ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫົວໜ້າຕິດຕາມ ເຊື້ອໂຄວິດ-19 ທີ່ກາຍພັນໃໝ່ ກ່າວວ່າ ໃນທີ່ສຸດເຊື້ອພະຍາດນີ້ຈະແຜ່ລາມອອກໄປທົ່ວໂລກ


ສະມາຊິກການແພດຄົນນຶ່ງຖືກ້ອງຢາວັກຊີນ ຟາຍເຊີໄບໂອແອນເທັກສ໌ ກັນໂຄວິດ-19 ຢູ່ໂຮງໝໍ ໃນນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 8 ທັນວາ 2020.
ສະມາຊິກການແພດຄົນນຶ່ງຖືກ້ອງຢາວັກຊີນ ຟາຍເຊີໄບໂອແອນເທັກສ໌ ກັນໂຄວິດ-19 ຢູ່ໂຮງໝໍ ໃນນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 8 ທັນວາ 2020.

ນັກວິທະຍາສາດອັງກິດຄົນນຶ່ງກ່າວວ່າ ໄວຣັສໂຄໂຣນາທີ່ກາຍພັນໃໝ່ທຳອິດ ໄດ້ພົບ
ເຫັນຢູ່ໃນປະເທດ ເມື່ອທ້າຍປີກາຍ ທີ່ໄດ້ “ແຜ່ລະບາດຢູ່ທົ່ວປະເທດ” ແລະອາດຈະ
“ແຜ່ລະບາດໄປທົ່ວໂລກໃນທຸກຄວາມເປັນໄປໄດ້.”

ທ່ານນາງແຊຣອນ ພີຄັອກ ຫົວໜ້າບໍລິສັດຈີນໂນມກ່ຽວກັບເຊື້ອພະຍາດໂຄວິດ-19
ຂອງອັງກິດ ໄດ້ໃຫ້ການທໍານາຍໃນວັນພຸດທີ່ຜ່ານມາ ລະຫວ່າງການ ໃຫ້ສຳພາດກັບ
ອົງການຂ່າວ BBC.

ສາຍພັນ ທີ່ຕິດຕໍ່ຫຼາຍກວ່າໝູ່ ໄດ້ພົບເຫັນເທື່ອທຳອິດ ຢູ່ເມືອງເຄນ ທາງພາກໃຕ້ອັງກິດ
ໃນເດືອນກັນຍາ ປີກາຍນີ້ ແລະແຕ່ນັ້ນມາໄດ້ຖືກພົບເຫັນຢູ່ໃນຫຼາຍ ກວ່າ 50 ປະເທດ
ຮວມທັງສະຫະລັດ.

ບໍລິສັດຈີນໂນມກ່ຽວກັບເຊື້ອພະຍາດໂຄວິດ-19 ຂອງອັງກິດ ໄດ້ຕິດຕາມເບິ່ງ ການປັບ
ໂຕຂອງເຊື້ອໄວຣັສໂຄໂຣນາ. ທ່ານນາງພີຄັອກ ກ່າວວ່າ ການພັດທະນາວັກຊີນໃໝ່ໄດ້
ຜົນຕໍ່ຕ້ານການປ່ຽນແປງໃນປັດຈຸບັນ ແຕ່ທ່ານນາງໄດ້ເຕືອນ ວ່າ ບັນດານັກວິທະຍາສາດ
ຈະຕິດຕາມການປ່ຽນແປງໃໝ່ທັງຫຼາຍຢ່າງໜ້ອຍ ຫຼາຍທົດສະວັດຕໍ່ໄປ ຈົນກວ່າວ່າໄວ
ຣັສ “ການປ່ຽນແປງໂຕມັນເອງອອກຈາກ ການໝົດຄວາມຮ້າຍແຮງແລ້ວ.”

ການຄົ້ນຄວ້າໃໝ່ສະເໜີວ່າ ການຫາຍໃຈເອົາເຄມີສເຕີຣອຍ ທີ່ມັກໃຊ້ປິ່ນປົວອາ ການ
ຫາຍໃຈຝືດ ປາກົດວ່າຫລຸດຜ່ອນຄວາມຕ້ອງການ ທີ່ຈະໄປນອນຢູ່ໂຮງໝໍ ສຳລັບຜູ້ໃດຜູ້
ນຶ່ງທີ່ຕິດໂຄວິດ-19.

ບັນດານັກວິທະຍາສາດຢູ່ມະຫາວິທະຍາໄລອັອກສຝອດ ປະເທດອັງກິດ ໄດ້ຄົ້ນຄ້ວາເປັນ
ເວລານານນຶ່ງເດືອນ ກ່ຽວກັບຄົນປ່ວຍ 146 ຄົນ ທີີ່ມີອາການ ແຕ່ຂັ້ນຕົ້ນຂອງໄວຣັສໂຄ
ໂຣນາ. ເຄິ່ງນຶ່ງຂອງຄົນປ່ວຍໄດ້ໃຊ້ການຫາຍໃຈ ທີ່ບັນຈຸຢາ ບູເດີໂຊນາຍ ໃນຂະນະທີ່
ພວກຄົນປ່ວຍອື່ນໆ ໃຊ້ການປິ່ນປົວປົກກະຕິ.

ພວກນັກວິທະຍາສາດໄດ້ພົບເຫັນສ່ວນໃຫຍ່ຂອງຄົນປ່ວຍທີ່ໄດ້ຮັບຢາບູເດີໂຊນາຍ ບໍ່
ພຽງແຕ່ຫຼີກລ່ຽງ ຕໍ່ການໄປນອນຢູ່ໂຮງ ແຕ່ຍັງເຊົາໄວກວ່າ ແລະມີ ໜ້ອຍຄົນ ມີອາກາ
ນທີ່ບໍ່ສະບາຍແບບແກ່ຍາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG