ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງກິດຈະເລີ້ມກວດກາ ເຄັ່ງຄັດຂຶ້ນ ຄົນໂດຍສານ ຈາກ ອາຟຣິກາ ຕາເວັນຕົກ


ebola10october14
please wait
Embed

No media source currently available

0:00 0:01:24 0:00

ເບິ່ງວີດີໂອ ເລື້ອງນີ້.

ອັງກິດ​ຈະ​ເລີ້ມ​ທຳ​ການ​ກວດກາ​ເຄັ່ງຄັດ​ຂຶ້ນ ​ພວກ​ຄົນ​ໂດຍສານ
ທີ່​ເດີນທາງມາຈາກ​ອາ​ຟຣິກາ​ຕາ​ເວັນ​ຕົກ​ໃນ​ສະໜາມ​ບິນ​ 2 ​ແຫ່ງ
ຂອງ​ລອນ​ດອນ ​ແລະ​ສະຖານີ​ລົດ​ໄຟ Eurostar ​ໃນ​ຂະນະ​ທີ່​ມີ
ລາຍ​ງານ​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງຜູ້ຊາຍອັງກິດ
​ຄົນ​ນຶ່ງ​ທີ່​ສົງ​ໄສ​ວ່າ ຕາຍຍ້ອນຕິດເຊື້ອ​ອີ​ໂບລາທີ່ Macedonia ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ປະຈຳ​ໂຮງໝໍ Macedonia ກ່າວ​ວ່າ ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ເສຍ​ຊີວິດ​ໄປ​ນີ້ ສະ​ແດງ​ອາການ​ຕ່າງໆ​ຂອງ​ເຊື້ອ​ອີ​ໂບລາຮວມທັງ​ເປັນ​ໄຂ້ ຮາກ ​ແລະ​ເລືອດ​ໄຫລ​ທາງ​ໃນ. ພວກ​ທີ່​ນຳ​ຊາຍ​ຄົນ​ອັງກິດ​ມາ​ໂຮງໝໍ​ນັ້ນ ​ໄດ້​ໃຫ້​ຢູ່​ຢ່າງ​ໂດດດ່ຽວ ​ແລະ​ໂຮງ​ແຮມ Skop
je ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ພັກ​ເຊົາ​ຢູ່​ນັ້ນ ກໍ​ໄດ້​ຖືກ​ປິດ​ບໍ່​ໃຫ້​ຄົນ​ເຂົ້າ​ໄປ.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຊາຍ​ຄົນ​ນີ້​ໄດ້​ຢູ່​ໃນ​ອາ​ຟຣິກາ​ຫຼື​ບໍ ກ່ອນ​ຜູ້ກ່ຽວ​ຈະມຸ້ງ​ໜ້າໄປຍັງ​ມາ​ເຊ​ໂດ​ເນຍ.

ສະພາບການໃນນະຄອນຫລວງ ມອນໂຮເວຍ ຂອງໄລບີເຣຍ:

ສະຫະລັດ​ຈະ​ເລີ້ມ​ກວດກາ ​ພວກ​ຄົນ​ເດີນທາງໄປ​ຈາກ​ກີ​ນີ ​ໄລ​ບີ​ ເຣຍ​ແລະ Sierra Leone
ຢູ່ສະໜາມ​ບິນ JFK ທີ່​ນະຄອນ​ນີວຢອກ​ ໃນ​ວັນ​ເສົາ​ມື້​ອື່ນ​ນີ້. ການ​ກວດກາ​ຈະ​ເລີ້ມ​ຂຶ້ນ​ໃນ​ສະໜາມ​ບິນ​ອີກ 4 ​ແຫ່ງ​ ໃນ​ສັບປະດາ​ໜ້າ​ນີ້.

ກ່າວ​ກັນ​ວ່າ ຜູ້​ຊ່ອຍ​ນາຍ​ໝໍຄົນ​ນຶ່ງ ​ທີ່​ນະຄອນ Madrid ປະ​ເທດສະເປ​ນ ​ໄດ້​ລົ້ມ​ປ່ວຍ​ໜັກ ຫຼັງ​ຈາກ​ທຳ​ການ​ປິ່ນປົວ ​ພວກ​ເຜີຍ​ແພ່ສາສະໜາສະ​ເປ​ນ 2 ຄົນ ​ທີ່​ຕິດ​ເຊື້ອ​ອີ​ໂບລາ​ນັ້ນ.

​ເຊື້ອ​ອີ​ໂບລາ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ປະມານ 3 ພັນ 900 ຄົນ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແລະ​ໄດ້​ຖືກ​ກວດ​ເຫັນ​ ໃນ​ຫຼາຍ​ປະ​ເທດ​ອື່ນ​ອີກ ຮວມທັງ​ໃນ​ສະຫະລັດ ​ແລະ​ສະ​ເປ​ນນຳ.

ທີ່​ກອງ​ປະຊຸມ​ວ່າ​ດ້ວຍ​ເຊື້ອ​ອີ​ໂບລາ ທີ່​ທະນາຄານ​ໂລກ​ໃນ​ນະຄອນຫຼວງວໍ​ຊິງ​ຕັນ ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ເພີ້​ມການ​ຊ່ອຍ​ເຫຼືອ​ຂຶ້ນ “20 ​ເທົ່າ” ​ເພື່ອ​ທຳ​ການ​ຕໍ່ສູ້​ກັບ​ ການລະບາດ​ຂອງ​ເຊື້ອ​ອີ​ໂບລາ​.

ວີດີໂອ: ຫົວໜ້າ CDC ເຊື່ອວ່າ ຈະຢຸດການລະບາດຂອງອີໂບລາໄດ້:

CDC Head Still Confident Ebola Outbreak Can Be Stopped
please wait

No media source currently available

0:00 0:02:36 0:00

XS
SM
MD
LG