ຍາຂອງເຈົ້າຟ້າຊາຍ William ໄດ້ຊົງເຂົ້າໄປຍັງໂຮງພະຍາບານ
ແລ້ວ ເພື່ອຕຽມພ້ອມຈະຄອດລູກ.
ເຈົ້າໜ້າທີ່ກ່າວວ່າ ເຈົ້າຍິງ Kate ແລະເຈົ້າຊາຍ William ທີ່ໄດ້
ຊົງປະທັບຢູ່ພະລາດຊະວັງ Kensington ໃນວັນສຸດສັບປະດາ
ແລ້ວນີ້ ໄດ້ຊົງດໍາເນີນໄປຍັງໂຮງພະຍາບານ Saint Mary ໃນ
ໃຈກາງ ກຸງລອນດອນ ກ່ອນ 6 ໂມງເຊົ້າມືດວັນຈັນມື້ນີ້.
ອິງຕາມກົດໝາຍໃໝ່ສະບັບນຶ່ງ ທີ່ສະພາແຫ່ງຊາດອັງກິດຍັງ
ບໍ່ທັນໄດ້ຮັບຜ່ານເອົານັ້ນພະໂອລົດ ຫລືພະທິດາ ທີ່ຈະປະສູດ
ອອກມານີ້ ແມ່ນຈະໄດ້ເປັນເຈົ້າຊີວິດອັງກິດໃນອານາຄົດ.
ພະໂອລົດ ຫລືພະທິດາອົງນີ້ ແມ່ນຈະແທນທີ່ ເຈົ້າຊາຍ Harry ຊຶ່ງເປັນພະອະນຸຊາຫລື
ນ້ອງຊາຍຂອງເຈົ້າຊາຍ William ໂດຍຈະເປັນຜູ້ມີສິດສືບທອດບັນລັງອັນດັບ 3 ຕາມຫຼັງ
ພະໂອລົດ ອົງໃຫຍ່ຂອງພະລາຊີນີ Elizabeth ກໍຄືເຈົ້າຊາຍ Charles ແລະພະໂອລົດ
ຂອງເຈົ້າຊາຍ Charles ກໍຄື ເຈົ້າຊາຍ William ພະບິດາຂອງເຈົ້າຊາຍ ຫລືເຈົ້າຍິງ ທີ່ກໍາລັງຈະປະສູດອອກມານັ້ນ.