ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ ສະມາຊິກສະພາ ອັງ​ກິດ ຈະລົງຄະແນນສຽງ ຕໍ່ຂໍ້ຕົກລົງ ຖອນໂຕອອກຈາກ ອີຢູ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ, ລັດຖະມົນຕີວ່າການຕ່າງປະເທດ ຮັບຜິດຊອບ ການຖອນໂຕອອກຈາກ EU ທ່ານ ສຕີບເວັນ ບາຣເຄລ ແລະ ເຈົ້າໜ້າທີ່ອະວຸໂສ ຮັບຜິດຊອບດ້ານການເງິນ ທ່ານ ຟີລິປ ແຮມມັນ ເຫັນໄດ້ຢູ່ໃນສະພາແຫ່ງຊາດຂອງອັງກິດ, ວັນທີ 27 ມີນາ 2019.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ, ລັດຖະມົນຕີວ່າການຕ່າງປະເທດ ຮັບຜິດຊອບ ການຖອນໂຕອອກຈາກ EU ທ່ານ ສຕີບເວັນ ບາຣເຄລ ແລະ ເຈົ້າໜ້າທີ່ອະວຸໂສ ຮັບຜິດຊອບດ້ານການເງິນ ທ່ານ ຟີລິປ ແຮມມັນ ເຫັນໄດ້ຢູ່ໃນສະພາແຫ່ງຊາດຂອງອັງກິດ, ວັນທີ 27 ມີນາ 2019.

ໃນວັນສຸກມື້ນີ້ ສະພາຕ່ຳຂອງອັງກິດ ພວມລົງຄະແນນສຽງ ຕໍ່ພາກສ່ວນນຶ່ງຂອງຂໍ້ຕົກລົງ
ໃນການຖອນໂຕອອກຈາກສະຫະພາບຢູໂຣບ ທີ່ເອີ້ນກັນວ່າ Brexit ນັ້ນ. ບັນດາສະມາ
ຊິກສະພາ ພຽງແຕ່ລົງຄະແນນສຽງ ໃນເລື້ອງສັນຍາການຖອນໂຕເທົ່ານັ້ນ ຊຶ່ງບັນດານັກ
ວິເຄາະ ກ່າວວ່າ ເປັນໄປບໍ່ໄດ້ ທີ່ມັນຈະຖືກຮັບຜ່ານ.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ກຳລັງຊຸກຍູ້ຄັ້ງສຸດທ້າຍ ອີກເທື່ອນຶ່ງ
ເພື່ອຊັກຊວນບັນດາສະມາຊິກສະພາ ທີ່ຕ້ອງການ ເພື່ອຮັບຮອງ ເອົາຂໍ້ຕົກລົງຂອງ
ທ່ານນາງ ສຳລັບແຜນການຂອງປະເທດ ໃນການແຍກໂຕອອກຈາກສະຫະພາບຢູໂຣບ
ຫຼື ອີຢູ.

ອະນາຄົດຂອງ Brexit ໄດ້ກາຍເປັນເລື້ອງ ທີ່ບໍ່ມີຄວາມແນ່ນອນ ຫຼາຍຂຶ້ນກວ່າເກົ່າ ໃນ
ວັນພຸດຜ່ານມາ ຫຼັງຈາກສະພາ ບໍ່ເຫັນດີຕໍ່ຂໍ້ຕົກລົງ 16 ທາງເລືອກອື່ນໆ ທີ່ນາຍົກລັດ
ຖະມົນຕີ ເມ ໄດ້ນຳສະເໜີ ສຳລັບການແຍກໂຕ ອອກຈາກອີຢູ. ບັນດານັກເຈລະຈາໄດ້
ກັ່ນກອງຂໍ້ຕົກລົງຈຳນວນດັ່ງກ່າວລົງ ເຫຼືອຢູ່ 8 ທາງເລືອກ ຊຶ່ງໄດ້ຖືກນຳມາ ເພື່ອລົງ
ຄະແນນສຽງ. ທາງເລືອກຕ່າງໆ ທີ່ປະກອບດ້ວຍ ການຮັກສາໄວ້ໃຫ້ອັງກິດຢູ່ພາຍໃຕ້
ການເກັບພາສີ ໃນສະຫະພາບຢູໂຣບ ແລະກໍຈະເປັນອັນນຶ່ງ ທີ່ອາດເກີດມີຄຳຖາມ
ຂອງການຖອນໂຕອອກຈາກອີຢູ ນັ້ນວ່າ ຈະຖືກນຳມາລົງປະຊາມະຕິ ອີກຄັ້ງນຶ່ງ.

ແນວຄິດ 8 ທາງເລືອກສຸດທ້າຍທັງໝົດນີ້ ໄດ້ຖືກປະຕິເສດ ຫາກແຕ່ວ່າ ແນວຄິດຂອງ
ການເຂົ້າຮ່ວມໃນການເກັບພາສີ ໃນສະຫະພາບຢູໂຣບນັ້ນ ກໍເກືອບວ່າ ຈະໄດ້ຮັບການ
ສະໜັບສະໜຸນຫຼາຍທີ່ສຸດ. ຂໍ້ສະເໜີອີກອັນນຶ່ງ ກໍຄື ຈັດການລົງປະຊາມະຕິ ກ່ຽວກັບ
Brexit ຄັ້ງທີສອງ ນັ້ນ ກໍຍັງໄດ້ຮັບການສະໜັບສະໜຸນເປັນຢ່າງຍິ່ງ.

ສະພາຕ່ຳ ໄດ້ເຂົ້າກຳກັບນຳແຜນການ Brexit ຈາກ ນາຍົກລັດຖະມົນຕີ ເມ ຫຼັງຈາກ
ທີ່ ທ່ານນາງ ໄດ້ພະຍາຍາມສອງຄັ້ງ ແລະບໍ່ສາມາດຮັບຜ່ານ ຂໍ້ຕົກລົງ ຂອງທ່ານນາງ
ໄດ້. ຈຸດສູນກາງຂອງຂໍ້ຄັດຄານ ຕໍ່ແຜນການຂອງທ່ານນາງເມ ນັ້ນ ແມ່ນກ່ຽວກັບເລື້ອງ
ການຄ້າ ແລະເຂດຂ້າມຊາຍແດນ ລະຫວ່າງປະ​ເທດ ໄອຣ໌ແລນ ທີ່ສະມາຊິກຂອງ
ສະຫະພາບຢູໂຣບ ແລະເຂດໄອຣ໌ແລນເໜືອ ທີ່ຄວບຄຸມໂດຍອັງກິດ ຊຶ່ງບັນດາພົນລະ
ເມືອງ ໃນທ້ອງຖິ່ນ ຂ້າມໄປມາຕາມປົກກະຕິ ໃນແຕ່ລະວັນ ໂດຍປາດສະຈາກການກວດ ສອບໃດໆ.

ພັກສະຫະພັນປະຊາທິປະໄຕ ຂອງໄອຣ໌ແລນເໜືອ ແມ່ນໄດ້ຄັດຄ້ານ ຢ່າງແຂງຂັນ ຕໍ່ແຜນການດັ່ງກ່າວນັ້ນ.

ສ່ວນອີຢູ ໄດ້ໃຫ້ເວລາຕໍ່ອັງກິດ ຈົນຮອດວັນທີ 12 ເມສາ ເພື່ອແຈ້ງໃຫ້ບັນດາປະເທດ
ສະມາຊິກ ຮັບຊາບວ່າ ແຜນການອັນໃດ ທີ່ຕົນຈະເອົາ ຫຼື ຕົນຈະຖອນໂຕອອກຈາກ
ອີຢູ ໂດຍປາດສະຈາກແຜນການຖອນໂຕໃດໆເລີຍ ຊຶ່ງອາດຈະ ນຳໄປສູ່ຄວາມວຸ້ນ
ວາຍ ທາງດ້ານເສດຖະກິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG