ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຄືອຂ່າຍ ອີເມລ ຂອງສະພາ ແຫ່ງຊາດອັງກິດ ຖືກໂຈມຕີ ໂດຍພວກນັກເຈາະຂໍ້ມູນ


ນົກບິນກາຍຕຶກສະພາແຫ່ງຊາດ ໃນໃຈກາງນະຄອນຫຼວງ ລອນດອນ. ອັງກິດ. 24 ມິຖຸນາ, 2017.
ນົກບິນກາຍຕຶກສະພາແຫ່ງຊາດ ໃນໃຈກາງນະຄອນຫຼວງ ລອນດອນ. ອັງກິດ. 24 ມິຖຸນາ, 2017.

ສະພາແຫ່ງຊາດ ອັງກິດ ໄດ້ສືບສວນສອບສວນການໂຈມຕີທາງ ຄອມພິວເຕີຢ່າງຕໍ່
ເນື່ອງ ແລະ ໝັ້ນຄົງຕໍ່ບັນຊີຜູ້ໃຊ້ອີແມລຂອງພວກເຂົາເຈົ້າໃນວັນເສົາວານນີ້.

ບັນດາເຈົ້າໜ້າທີ່ສະພາແຫ່ງຊາດກ່າວວ່າ ເບິ່ງຄືວ່າ ການໂຈມຕີດັ່ງກ່າວມີເປົ້າໝາຍ
ເພື່ອແນໃສ່ພວກອີເມລທີ່ມີລະຫັດລັບອ່ອນແອ.

ຖະແຫຼງການສະບັບໜຶ່ງທີ່ໄດ້ປະກາດໂດຍສະພາຕໍ່າກ່າວວ່າ “ໃນຂະນະທີ່ມີການປ້ອງ
ກັນໄວ້ກ່ອນນັ້ນ, ຄວາມສາມາດໃນການເຂົ້າຫາອີ ເມລສຳລັບສະມາຊິກສະພາ ແມ່ນ
ໄດ້ຖືກປ້ອງກັນໄວ້.”

ບັນດາເຈົ້າໜ້າທີ່ສະພາແຫ່ງຊາດກ່າວວ່າ “ໃນຕອນເຊົ້າມື້ນີ້ພວກ ເຂົາເຈົ້າໄດ້ພົບເຫັນກິດຈະກຳທີ່ຜິດປົກກະຕິ ແລະ ຫຼັກຖານຂອງການ ພະຍາຍາມໂຈມຕີທາງອິນເຕີແນັດ
ໃນເຄືອຂ່າຍຄອມພິວເຕີຂອງພວກ ເຮົາ, ການສືບສວນສອບສວນຢ່າງໃກ້ຊິດໂດຍທີມ
ງານຂອງພວກເຮົາໄດ້ຢືນຢັນວ່າ ພວກນັກເຈາະຂໍ້ມູນໄດ້ດຳເນີນການໂຈມຕີຢ່າງຕໍ່
ເນື່ອງ ແລະ ເດັດດ່ຽວຕໍ່ບັນຊີຜູ້ໃຊ້ໃນສະພາແຫ່ງຊາດໝົດທຸກຄົນ ເພື່ອພະຍາຍາມ ລະ
ບຸລະຫັດຜ່ານທີ່ອ່ອນແອ.”

ມັນຍັງບໍ່ມີຄວາມຊັດເຈນໃນທັນທີທັນໃດເທື່ອວ່າ ມີຈັກຄົນທີ່ໄດ້ຮັບຜົນກະທົບ ຫຼື ວ່າ
ມີຄວາມເສຍຫາຍຫຼາຍປານໃດ. ສູນຮັກສາຄວາມປອດໄພທາງຄອມພິວເຕີແຫ່ງຊາດ
ແລະ ອົງການອາຊະຍາກຳແຫ່ງຊາດ ກຳລັງສືບສວນສອບສວນຢູ່.

ທ່ານ Liam Fox ເລຂາທິການ ການຄ້າສາກົນຂອງ ອັງກິດ ໄດ້ກ່າວຕໍ່ລາຍການຂ່າວໂທລະພາບ ITV ວ່າ ການໂຈມຕີ ແມ່ນ “ການເຕືອນຕໍ່ໝົດທຸກຄົນ. ພວກເຮົາຕ້ອງມີ
ຄວາມລະວັງເພີ່ມເຕີມ ແລະ ໃຫ້ມີລະຫັດຜ່ານທີ່ດີຂຶ້ນກວ່າເກົ່າ. ຢ່າເປີດປະຕູເຮືອນ
ຂອງເຈົ້າໄວ້ໃນຕອນກາງຄືນ.”

ເຫດການດັ່ງກ່າວໄດ້ມີຂຶ້ນ ຫຼັງຈາກລາຍງານຫຼາຍຄັ້ງໃນສອງສາມມື້ທີ່ຜ່ານມາໃນສື່
ມວນຊົນ ອັງກິດ ວ່າພວກນັກເຈາະຂໍ້ມູນ ໄດ້ຂາຍລະຫັດຂອງສະມາຊິກສະພາທາງ
ອອນລາຍ.

ທ່ານ Fox ໄດ້ກ່າວວ່າ “ພວກເຮົາໄດ້ເຫັນລາຍງານໃນສອງສາມມື້ທີ່ ຜ່ານມາ ກ່ຽວກັບ
ແມ່ນກະທັ່ງລະຫັດຂອງບັນດາຄະນະລັດຖະມົນຕີ ກໍໄດ້ຖືກຂາຍທາງອອນລາຍ. ພວກ
ເຮົາຮູ້ວ່າ ໜ່ວຍບໍລິການສັງຄົມ ຂອງພວກເຮົາແມ່ນໄດ້ຖືກໂຈມຕີ ດັ່ງນັ້ນມັນຈຶ່ງບໍ່ແມ່ນ
ເລື່ອງແປກຫຍັງວ່າມັນຈະມີການພະຍາຍາມໂຈມຕີໃນລະບົບອີແມລ ສະພາແຫ່ງ
ຊາດ.”

ພຽງເດືອນດຽວຜ່ານມາ, ການໂຈມຕີທາງຄອມພິວເຕີຢ່າງໃຫຍ່ຫຼວງໃນທົ່ວໂລກ ໄດ້
ເກີດຂຶ້ນໃນການບໍລິການດ້ານສຸຂະພາບຂອງ ອັງກິດ ແລະ ໄດ້ແນເປົ້າໃສ່ລະບົບຄອມ
ພິວເຕີທີ່ມີຄວາມສຳຄັນຍິ່ງໃນຫຼາຍເຖິງ 100 ປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG