືອ. ກອງທັບເຮືອຂອງສະ ຫະລັດ ກໍໄດ້ສົ່ງກໍ່າປັ່ນ
ແລະເຮືອບິນໄປຍັງຂົງເຂດທີ່ມີການຂັດແຍ້ງກັນ ດັ່ງ ກ່າວນີ້ ເຊັ່ນກັນ ເພື່ອທໍາການເດີນ
ເຮືອຢ່າງເສລີ.

ທາງດ້ານອັງກິດ ແລະຝຣັ່ງນັ້ນໃນເດືອນມິຖຸນາຜ່ານມາ ໄດ້ປະກາດວ່າ ປະ ເທດເຂົາ
ເຈົ້າຈະສົ່ງກໍ່າປັ່ນໄປຍັງຂົງເຂດດັ່ງກ່າວ ເພື່ອປະຕິບັດການທີ່ຄ້າຍຄືກັນນີ້.

ຈີນໄດ້ກ່າວອ້າງເອົາກໍາມະສິດໃນບໍລິເວນສ່ວນໃຫຍ່ຢູ່ໃນທະເລຈີນໃຕ້ ທີ່ເລີ້ມ ຈາກຝັ່ງ
ທະເລຢູ່ພາກໃຕ້ຂອງປະເທດດັ່ງກ່າວ ຈົນເກືອບຮອດມາເລເຊຍ, ຊຶ່ງເປັນຂົງເຂດທີ່ກ້ວາງ
ໃຫຍ່ກວ່າເຂດທີ່ສາກົນຮັບຮູ້ອະທິປະໄຕຂອງປະເທດນັ້ນ ໃນເນື້ອທີ່ທະເລ ທີ່ມີຢູ່ໃນຂອບ
ເຂດໄກອອກໄປ 22 ກິໂລແມັດ ນັ້ນຫລາຍ.

ການກ່າວອ້າງດັ່ງກ່າວແມ່ນຖືກຄັດຄ້ານໂດຍບຣູນາຍ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ
ແລະຫວຽດນາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG