ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໑ ເມສາ ໒໐໒໔

ຕຳຫລວດອັງກິດ ຈັບຜູ້ຕ້ອງສົງໄສ ຄົນທີ່ຫ້າ ທີ່ວາງແຜນກໍ່ການຮ້າຍ


ແຜນທີ່ ປະເທດອັງກິດ
ແຜນທີ່ ປະເທດອັງກິດ

ຕຳຫລວດ​ອັງ​ກິດ ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ທີ່​ຫ້າ ​ໃນ​ການ​ກ່າວ
​ຫາ​ວາງ​ແຜນ​ກໍ່​ການ​ຮ້າຍ.

ລາວ​ໄດ້​ຮ່ວ​ມຫົວ​ກັບ ພວກຜູ້​ຊາຍອຶ່ນໆສີ່​ຄົນ ​ໄວ 20 ປີ ທີ່​ຖືກ
​ຈັບ ຫລັງ​ຈາກ​ໄດ້​ບຸກຖະຫລົ່ມ​ທົ່ວ ນະຄອນ​ລອນ​ດອນ ​ໃນ​ວັນ
​ອັງຄານ​ທີ່​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ ​ໃນ​ແຜນ​ໂຈມ​ຕີ
​ແຕ່​ໄດ້​ກ່າວ​ວ່າ ມັນ​ຍັງ​ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ ​ແລະ​ອະທິບາຍ​ວ່າ
ສຳຄັນ ​ແລະຮ້າຍ​ແຮງ. ຢ່າງ​ໜ້ອຍ​ຜູ້​ຕ້ອງ​ຫາ​ຄົນ​ນຶ່ງ​ໄດ້​ພົວພັນ​
ກັບ ກຸ່ມ​ຫົວ​ຮຸນ​ແຮງ​ໃນ​ຊິ​ເຣຍ.

ອັງກິດ ​ໄດ້​ຍົກ​ລະດັບ​ການ​ຂົ່ມຂູ່​ກໍ່​ການ​ຮ້າຍ ຂື້ນ​ມາ​ຢູ່​ຂັ້ນ​ຮ້າຍ​ແຮງ​ໃນ​ເດືອນ​ສິງຫາຜ່ານ​ມາ.

ລັດ​ອິສລາມ ​ໃນ​ຊິ​ເຣຍ ​ໄດ້​ຕັດ​ຫົວ​ພະນັກງານ​ຊ່ວຍ​ເຫລືອ​ອັງກິດ​ສອງ​ຄົນ ​ແລະ ນັກ​ຂ່າວ
ສະຫະລັດ ສອງ​ຄົນ ​ເພື່ອ​ເປັນ​ກາ​ນ​ແກ້​ແຄ້ນ ທີ່ ສະຫະລັດ ນຳພາ​ການ​ໂຕມຕີ​ທາງ​ອາກາດ
​ໃສ່​ກຸ່ມ​ລັດອິສລາມ ​ໃນ ອີຣັກ.

XS
SM
MD
LG