ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ອັງກິດ ຢາກຮູ້ວ່າ ຄູ່ຜົວເມຍ ສຳພັດ ກັບສານພິດ ທຳລາຍ ປະສາດ ໄດ້ແນວໃດ


ພວກເຈົ້າໜ້າທີ່ຕຳຫຼວດຂອງອັງກິດ ຢືນຍາມຢູ່ດ້ານນອກ ຂອງຄຸ້ມບ້ານແຫ່ງນຶ່ງ ໃນເມືອງ ເອມສເບີຣີ ວັນທີ 4 ກໍລະກົດ 2018.
ພວກເຈົ້າໜ້າທີ່ຕຳຫຼວດຂອງອັງກິດ ຢືນຍາມຢູ່ດ້ານນອກ ຂອງຄຸ້ມບ້ານແຫ່ງນຶ່ງ ໃນເມືອງ ເອມສເບີຣີ ວັນທີ 4 ກໍລະກົດ 2018.

ໃນວັນພະຫັດມື້ນີ້ ຕຳຫຼວດຕໍ່ຕ້ານການກໍ່ການຮ້າຍຂອງອັງກິດ ກຳລັງປະຕິບັດງານ ເພື່ອ ຊອກຫາສາເຫດວ່າ ຊາຍຜູ້ນຶ່ງແລະແມ່ຍິງຄົນນຶ່ງ ໄດ້ສຳພັດກັບສານ ພິດທຳລາຍລະບົບ
ປະສາດ ໄດ້ແນວໃດ ເຊິ່ງສານພິດດັ່ງກ່າວ ໄດ້ຖືກນຳໃຊ້ໃນການໂຈມຕີ ເມື່ອຕົ້ນປີນີ້ ຕໍ່
ອະດີດສາຍລັບທີ່ເຮັດວຽກໃຫ້ສອງຝ່າຍ ແລະລູກສາວຂອງຜູ້ກ່ຽວ.

ລັດຖະມົນຕີກະຊວງພາຍໃນ ທ່ານຊາຈິດ ຈາວິດ ເປັນຜູ້ນຳພາ ກອງປະຊຸມຄະນະກຳ
ມະການສຸກເສີນ ເອີ້ນຫຍໍ້ວ່າ COBRA ຂອງລັດຖະບານອັງກິດ ໃນຂະນະທີີ່ບັນດາ
ເຈົ້າໜ້າທີ່ ກ່າວວ່າ ຄວາມສ່ຽງຕໍ່ມະຫາຊົນແມ່ນຕ່ຳຢູ່.

ຄູ່ຜົວເມຍດັ່ງກ່າວນັ້ນ ໄດ້ຖືກລະບຸໂຕ ໂດຍພວກໝູ່ຄູ່ ວ່າ ແມ່ນ ນາງ ດອນ ສເຕີຣແຈັສ
ອາຍຸ 44 ປີ ແລະ ທ້າວ ຊາຣລີ ຣາວລີ ທີ່ໄດ້ຖືກພົບເຫັນໝົດສະຕິ ໃນວັນເສົາຜ່ານມາ
ຢູ່ໃນເມືອງ ເອມສເບີຣີ ເຊິ່ງຢູ່ຫ່າງຈາກເມືອງ ໂຊລສເບີຣີ 13 ກິໂລແມັດ ບ່ອນທີ່ທ່ານ
ເຊີເກ ສກຣີປາລ ແລະລູກສາວຂອງທ່ານ ນາງ ຢູເລຍ ໄດ້ຖືກພົບເຫັນ ໃນເດືອນມີນາ
ຜ່ານມາ.

ແຜນທີ່ ສະແດງໃຫ້ເຫັນ ເຂດຕົວເມືອງ ເອມສເບີຣີ ຂອງອັງກິດ
ແຜນທີ່ ສະແດງໃຫ້ເຫັນ ເຂດຕົວເມືອງ ເອມສເບີຣີ ຂອງອັງກິດ

ລັດຖະມົນຕີ ປ້ອງກັນຄວາມສະຫງົບ ທ່ານເບັນ ວອລເລັສ ໄດ້ບອກ ອົງການຂ່າວ ບີບີຊີ
ໃນວັນພະຫັດມື້ນີ້ ວ່າ ພວກນັກສືບສວນ ເຊື່ອວ່າ ເຫດການສຳພັດສານພິດໃໝ່ ແມ່ນ
ສືບເນື່ອງມາຈາກ ເຫດການທີ່ເກີດຂຶ້ນເມື່ອເດືອນມີນາ ແລະບໍ່ແມ່ນການໂຈມຕີໃໝ່
ທີ່ເຈາະຈົງໃສ່ ນາງ ສເຕີຣແຈັສ ແລະທ້າວ ຣາວລີ.

ອັງກິດ ໄດ້ຖິ້ມໂທດໃສ່ ຣັດເຊຍ ໃນການໂຈມຕີ ຄອບຄົວສກຣີປາລ ດ້ວຍສານພິດ
ໂນວີຊົກ (Novichok) ເຊິ່ງເປັນສານພິດທຳລາຍລະບົບປະສາດ ທີ່ໄດ້ຄິດຄົ້ນຂຶ້ນມາ
ໂດຍ ສະຫະພາບ ໂຊຫວຽດ ໃນລະຫວ່າງ ສົງຄາມເຢັນ.

ຣັດເຊຍ ໄດ້ປະຕິເສດ ຕໍ່ການມີສ່ວນກ່ຽວຂ້ອງໃດໆ ແລະ ກໍໄດ້ອ້າງວ່າ ອັງກິດ ເອງ
ຄວນຖືກຕຳນິ ສຳລັບການໂຈມຕີ ນັ້ນ ໃນການພະຍາຍາມ ທີ່ຈະສ້າງເລື້ອງ ໃຫ້ເກີດ ຄວາມຮູ້ສຶກ ຕໍ່ຕ້ານຣັດເຊຍ.

ເຫດການດັ່ງກ່າວ ໄດ້ກໍ່ໃຫ້ເກີດມີການຂັບໄລ່ ບັນດານັກການທູດຂອງຣັດເຊຍ ອອກ
ຈາກອັງກິດ ທີ່ໃຫຍ່ສຸດ ນັບຕັ້ງແຕ່ສົງຄາມເຢັນ ເຊິ່ງ ສະຫະລັດ ແລະບັນດາປະເທດ
ຢູໂຣບ ທີ່ເປັນພັນທະມິດຂອງອັງກິດ ກໍໄດ້ເຂົ້າຂ້າງ ກັບລອນດອນ ໃນການຖິ້ມໂທດ
ໃສ່ ມົສກູ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG