ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍຍົກຂອງອັງກິດ ຢຸດຕິມາດຕະການຈໍາກັດ COVID-19


ແຟ້ມຮູບພາບ-ປະຊາຊົນໃສ່ໜ້າກາກອະນາໄມຢ່າງຜ່ານສະຖານີ ວໍເຕີ້ລູ (Waterloo) ທ່າມກາງການແຜ່ລະບາດຂອງໄວຣັສໂຄໂຣນາ ໃນລອນດອນ, ປະເທດອັງກິດ, ທີ 4 ກໍລະກົດ, ປີ 2021.
ແຟ້ມຮູບພາບ-ປະຊາຊົນໃສ່ໜ້າກາກອະນາໄມຢ່າງຜ່ານສະຖານີ ວໍເຕີ້ລູ (Waterloo) ທ່າມກາງການແຜ່ລະບາດຂອງໄວຣັສໂຄໂຣນາ ໃນລອນດອນ, ປະເທດອັງກິດ, ທີ 4 ກໍລະກົດ, ປີ 2021.

ນາຍຍົກລັດຖະມົນຕີອັງກິດ ທ່ານ ບໍຣິສ ຈອນສັນ (Boris Johnson) ກ່າວວ່າ ຈະບໍ່ມີກົດໝາຍໃຫ້ຊາວອັງກິດຕ້ອງໃສ່ໜ້າກາກພາຍໃນສະຖານທີ່ອີກຕໍ່ໄປ ເມື່ອລັດຖະບານຍົກເລີກຂໍ້ຈໍາກັດເລື່ອງໄວຣັສໂຄໂຣນາໃນທ້າຍເດືອນນີ້.

ທ່ານ ຈອນສັນ ຢືນຢັນເມື່ອວັນຈັນວານນີ້ວ່າ ລັດຖະບານມີເປົ້າໝາຍທີ່ຈະຢຸດການລັອກດາວຄັ້ງຫລ້າສຸດໃນວັນທີ 19 ກໍລະກົດ, ເຖິງແມ່ນວ່າຈະມີຈໍານວນຜູ້ຕິດເຊືຶ້ອໄວຣັສໂຄໂຣນາສາຍພັນໃໝ່ ເດລຕາ (delta) ທີ່ແຜ່ລະບາດໄດ້ໄວ. ຢ່າງໃດກໍ່ຕາມ, ທ່ານກ່າວວ່າ ການຕັດສິນໃຈຄັ້ງສຸດທ້າຍກ່ຽວກັບມື້ທີ່ຈະເປີດປະເທດຄືນອີກຄັ້ງ ຈະມີຂຶ້ນໃນອາທິດໜ້າ.

ທ່ານຈອນສັນ ກ່າວຕື່ມອີກວ່າ ການບັງຄັບໃຫ້ຢູ່ຫ່າງໃນສັງຄົມກໍ່ຈະສິ້ນສຸດລົງເຊັ່ນດຽວກັນ, ແຕ່ບັນດາທຸລະກິດຕ່າງໆຍັງຄົງສາມາດກໍາໜົດໃຫ້ຜູ້ຄົນປະຕິບັດຕາມ ພ້ອມກັບການໃສ່ໜ້າກາກອະນາໄມ.

“ພວກເຮົາຈະຍົກເລີກຂໍ້ຈໍາກັດທາງກົດໝາຍ ແລະອະນຸຍາດໃຫ້ຜູ້ຄົນຕັດສິນໃຈດ້ວຍຕົນເອງ ກ່ຽວກັບວິທີການຈັດການກັບໄວຣັສ,” ທ່ານ ຈອນສັນ ກ່າວໃນລະ ຫວ່າງການຖະແຫລງຂ່າວ ທີ່ນະຄອນລອນດອນ.

ທ່ານນາຍຍົກລັດຖະມົນຕີກ່າວວ່າ ການຕິດເຊື້ອ ແລະການເສຍຊີວິດມີແນວໂນ້ມທີ່ຈະເພີ້ມຂຶ້ນ ເມື່ອຍົກເລີກຂໍ້ຈໍາກັດຂອງລັດຖະບານ.

“ເຮົາຕ້ອງຕ້ອງປອງດອງກັບໂຕເຮົາເອງ, ເສົ້າໃຈ ກັບຈໍານວນຜູ້ເສຍຊີວິດທີ່ຈະເພີ້ມຂຶ້ນຍ້ອນໂຄວິດ,” ທ່ານຈອນສັນກ່າວ.

ການແຜ່ລະບາດຂອງໄວຣັສສາຍພັນໃໝ່ ເດລຕາ ເຊິ່ງລະບຸເປັນຄັ້ງທໍາອິດຢູ່ປະເທດອິນເດຍ, ໄດ້ນໍາໄປສູ່ຫລາຍກໍລະນີທີ່ເພີ້ມຂຶ້ນໃນຫຼາຍປະເທດທົ່ວໂລກ, ເຊິ່ງລວມທັງເກົາຫລີໃຕ້. ເຈົ້າໜ້າທີ່ສາທາລະນະສຸກໃນນະຄອນຫລວງ ໂຊລລາຍງານວ່າມີຈໍານວນຜູ້ປ່ວຍລາຍໃໝ່ 711 ຄົນຢູ່ປະເທດດັ່ງກ່າວ ໃນວັນຈັນວານນີ້, ເຊິ່ງເປັນມື້ທີສາມ ທີ່ມີການຕິດຕໍ່ກັນກວ່າ 700 ຄົນ. ກໍລະນີສ່ວນໃຫຍ່ແມ່ນມາຈາກນະຄອນຫລວງໂຊລທີ່ມີປະຊາຊົນອາໄສຢູ່ໃນພື້ນທີ່ຢ່າງໜາແໜ້ນ.

ອິນໂດເນເຊຍໄດ້ລາຍງານໃນມື້ວັນຈັນວານນີ້ວ່າ ກໍາລັງຊອກຫາບ່ອນຈໍາໜ່າຍ ອັອກຊີເຈັນເພີ້ມ ໃນຂະນະທີ່ຕໍ່ສູ້ຮັບມືກັບຈໍານວນຜູ້ປ່ວຍທີ່ໂຄວິດ-19 ເຊິ່ງແຜ່ເຊື້ອຢ່າງໄວວາໂດຍສາຍພັນ ເດລຕາ. ລັດຖະບານໄດ້ຮຽກຮ້ອງໃຫ້ຜູ້ທີ່ຜະລິດ ອັອກຊີເຈັນໃຫ້ຈັດສັນປັນສ່ວນທັງໝົດຂອງພວກເຂົາໃຫ້ຜູ້ປ່ວຍໂຄວິດ-19 ໄດ້ໃຊ້ ແລະກ່າວຕື່ມອີກວ່າ ອາດຈະໄດ້ມີການນໍາເຂົ້າອັອກຊີເຈັນເພີ້ມຂຶ້ນ ຖ້າຈໍາເປັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG