ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກລັດຖະມົນຕີ ອັງກິດ ສັບຊ້ອນ ຄະນະ ລັດຖະບານ (ວີດີໂອ)


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ແຖວໜ້າກາງ)
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ແຖວໜ້າກາງ)

ຫ້ອງການ​ນາຍົກລັດຖະມົນຕີອັງກິດ ທ່ານ David Caneron
​ໄດ້ປະກາດ​ວ່າ ລັດຖະມົນຕີປ້ອ​ງກັນ​ປະ​ເທດ ທ່ານ Philip
Hammond ຈະ​ໄປຮັບໜ້າທີ່ແທນ​ ລັດຖະມົນຕີຕ່າງປະ​ເທດ
ທ່ານ WilliamHague ຜູ້​ທີ່​ໄດ້​ລາ​ອອກ​ ໂດຍບໍ່ໄດ້ມີການປະ
ກາດລ່ວງໜ້າ​ໃນ​ວັນຈັນ​ທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່ທ່ານ Came-
ron ກຳລັງ​ສັບ​ຊ້ອນ​ຄະນະລັດຖະບານຂອງທ່ານຢູ່​ນັ້ນ.

ທ່ານ Hammond ​ໄດ້​ຖະແຫຼງ ໂດຍ​ເຫັນ​ດີໃຫ້ອັງກິດ ອອກ
ຈາກສະຫະພາບ​ຢູ​ໂຣບ ​ຖ້າ​ວ່າຢູ​ໂຣບບໍ່​ທຳ​ການ​ປະຕິ​ຮູບ.

ທ່ານ Michael Fallon ​ໄດ້​ຖືກ​ແຕ່ງຕັ້ງໃຫ້​ເປັນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແທນ​ທ່ານ Hammond Fallon ​ທີ່​ເປັນ​ອະດີດ​ຮອງ ລັດຖະມົນຕີ​ພະລັງງານ ​ແລະ​ຜູ້​ສະໜັບສະໜູນ

ອີກຄົນນຶ່ງ ​ໃຫ້ຖອນຕົວອອກຈາກສະຫະພາບ​ຢູ​ໂຣບ ຖ້າ ຫາກ​ການປະຕິ​ຮູບ​ບໍ່​ເກີດ​ຂື້ນ.

ລັດຖະມົນຕີກະຊວງ​ສຶກສາ ທີ່ເປັນບັນຫາໂຕ້ແຍ້ງຂອງ ທ່ານ Cameron ຄື​ທ່ານ Micheal
Grove ແມ່ນຮວມຢູ່​ບັນດາ​ລັດຖະມົນຕີລະດັບ​ກາງ ທີ່ໄດ້​ຖືກ​ປົດອອກ​ຈາກ​ໜ້າ​ທີ່.

ນອກນັ້ນ ຍັງເປັນທີ່ຄາດກັນວ່າ ທ່ານ Cameron ​ຈະ​ປະກາດ ກ່ຽວກັບການ ປ່ຽນແປງອື່ນໆ
ໃນ​ຄະນະ​ລັດຖະບານ​ຂອງ​ທ່ານ ​ໃນ​ວັນ​ອັງຄານ​ໜ້າ ​ໂດຍ​ຈະ​ເພີ້​ມຈຳນວນ​ຜູ້ຍິງ​ເຂົ້າ​ມາຮັບ
ໜ້າ ​ເພື່ອເປັນ​ການ​ຕອບຮັບຕໍ່ການຖືກ​ຕິຕຽນ​ວ່າ ລັດຖະບານ​ຂອງ​ທ່ານ​ແມ່ນຄອບງຳໂດຍ
ພວກ​ຜູ້​ຊາຍ. ເປັນທີ່ຄາດກັນວ່າ ຜູ້ຍິງ​ ​ຈະ​ເຂົ້າ​ 6 ຕຳແໜ່ງໃນຄະນະ​ລັດຖະບານອັງກິດ ​ທີ່
ມີທັງ​ໝົດ 23 ຕຳແໜ່ງນັ້ນ ຫລັງ​ຈາກ​ໄດ້​ມີ​ການ​ສັບ​ຊ້ອນໜ້າທີ່ແລ້ວ.

ທ່ານ Hague ຄາດວ່າ​ ຍັງ​ຈະ​ຢູ່​ໃນ​ສະພາ ຈົນ​ຮອດປີໜ້າ ​ເວລາ​ທ່ານ​ໄດ້​ກ່າ​ວ ວ່າ ຈະລາ​
ອອກ​ຈາກ​ວົງການ​ເມືອງ​ຂອງ​ປະ​ເທດ.

ວີດີໂອ: ທ່ານ William Hague ປະກາດລາອອກ:

Britain's William Hague resigns
please wait

No media source currently available

0:00 0:00:49 0:00

XS
SM
MD
LG