ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກອັງກິດ ກ່າວວ່າ ເປັນໄປໄດ້ສູງ ທີ່ຣັດເຊຍ ຢູ່ເບື້ອງຫຼັງ ການໂຈມຕີ ອະດີດສອດແນມ


ນາຍົກ​ລັດ​ຖະ​ມົນຕີ​ອັງກິດ ທ່ານ​ນາງ​ເທຣີຊາ ​ເມ (Theresa May) ກຳລັງອອກຈາກບ້ານເລກທີ 10 ຖະໜົນ Downing ໃນນະຄອນ
ລອນດອນ, 12 ມີນາ 2018.
ນາຍົກ​ລັດ​ຖະ​ມົນຕີ​ອັງກິດ ທ່ານ​ນາງ​ເທຣີຊາ ​ເມ (Theresa May) ກຳລັງອອກຈາກບ້ານເລກທີ 10 ຖະໜົນ Downing ໃນນະຄອນ ລອນດອນ, 12 ມີນາ 2018.

ນາຍົກ​ລັດ​ຖະ​ມົນຕີ​ອັງກິດ​ໄດ້​ກ່າວ​ວ່າ “​ເປັນ​ໄປ​ໄດ້​ສູງ” ທີ່​ວ່າຣັດ​ເຊຍ​ຢູ່​ເບື້ອງ​ຫຼັງ
​ການ​ໂຈມຕີອະດີດ​ນັກ​ສອດ​ແນ​ມ ​ແລະ​ລູກ​ສາວ​ຂອງ​ເພິ່ນ ຊຶ່ງ​ຍັງ​ຢູ່ໃນອາການສາຫັດ ​ທີ່ໂຮງພະຍາບານ ລຸນຫຼັງໃນອັນທີ່ປາກົດວ່າ ​ໄດ້ຖືກ​ພິດທຳລາຍປະສາດ ​ໃນສັບປະດາ​
ແລ້ວ​ນີ້ ​ທີ່ເມືອງຊາລິສບູຣີ ທາງ​ພາກ​ໃຕ້​ຂອງ​ອັງກິດ​ນັ້ນ.

ທີ​ມງານ​ຊ່ຽວຊານ​ດ້ານ​ອາວຸດຊີວະພາບ-​ເຄມີ ໄດ້​ເຮັດ​ວຽກ​ຕະຫຼອດ​ຊາວສີ່ຊົ່ວໂມງ ​
ໃນ​ສະຖານ​ທີ່ ທີ່​ເກີດ​ການ​ໂຈມ​ຕີ​ເມື່ອ​ວັນທີ 4 ມີນາ ຕໍ່​ອະດີດ​ສອດ​ແນມ​ ທ່ານ​ເຊີ​ເກ
ສກຣີປາລ (Sergei Skripal) ແລະລູກສາວ, ນາງ​ຢູ​ເລຍ. ນາຍົກ​ລັດ​ຖະ​ມົນຕີ​ອັງກິດ
ທ່ານ​ນາງ​ເທຣີຊາ ​ເມ (Theresa May) ​ໄດ້​ບອກ​ກັບ​ຄະນະ​ລັດຖະສະ​ພາ ​ໃນ​ວັນ​ຈັນ​
ວານ​ນີ້ວ່າ ພວກ​ເຂົາ​ເຈົ້າແມ່ນ​ສາມາດ​ ລະບຸໄດ້ແລ້ວ​ເຖິງ​ສານ​ທີ່​ໃຊ້​ນັ້ນ ​ແມ່ນ​ເປັນ
ສານພິດ​ທຳລາຍ​ປະສາດຂອງ​ພວກ​ທະຫານທີ່​ເອີ້ນ​ວ່າ “​ໂນ​ວີ​ຊອຄ” (Novichock).

ທ່ານ​ນາງ ​ໄດ້​ກ່າວ​ວ່າ “ຣັດ​ເຊັຍ ກ່ອນ​ໜ້າ​ນີ້ ​ແມ່ນ​ໄດ້​ເຮັດ​ສານພິດ​ນີ້ ​ແລະຍັງ​ສາມາດ
ໃນການຜະລິດສານນີ້ຢູ່.​ ​ປະຫວັດ​ໃນ​ການລອບ​ສັງຫານ​ຂອງຣັດ​ເຊຍ ທີ່ລັດຖະບານ
ເປັນຜູ້ໃຫ້ການສະໜັບສະໜຸນ ​ແລະ​ການຊັ່ງຊາທີ່​ວ່າ ຣັດ​ເຊຍໄດ້​ມອງ​ເຫັນ​ພວກ​ທີ່​
ໂຕນ​ໜີ ​ແມ່ນ​ເປັນ​ເປົ້າ​ໝາຍ​ທີ່​ຖືກຕ້ອງຊອບທຳ ​ເພື່ອ​ການ​ສັງຫານ​ກວດ​ລ້າງ, ລັດຖະ
ບານ​ໄດ້​ສະຫຼຸບ​ວ່າ ມັນເບິ່ງ​ຄື​ວ່າ​ມີຄວາມ​ເປັນ​ໄປ​ໄດ້​ສູງ ທີ່ຣັດ​ເຊຍ ​ແມ່ນ​ຮັບຜິດຊອບ
ໃນການກະທຳ ຕໍ່​ທ່ານ​ເຊີ​ເກ (Sergei) ແລະນາງ​ຢູ​ເລຍ.”

ເຊີນຊົມ: ຕຳປາໄສຂອງທ່ານນາງເມ ກ່ຽວກັບທ່ານສກຣີປາລ Skripal

May on What Happened to Skripal
please wait

No media source currently available

0:00 0:00:41 0:00

ທ່ານ​ນາງ​ເມ ​ໄດ້​ກ່າວ​ຕື່ມວ່າ. “ຫຼືບໍ່ ມັນ​ກໍ​ເປັນ​ການ​ເອົາ​ບາດກ້າວ​ໂດຍລັດຖະບານ
ຣັດ​ເຊຍ ຕໍ່​ປະເທດຂອງ​ພວກ​ເຮົາ, ຫຼື​ບໍ່ ກໍລັດຖະບານຣັດ​ເຊຍ ສູນເສຍ​ການ​ຄວມຄຸມ ສານພິດທຳລາຍປະສາດ ທີ່ມີ​ຄວາມ​ເປັນ​ໄປ​ໄດ້​ສູງທີ່ອາດສ້າງຄວາມເສຍຫາຍ​ຮ້າຍ​
ແຮງ ​ແລະ​ໄດ້ປ່ອຍ ​ໃຫ້​ມັນ​ຕົກ​ໄປຢູ່ໃນມືຂອງ​ຄົນ​ອື່ນ.”

ທ່ານ​ນາງ​ເມ ໄດ້ທວງ​ໃຫ້​ມົສກູ ​ສະ​ເໜີ​ລາຍ​ລະອຽດໂດຍ​ທັງ​ໝົດ​ຂອງສານພິດໂນ​ວີ​ຊອຄ(Novichock) ໃຫ້​ອົງການເກືອດ​ຫ້າມດ້ານ​ອາວຸດ​ເຄມີ ​ພາຍໃນ​ແລງ​ວັນ​ອັງ​ຄານ
ມື້​ນີ້.“ຖ້າ​ຫາກ​ວ່່າ​ມັນ​ບໍ່​ມີ​ການ​ຕອບ​ຮັບ​ທີ່ໜ້າເຊື່ອຖື​ນັ້ນ, ພວກ​ເຮົາ​ຈະ​ສະຫຼຸບ​ວ່າ
ການກະທຳດັ່ງກ່າວ​ນີ້ ​ແມ່ນເທົ່າກັບເປັນການນຳໃຊ້ກຳລັງແບບ​ຜິດ​ກົດໝາຍ ​
ໂດຍຣັດ​ເຊຍ ຕໍ່​ສະຫະຣາຊາອານາຈັກອັງ​ກິດ. ​ແລະ​ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ມາຍັງ​ລັດຖະສະພາ​ອີກ​ ແລະ​ວາງ​ແຜນມາດ​ຕະການ​ຢ່າງ​ເຕັມ​ອັດຕາທີ່​ພວກ​ເຮົາ​ຈະ​ເຮັດ
ເພື່ອ​ເປັນ​ການ​ຕອບ​ໂຕ້​ນັ້ນ. ທ່ານນາງເມ ກ່າວຕື່ມວ່າ ທ່ານ​ປະທານສະພາ ການ​
ພະຍາຍາມ​ສັງຫານ​ ໂດຍນຳ​ໃຊ້ອາວຸດເຄມີທຳລາຍປະສາດ ​ໃນ​ບ້ານ​ເມືອງຂອງ
ອັງກິດ ບໍ່​ພຽງ​ແຕ່​ເປັນ​ການກໍ່ອາຊະ
ຍາ​ກຳ ຕໍ່ຄອບ​ຄົວ ສກຣີປາລສ໌ (Skripals)
ເທົ່ານັ້ນ, ມັນ​ຍັງແມ່ນ​ເປັນການໂຈມຕີແບບບໍ່ເລືອກໜ້າ ​ແລະຂາດຄວາມຮັບຜິດ
ຊອບ ຕໍ່​ສະຫະຣາ​ຊະອານາ​ຈັກ​ອັງກິດນຳດ້ວຍ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ນາຍົກລັດຖະມົນຕີແລະປະທານສະຫະພັນພັກປະຊາທິປະໄຕ ສາສະໜາຄຣິດ (Christian Democratic Union-CDU), ປະທານພັກ ທ່ານນາງ ແອງໂກລາ ເມີຣ໌ໂກ (Angela Merkel), ຊ້າຍ, ປະທານ ພັກສະຫະພັນສັງຄົມນິຍົມ ສາສະໜາຄຣິດ (Christian Social Union-CSU), ປະທານພັກ ທ່ານ ຮອສຕ໌ ຊີໂຮບເຟີ (Horst Seehofer), ທີ່ສອງຈາກຈາກຊ້າຍ, ແລະພັກສັງຄົມນິຍົມປະຊາທິປະໄຕ (Social Democratic Party-SPD) ຜູ້ນຳພັກຊົ່ວຄາວ ທ່ານໂອແລັຟ ຊໂກສ (Olaf Scholz), ຂວາ, ກຳລັງໄປຮອດໄປເຖິງກອງປະຊຸມຖະແຫຼງຂ່າວ, ໃນນະຄອນເບີລິນ, ເຢຍຣະມັນ, 12 ມີນາ 2018.
ນາຍົກລັດຖະມົນຕີແລະປະທານສະຫະພັນພັກປະຊາທິປະໄຕ ສາສະໜາຄຣິດ (Christian Democratic Union-CDU), ປະທານພັກ ທ່ານນາງ ແອງໂກລາ ເມີຣ໌ໂກ (Angela Merkel), ຊ້າຍ, ປະທານ ພັກສະຫະພັນສັງຄົມນິຍົມ ສາສະໜາຄຣິດ (Christian Social Union-CSU), ປະທານພັກ ທ່ານ ຮອສຕ໌ ຊີໂຮບເຟີ (Horst Seehofer), ທີ່ສອງຈາກຈາກຊ້າຍ, ແລະພັກສັງຄົມນິຍົມປະຊາທິປະໄຕ (Social Democratic Party-SPD) ຜູ້ນຳພັກຊົ່ວຄາວ ທ່ານໂອແລັຟ ຊໂກສ (Olaf Scholz), ຂວາ, ກຳລັງໄປຮອດໄປເຖິງກອງປະຊຸມຖະແຫຼງຂ່າວ, ໃນນະຄອນເບີລິນ, ເຢຍຣະມັນ, 12 ມີນາ 2018.

XS
SM
MD
LG