ເຈົ້າຊາຍ William ແຫ່ງອັງກິດ ກັບພະຊາຍາ ສະເດັດປະພາດ
ສະຫະລັດ ໃນອາທິດນີ້ ໂດຍຊົງມີໝາຍກຳນົດ ພົບປະກັບປະ
ທານາທິບໍດີບາຣັກ ໂອບາມາ ທີ່ທຳນຽບຂາວ ໃນວັນຈັນມື້ນີ້.
ຄາດກັນວ່າ ກະສັດອັງກິດໃນອະນາຄົດ ຈະຊົງໂອ້ລົມກັນກັບປະ
ທານາທິບໍດີ ກ່ຽວກັບເລື້ອງການຄ້າຂາຍສັດປ່າ ທີ່ຜິດກົດໝາຍ.
ຫຼັງຈາກການພົບປະກັບທ່ານໂອບາມາແລ້ວ ເຈົ້າຊາຍຈະຊົງ
ກ່າວຄຳປາໄສທີ່ສຳຄັນ ຕໍ່ກອງປະຊຸມຂອງອົງການພັນທະມິດ
ນັກລ່າສັດຕໍ່ຕ້ານ ການທຸຈະລິດນາໆຊາດ ຂອງທະນາຄານ
ໂລກ ໃນນະຄອນຫຼວງວໍຊິງຕັນ.
ຄາດວ່າ ພະອົງຊົງຈະກ່າວວ່າ ການຄ້າຂາຍເຖື່ອນ ພວກງາຊ້າງ ນໍແຮດແລະຊິ້ນສ່ວນ
ອື່ນໆຂອງສັດ ແມ່ນ“ເປັນນຶ່ງຂອງຮູບແບບທີ່ຮ້າຍກາດທີ່ສຸດຂອງການສໍ້ລາດບັງຫຼວງ
ແລະການກໍ່ອາຊະຍາກຳ ໃນໂລກທຸກມື້ນີ້” ແລະວ່າ ພວກບຸກຄົນທີ່ “ອວ່າຍໜ້າໜີ ຫລື
ເຮັດຫູໜວກຕາບອດ ຫຼືໃຊ້ຈ່າຍຜົນກຳໄລທີ່ໄດ້ມາຢ່າງຜິດກົດໝາຍ ຈາກອາຊະຍາກຳ
ເຫຼົ່ານີ້ ຈະຕ້ອງເປັນຜູ້ຮັບຜິດຊອບ.”
ເຈົ້າຊາຍ William ພ້ອມທັງພະຊາຍາ ຄືເຈົ້າຍິງ Kate ແລະພະອະນຸຊາ ເຈົ້າຊາຍ Harry ເປັນຜູ້ກໍ່ຕັ້ງອົງການກຸສົນ ທີ່ຊື່ ສາມັກຄີກັນເພື່ອສັດປ່າ ຂອງອັງກິດ.
ເຈົ້າຊາຍຂອງອັງກິດ ແລະພະຊາຍາ ທີ່ໄດ້ຄວາມນິຍົມສູງຄູ່ນີ້ ຊົງເດີນທາງໄປຮອດນະ
ຄອນນີວຢອກ ໃນວັນອາທິດວານນີ້ ເພື່ອທຳການປະພາດສະຫະລັດ ເປັນເວລາ 3 ມື້.
ແລະເປັນເທື່ອທຳອິດທີ່ເຈົ້າຊາຍ William ແລະພະຊາຍາ ໄດ້ສະເດັດປະພາດນະຄອນ
ນິວຢອກ.