ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ອັງກິດ ຖືກນຳສົ່ງ ເຂົ້າຫ້ອງມໍລະສຸມ ໃນໂຮງໝໍ ເຊນ ທອມມັສ ຍ້ອນ ອາການໂຄວິດ 19 ຮ້າຍແຮງຂຶ້ນ


ນາຍົກລັດຖະມົນຕີອັງກິດ ບໍຣິສ ຈອນສັນ ຖືກຍ້າຍເຂົ້າຫ້ອງມໍລະສຸມຂອງໂຮງໝໍ ເຊນ ທອມມັສ ໃນພາກກາງນນະຄອນລອນດອນ ຂອງອັງກິດ ໃນວັນຈັນວານນີ້.
Photo by: KGC-254/STAR MAX/IPx 2020 4/5/20.
ນາຍົກລັດຖະມົນຕີອັງກິດ ບໍຣິສ ຈອນສັນ ຖືກຍ້າຍເຂົ້າຫ້ອງມໍລະສຸມຂອງໂຮງໝໍ ເຊນ ທອມມັສ ໃນພາກກາງນນະຄອນລອນດອນ ຂອງອັງກິດ ໃນວັນຈັນວານນີ້. Photo by: KGC-254/STAR MAX/IPx 2020 4/5/20.

ນາຍົກລັດຖະມົນຕີ ອັງກິດ ທ່ານບໍຣິສ ຈອນສັນ ໄດ້ຖືກເຄື່ອນຍ້າຍໄປຫ້ອງມໍລະສຸມ ຫຼືເອື້ນຫຍໍ້ວ່າ ICU ຫຼັງຈາກອາການຂອງເພິ່ນຮ້າຍແຮງຂຶ້ນ ໃນວັນຈັນວານນີ້. ທ່ານຈອນສັນ ໄດ້ຖືກກວດພົບຕິດເຊື້ອໄວຣັສໂຄໂຣນາ ເມື່ອ 10 ວັນຜ່ານມາ.

ຖະແຫລງການໃນວັນຈັນວານນີ້ ຈາກທຳນຽບນາຍົກລັດຖະມົນຕີ ຫຼື ທີ່ເອີ້ນກັນວ່າ Downing Street ໄດ້ກ່າວວ່າ ທ່ານຈອນສັນ ໄດ້ຂໍໃຫ້ລັດຖະມົນຕີ ກະຊວງການຕ່າງປະເທດ ທ່ານ ດອມມີນິກ ຣາບ “ຮັກສາການແທນທ່ານໃນບ່ອນທີ່ຈຳເປັນ.”

ທ່ານຈອນສັນ ອາຍຸ 55 ປີ ໄດ້ຖືກສົ່ງເຂົ້າໂຮງໝໍ ເຊນ ທອມມັສ ຢູ່ພາກກາງຂອງນະຄອນລອນດອນ ໃນເວລາປະມານ 8 ໂມງແລງຕາມເວລາໃນທ້ອງຖິ່ນ ເມື່ອວັນອາທິດກ່ອນ. ທ່ານບໍ່ຈຳເປັນຕ້ອງໃຊ້ລົດສຸກເສີນ.

ເມື່ອຕອນເຊົ້າວັນຈັນວານນີ້ ທ່ານຣາບ ໄດ້ກ່າວວ່າ ທ່ານຈອນສັນ ໄດ້ເຂົ້າ “ນອນຢູ່ໃນໂຮງໝໍຢ່າງອົບອຸ່ນ” ເມື່ອຄືນກ່ອນ ທີ່ດໍາເນີນການໂດຍ ອົງການສາທາລະນະສຸກແຫ່ງຊາດຂອງອັງກິດ ຫຼື NHS ແລະ ເພິ່ນ “ກໍມີຈິດໃຈດີຢູ່.” ທ່ານຣາບ ຍັງໄດ້ເປັນປະທານໃນກອງປະຊຸມສຸກເສີນ ໃນເວລາທີ່ທ່ານຈອນສັນ ບໍ່ຢູ່ນັ້ນ.

ສຳນັກງານຂອງທ່ານຈອນສັນ ບໍ່ໄດ້ກ່າວໃນວັນຈັນວານນີ້ ເຖິງການຮັກສາປິ່ນປົວ ທີ່ທ່ານນາຍົກລັດຖະມົນໄດ້ຮັບນັ້ນ ມີຫຍັງແດ່. ແຕ່ແຫລ່ງຂ່າວໃນຄະນະລັດຖະບານ ໄດ້ກ່າວຕໍ່ ເຈມີ ເດັດເມີ ນັກຂ່າວຂອງວີໂອເອ ວ່າ ທ່ານຈອນສັນ ມີອາການຫາຍໃຈຍາກ ແລະໄດ້ໃຫ້ອອກຊີເຈັນ ກ່ອນທີ່ທ່ານຈະຖືກເຄື່ອນຍ້າຍໄປຫ້ອງ ICU. ເຖິງຢ່າງໃດກໍຕາມ ທ່ານຍັງບໍ່ໄດ້ໃຊ້ເຄື່ອງຈັກຊ່ອຍຫາຍໃຈເທື່ອ ຕາມທີ່ບັນດາເຈົ້າໜ້າທີ່ໄດ້ກ່າວໄປ.

ທ່ານນາຍົກລັດຖະມົນຕີ ໄດ້ຂຽນຂໍ້ຄວາມລົງທວີດເຕີ້ ໃນຕອນເຊົ້າວັນຈັນວານນີ້ ໂດຍກ່າວວ່າ “ມື້ຄືນວານນີ້ ດ້ວຍຄຳແນະນຳຂອງທ່ານໝໍຂ້າພະເຈົ້າ ຂ້າພະເຈົ້າຈຶ່ງໄປເຂົ້າໂຮງໝໍ ເພື່ອການກວດທຳມະດາທົ່ວໄປ ໃນຂະນະທີ່ຂ້າພະເຈົ້າຍັປະ ສົບກັບອາການຂອງເຊື້ອໄວຣັສໂຄໂຣນາຢູ່.” ທ່ານໄດ້ຂອບອົກຂອບໃຈ “ບັນດາພະນັກງານທີ່ດີເລີດຂອງອົງການ NHS ທີ່ໄດ້ເບິ່ງແຍງຂ້າພະເຈົ້າ ແລະຄົນອື່ນໆ ໃນຍາມທີ່ຫຍຸ້ງຍາກນີ້.”

ກ່ອນໜ້ານີ້ ທ່ານຈອນສັນ ໄດ້ນຳເອົາບັນທຶກວີດີໂອຝາກຂໍ້ຄວາມຈຳນວນນຶ່ງ ໃນຂະນະຢູ່ໃນໄລຍະໂດດດ່ຽວຢູ່ນັ້ນ ຢູ່ທີ່ບ້ານພັກ ເລກທີ 10 ຖະໜົນ ດາວນິ້ງ ລົງທາງອອນລາຍ ໂດຍການໃຫ້ຄຳໝັ້ນໃຈແກ່ມະຫາຊົນວ່າ ອາການຂອງທ່ານນັ້ນ ແມ່ນບໍ່ໜັກ ແລະຮຽກຮ້ອງຊາວອັງກິດທັງຫຼາຍ ຈົ່ງຟັງຄຳເຕືອນປະຕິບັດຕາມ ມາດຕະການປິດປະເທດ. “ຂ້າພະເຈົ້າ ມີຄວາມໝັ້ນໃຈຢ່າງແນ່ວແນ່ ວ່າ ພວກເຮົາ ຈະເອົາຊະນະມັນໄດ້ ແລະພວກເຮົາຈະເອົາຊະນະມັນຮ່ວມກັນ ແລະພວກເຮົາຈະເຮັດແບບນັ້ນ ດ້ວຍການຢູ່ໃນເຮືອນ” ທ່ານຈອນສັນ ໄດ້ກ່າວໃນຂໍ້ຄວາມທີ່ໄດ້ນຳລົງທາງອອນໄລ ເມື່ອສັບປະດາແລ້ວນີ້. ບັນດານັກສັງເກດການ ກ່າວວ່າ ມັນເປັນທີ່ຈະແຈ້ງວ່າ ທ່ານຈອນສັນ ບໍ່ສະບາຍ ແລະໄດ້ເຈັບປ່ວຍຍ້ອນໄຂ້ສູງ ເປັນເວລາຫຼາຍວັນແລ້ວ.

ທ່ານໝໍຊ່ຽວຊານດ້ານຈຸລິນຊີ ໄຊມອນ ຄລາກ (Simon Clark) ຈາກມະຫາວິ ທະຍາໄລ ລີດດິງ ຂອງອັງກິດ ໄດ້ໃຫ້ຂໍ້ສັງເກດວ່າ “ໃນບາງກໍລະນີບ່ອນທີ່ຄົນ ຜູ້ທີ່ມີສຸກຂະພາບແຂງແຮງ ແລະສົມບູນ ແລະຜູ້ທີ່ມີອາຍຸລະຫວ່າງ ບໍ່ເກີນ 70 ປີ ທີ່ຄວນແຍກໂຕຢູ່ຢ່າງໂດດດ່ຽວ ເມື່ອພວກເຂົາເຈົ້າກໍຈະສູ້ຊົນແດ່ຈັກໜ້ອຍນຶ່ງ. ແລະແນ່ນອນພວກເຂົາກໍຈະເປັນເຊັ່ນນັ້ນ. ພວກເຮົາບໍ່ເຂົ້າໃຈວ່າເປັນຫຍັງ ຈຶ່ງເປັນແນວນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG