ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມື​ປືນ​ ນຸ່ງເຄຶ່ອງ​ແບບ ທະຫານ ອັຟກາ​ນິສຖານ ​ສັງຫານ ສະ​ມາ​ຊິກ​ ກໍາລັງ​ປະສົມ


ທະຫານສະຫະລັດ ທໍາລາຍລະເບີດຢູ່ຂ້າງທາງ ທີ່ລັກວາງໄວ້ຈາກ ພວກກໍ່ການຮ້າຍ ທາລິບານ.
ທະຫານສະຫະລັດ ທໍາລາຍລະເບີດຢູ່ຂ້າງທາງ ທີ່ລັກວາງໄວ້ຈາກ ພວກກໍ່ການຮ້າຍ ທາລິບານ.
ມື​ປືນ​ຄົນ​ນຶ່ງ ນຸ່ງເຄຶ່ອງ​ແບບ ທະຫານ ອັຟກາ​ນິສຖານ ​ໄດ້​ຍິງ ​
ແລະ​ສັງຫານ ສະ​ມາ​ຊິກຂອງ ​ກໍາລັງ​ປະສົມນໍາພາ​ໂດຍ
ສະຫະລັດທີ່​ຕໍ່ສູ້​ຢູ່​ໃນ ອັຟກາ​ນິສຖານ.


ບັນດາ​ເຈົ້າ​ໜ້າ​ທີ່ ອັງກິດ ​ສາມາດ​ຮູ້ໄດ້ວ່າ​ ທະຫານ ທີ່ຖືກ​ສັງຫານ​ໃນ​ວັນ​ອາທິດ​ວາ​ນນີ້ ຢູ່​ເຂດ​ຫວງ​ຫ້າມແຂວງ Helmand ​ແມ່ນ​ສະມາຊິກ​ຂອງ The Royal Borderers.

ການ​ສັງຫານ​ແມ່ນຄັ້ງລ້າ​ສຸດ ​ໃນ​ຈຳນວນ​ການ​ໂຈມ​ຕີ​ພາຍ​ໃນ ທີ່​ສ້າງ​ຄວາມ​ແຕກແຫງ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງກໍາລັງ NATO ​ແລະກໍາລັງ​ພັນ​ທະ​ມິດ ອັຟກາ​ນິສຖານ ​ໃນ​ການ​ຕໍ່ສູ້​ຕ້ານ​ກັບ ພວກ​ທາ​ລິ​ບານ.

ອີກ​ເລື້ອງ​ນຶ່ງ​ຕ່າງຫາກ ບັນດາ​ເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານ ກ່າວ​ວ່າ ພົນ​ລະ​ເຮືອ​ນ 11 ຄົນ​ໄດ້​ຖືກ​ສັງຫານ​ຈາກ​ລະ​ເບີດ​ແຕກ ທີ່​ພາກ​ຕາ​ເວັນ​ອອກ ​ແລະ​ພາກ​ໃຕ້. ລະ​ເບີດ​ແຕກ​ຢູ່​ຂ້າງ​ຖະໜົນ ​ໄດ້​ສັງຫານ​ 6 ຄົນ ທີ່ເປັນສະ​ມາ​ຊິກໃນຄອບຄົວນຶ່ງ ຮ່ວມທັງ​ແມ່​ຄົນ​ນຶ່ງ ​ແລະ​ລູກ​ທີ່ເກີດ​ມາ​ໄດ້ພຽງ​ບໍ່​ເທົ່າ​ໃດ​ຊົ່ວໂມ​ງ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ຄອບຄົວ​ດັ່ງກ່າວ​ກໍາລັງເດີນທາງ​ກັບ​ຄືນ​ເມື່ອບ້ານ ຫລັງ​ຈາກ​ແ​ມ່ ​ໄດ້​ໄປ​ອອກລູກ ​ເວລາລົດ​ໄດ້​ຢຽບ​ເອົາລະ​ເບີດ ​ໃນ​ວັນ​ອາທິດ ທີ່​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ Khost.

​ໃນ​ວັນ​ອາທິດ​ວານ​ນີ້​ເຊັ່ນ​ກັນ 3 ຄົນ​ໄດ້​ຖືກ​ສັງຫານ ທີ່​ພາກ​ໃຕ້​ຂອງ​ແຂວງ Helmand ​ເວລາ​ລົດ​ຂອງ​ເຂົາ​ເຈົ້າຢຽບ​ເອົາລະ​ເບີດ​ຝັງ​ດິນ.
XS
SM
MD
LG