ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ລາຍງານ ການເສຍຊີວິດຍ້ອນ COVID-19 ພາຍໃນນຶ່ງວັນ ສູງເປັນປະຫວັດການ


ພະນັກງານການແພດຊ່ວຍເຫຼືອຄົນໄຂ້ທີ່ຖືກສົງໄສວ່າ ມີໄວຣັສໂຄໂຣນາອອກຈາກລົດໂຮງໝໍໃນເມືອງ ຄອມມູນາກາ, ຢູ່ນອກນະຄອນຫຼວງ ມົສກູ, ຣັດເຊຍ. 12 ຕຸລາ, 2021.
ພະນັກງານການແພດຊ່ວຍເຫຼືອຄົນໄຂ້ທີ່ຖືກສົງໄສວ່າ ມີໄວຣັສໂຄໂຣນາອອກຈາກລົດໂຮງໝໍໃນເມືອງ ຄອມມູນາກາ, ຢູ່ນອກນະຄອນຫຼວງ ມົສກູ, ຣັດເຊຍ. 12 ຕຸລາ, 2021.

ໜ່ວຍປະຕິບັດການສະເພາະກິດໄວຣັສໂຄໂຣນາຂອງ ຣັດເຊຍ ໃນວັນອັງຄານວານນີ້ໄດ້ລາຍງານການເສຍຊີວິດທີ່ກ່ຽວຂ້ອງກັບໄວຣັສໂຄໂຣນາທີ່ສູງເປັນປະຫວັດການ 973 ຄົນ ພາຍໃນນຶ່ງວັນ ໃນຂະນະທີ່ການເພີ່ມຂຶ້ນໃນການຕິດເຊື້ອໃໝ່ຍັງດຳເນີນຕໍ່ໄປ.

ໜ່ວຍສະເພາະກິດດັ່ງກ່າວຍັງໄດ້ລາຍງານການຕິດເຊື້ອໃໝ່ປະຈຳວັນ 28,190 ກໍລະນີ, ໃກ້ກັບສະຖິຕິ 29,499 ກໍລະນີທີ່ໄດ້ເຮັດໃນເດືອນທັນວາທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ ຣັດເຊຍ ໄດ້ຖິ້ມໂທດການເພີ່ມຂຶ້ນໃນການຕິດເຊື້ອດັ່ງກ່າວໃສ່ໂຄງການສັກຢາວັກຊີນທີ່ຊັກຊ້າຂອງປະເທດ. ກະຊວງສາທາລະນະສຸກໄດ້ລາຍ ງານວ່າ ຢ່າງຫຼາຍ, ນຶ່ງສ່ວນສາມ ໃນປະຊາກອນຂອງປະເທດແມ່ນໄດ້ສັກຢາຄົບແລ້ວ, ແມ່ນກະທັ້ງທີ່ວ່າປະເທດນັ້ນໄດ້ນຳຢາວັກຊີນ ສປຸດນິກ ຂອງເຂົາເຈົ້າອອກມາໄວໃນຕົ້ນປີນີ້ກໍຕາມ.

ອີງຕາມອົງການຂ່າວ ຣອຍເຕີ ນັ້ນ, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນວັນອັງ ຄານວານນີ້ໄດ້ຮຽກຮ້ອງບັນດາສະມາຊິກສະພາທີ່ຖືກເລືອກໃໝ່ໃຫ້ສະໜັບສະໜູນຢ່າງຂະຫຍັນຂັນແຂງຕໍ່ຄວາມພະຍາຍາມທີ່ຈະສັກຢາເພີ່ມເຕີມໃຫ້ປະຊາຊົນ. ແຕ່ລັດຖະບານດັ່ງກ່າວແມ່ນບໍ່ເຕັມໃຈທີ່ຈະກຳນົດຂໍ້ບັງຄັບຢາວັກຊີນ. ໂຄສົກວັງ ເຄຣັມລິນ ທ່ານ ດິມິທຣີ ເປັສກອຟ ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າມັນຂຶ້ນກັບບັນດາເຈົ້າໜ້າທີ່ໃນພາກພື້ນທີ່ຈະຕັ້ງກົດລະບຽບທີ່ວ່ານັ້ນຂຶ້ນມາ.

ລາຍງານທີ່ຖືກຂຽນໂດຍສະພາແຫ່ງຊາດ ອັງກິດ ເວົ້າວ່າສະຖານະຂອງ “ການຕັດສິນເປັນກຸ່ມ” ໃນບັນດາເຈົ້າໜ້າທີ່ລັດຖະບານໄດ້ນຳໄປສູ່ການຫຼ້າຊ້າທີ່ເສຍຫາຍໃນການອອກຄຳສັ່ງກັກບໍລິເວນທົ່ວປະເທດໃນວັນທຳອິດຂອງໂຣກລະບາດ COVID-19.

ລາຍງານຍາວ 151 ໜ້າຈາກຄະນະກຳມະການວິທະຍາສາດ ແລະ ສຸຂະພາບຮ່ວມ ໃນສະພາຕໍ່າກ່າວວ່າຄະນະລັດຖະບານຂອງນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ຕັ້ງໃຈທີ່ຈະດຳ ເນີນວິທີການທີ່ “ຊ້າ ແລະ ການປ່ຽນແປງແບບຄ່ອຍເປັນຄ່ອຍໄປ” ໃນສອງສາມເດືອນທຳອິດຂອງປີ 2020 ໃນຂະນະທີ່ບັນດາເຈົ້າໜ້າທີ່ໄດ້ພະຍາຍາມທີ່ຈະຈັດການແທນທີ່ປາບປາມການແຜ່ລາມ ຂອງໄວຣັສ.

ການສອບສວນຮ່ວມກັນເວົ້າວ່າ ໄວຣັສດັ່ງກ່າວອາດຍຶດເກາະໃນທົ່ວ ອັງກິດ ຍ້ອນແຜນຍຸດທະ ສາດທີ່ “ຖືໂຊກຊະຕາ,” ເຊິ່ງໃນທີ່ສຸດໄດ້ຖືກປະຖິ້ມໃນຂະນະທີ່ການບໍລິການດ້ານສາທາລະນະສຸກແຫ່ງຊາດຂອງປະເທດໄດ້ສ່ຽງຖືກຖ້ວມລົ້ນໂດຍກໍລະນີທີ່ກຳລັງເພີ່ມຂຶ້ນຢ່າງວ່ອງໄວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG