ລັດຖະມົນຕີກະຊວງພາຍໃນອັງກິດ ທ່ານນາງແອມເບີ ຣູດ (Amber Rudd) ມີແຜນ
ການ ພ້ອມແລ້ວ ທີ່ຈະຮັບມື ຖ້າເຈົ້າໜ້າທີ່ສືບສວນຫາກລະບຸໂຕຜູ້ທີ່ຮັບຜິດຊອບ
ໃນການໂຈມຕີດ້ວຍສານເຄມີທຳລາຍລະບົບປະສາດຕໍ່ອະດີດສາຍລັບຣັດເຊຍ
ທີ່ເຮັດວຽກໃຫ້ທັງສອງຝ່າຍ.
ທ່ານນາງຣູດ ກ່າວຕໍ່ອົງການຂ່າວບີບີຊີວ່າ “ບໍ່ມີຫຍັງອ່ອນແອເລີຍ ໃນການຕອບ
ຮັບຂອງອັງກິດ ຕໍ່ກິດຈະກຳຂອງລັດຢູ່ໃນປະເທດນີ້. ທ່ານອາດຈະບໍ່ເຄີຍໄດ້ຍິນ
ເລື່ອງລາວທັງໝົດແຕ່ເມື່ອພວກເຮົາເຫັນວ່າ ຈຳເປັນຕ້ອງມີການເອົາບາດກ້າວ ພວກເຮົາກໍຈະເອົາ.”
ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍຂອງອັງກິດ ກ່າວວ່າ ທ່ານເຊີເກ ສກຣີປາລ (Ser-
gei Skripal) ແລະລູກສາວອາຍຸ 33 ປີຂອງທ່ານ ໄດ້ຖືກສານພິດທຳລາຍເສັ້ນປະ
ສາດ ໃນວັນອາທິດຜ່ານມາ ທີ່ເມືອງຊາລິສບູຣີ ຊຶ່ງເປັນເມືອງທີ່ຂ້ອນຂ້າງມີຄວາມ
ງຽບສະຫງົບດີ.
ເຈົ້າໜ້າທີ່ຕຳຫຼວດ ຊຶ່ງເປັນສ່ວນນຶ່ງຂອງຄະນະປະຕິບັດງານຕອບຮັບໃນຂັ້ນຕົ້ນຕໍ່
ເຫດການດັ່ງກ່າວ ກໍໄດ້ຖືກສົ່ງເຂົ້າໂຮງໝໍ. ທ່ານນາງຣູດ ກ່າວໃນວັນພະຫັດມື້ນີ້ວ່າ ເຈົ້າໜ້າທີ່ທ່ານນີ້ຍັງຢູ່ໃນອາການສາເຫດ ແຕ່ກໍເວົ້າໄດ້ແລ້ວ.
“ເຫດການຄັ້ງນີ້ ຖືວ່າເປັນເຫດການທີ່ຮ້າຍແຮງທີ່ພົວພັນໃນຄວາມພະຍາຍາມ
ສັງຫານໂດຍສານພິດທຳລາຍເສັ້ນປະສາດ,” ນັ້ນຄືຄຳເວົ້າຂອງທ່ານ ມາກຄ໌ ໂຣລລີ
(Mark Rowley) ຜູ້ບັນຊາການຕຳຫຼວດເທດສະບານທີ່ໄດ້ກ່າວໄວ້. ທ່ານບໍ່ໄດ້ລະບຸ
ຢ່າງຈະແຈ້ງວ່າແມ່ນສານອັນໃດແທ້ ແລະວິທີທີ່ຖືກນຳມາໃຊ້.
ການວາງສານພິດນີ້ ກຳລັງຂົ່ມຂູ່ຕໍ່ຄວາມໝັ້ນຄົງຢ່າງເຕັມອັດຕາ ແລະເກີດວິກິດການ
ທາງດ້ານການທູດສຳລັບອັງກິດໂດຍທີ່ສະມາຊິກສະພາໄດ້ທວງໃຫ້ລັດຖະບານ
ທຳການສືບສວນຢ່າງຮີບດ່ວນ ກ່ຽວກັບການເສຍຊີວິດຂອງຫຼາຍກວ່າສິບຄົນ
ເມື່ອໄວໆມານີ້ຢູ່ໃນອັງກິດ ຊຶ່ງທັງໝົດອາດມີສ່ວນກ່ຽວຂ້ອງກັບສາຍລັບຣັດເຊຍ.
ທ່ານ ສກຣີປາລ ໄວ 66 ປີ ແລະລູກສາວ ນາງ ຢູເລຍ ແມ່ນກຳລັງຕໍ່ສູ້ກັບຄວາມເປັນ
ຄວາມຕາຍ ພໍໆກັນ ຫຼັງຈາກທີ່ໄດ້ຖືກພົບເຫັນວ່າ ບໍ່ຮູ້ເມື່ອຄີງ ຢູ່ທີ່ມ້ານັ່ງແຫ່ງນຶ່ງ
ຂ້າງນອກຮ້ານສັບພະສິນຄ້າ. ຕຳຫຼວດ ໄດ້ກວດເບິ່ງພາບຈາກກ້ອງວົງຈອນປິດ
ແລະມີລາຍງານວ່າ ພວກເຂົາເຈົ້າໄດ້ເພັ່ງເລັງຄວາມສົນໃຈໃສ່ຜູ້ຊາຍແລະແມ່ຍິງ
ທີ່ຢູ່ເຫັນຢູ່ໃກ້ໆນັ້ນ.
ໃນວັນອັງຄານຜ່ານມານີ້ ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ ບໍຣີສ ຈອນສັນ
(Boris Johnson) ທີ່ໄດ້ຕອບໂຕ້ຢ່າງແຮງຕໍ່ຣັດເຊຍ ເວລາທ່ານໃຫ້ການຄ້ຳປະກັນ
ຕໍ່ບັນດາສະມາຊິກລັດຖະສະພາວ່າ ລັດຖະບານຈະໄດ້ເຂົ້າເຖິງຜົນສະຫຼຸບທີ່ເປັນ
ປິດສະໜາ ແລະຂົ່ມຂູ່ທີ່ຈະລົງໂທດຄັ້ງໃໝ່ ຕໍ່ຣັດເຊຍ, ຖ້າຫາກວ່າ ວັງເຄຣມລິນ
ໄດ້ຖືກພົບເຫັນວ່າ ເປັນຜູ້ຮັບຜິດຊອບ. ທ່ານຈອນສັນ ໄດ້ກ່າວໃນຂະນະທີ່ທ່ານ
ບໍ່ໄດ້ຍົກມື້ຊີ້ໄປໃສ່ຜູ້ໃດ ໃນເວລານີ້, ທ່ານກ່າວເຖິງຣັດເຊຍ ວ່າເປັນ “ກຳລັງທີ່ມຸ່ງ
ຮ້າຍແລະລົບກວນ.”