ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮືອບິນ​ລົບ​ ຂອງອັງກິດ ເລີ້ມໂຈມຕີ ສະຖານທີ່ກັ່ນນ້ຳມັນ ຂອງກຸ່ມລັດອິສລາມ


Britain Syria Air Strikes
please wait

No media source currently available

0:00 0:01:31 0:00

ເຊີນຊົມວີດີໂອ

ເຮືອບິນ​ລົບ​ຂອງອັງກິດ ​ໄດ້​ເລີ້ມ​ປະຕິ​ບັດ​ການ​ໂຈມ​ຕີ​ທາງ​ອາກາດ
​ໃນ​ຊີ​ເຣຍ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກສະມາຊິກສະພາ ​ໄດ້ໃຫ້
ການ​ອະນຸມັດ ​ຕໍ່ການຂະຫຍາຍ​ຍຸດ​ທະ​ສາດ​ເພື່ອເອົາ​ຊະນະ​ກຸ່ມ
​ລັດ​ອິສລາມ.

​ເຈົ້າ​ໜ້າ​ທີ່ກະຊວງປ້ອງ​ກັນ​ປະ​ເທດ​ຂອງ​ອັງກິດ​ໄດ້​ກ່າວ​ວ່າ ເຮືອ
ບິນ​ລົບ Tornado ຂອງ​ກອງທັບ​ອາກາດ​ອັງກິດໄດ້ບິນ​ຂຶ້ນ​ຈາກ
ຖານ​ອາກາດ​ແຫ່ງ​ນຶ່ງ ​ໃນ Cyprus ແລ້ວ​ກໍ​ໂຈມ​ຕີ​ເປົ້າ​ໝາຍ ​ໃນ
​ຊີ​ເຣຍ ​ແລະ​ບິນ​ກັບຄືນ​ຖານ​ທັບ​ຢ່າງ​ປອດ​ໄພ.

ກະຊວງປ້ອງ​ກັນ​ປະ​ເທດ​ຂອງ​ອັງກິດ ​ໄດ້​ກ່າວ​ຜ່ານ​ທາງ Twitter ວ່າ ​ເປົ້າ​ໝາຍ​ຂອງ​ການ
ຖິ້ມລະ​ເບີດດັ່ງກ່າວ​ແມ່ນ ເຂດບໍ່ນ້ຳມັນ Omar ທີ່​ກຸ່ມ​ລັດ​ອິສລາມ​ຄວບ​ຄຸມ​ໄວ້​ນັ້ນ ​ແຕ່​ວ່າ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ຜົນ​ຂອງ​ການ​ໂຈມ​ຕີ​ແຕ່​ຢ່າງ​ໃດ.

ນຍ. David Cameron ຖະແຫຼງຕໍ່ລັດຖະສະພາອັງກິດ ໃນການສົນທະນາກັນ ໃນການໂຈມຕີທາງອາກາດ ຕໍຕ້ານກຸ່ມກໍ່ການຮ້າຍ ໃນ ຊີເຣບ, 2 ທັນວາ 2015.
ນຍ. David Cameron ຖະແຫຼງຕໍ່ລັດຖະສະພາອັງກິດ ໃນການສົນທະນາກັນ ໃນການໂຈມຕີທາງອາກາດ ຕໍຕ້ານກຸ່ມກໍ່ການຮ້າຍ ໃນ ຊີເຣບ, 2 ທັນວາ 2015.


ກະຊວງປ້ອງກັນ​ປະ​ເທດ ຍັງ​ໄດ້​ລະບຸ​ອີກ​ວ່າ ຕົນໄດ້​ສົ່ງ​ເຮືອບິນ​ລົບຕື່ມ​ອີກ 8 ລຳ ​ໄປຍັງ ຖານ​ທັບ​ອາກາດ Akrotiri ບ່ອນ ​ທີ່​ການ​ປະຕິບັດ​ການ​ໂຈມ​ຕີໄດ້​ເລີ້ມ​ຂຶ້ນ ​ໂດຍ​ເພີ້ມຈຳນວນເຮືອ
ບິນ​ລົບ​ຂອງ​ອັງກິດ ທີ່​ປະຈຳການ​ຢູ່​ທີ່​ນັ້ນ ຂຶ້ນ​ເປັນ​ສອງ​ເທົ່າ.

ຫຼັງ​ຈາກ 10 ຊົ່ວ​ໂມງ ຂອງ​ການ​ອະພິປາຍ​ກັນ​ແລ້ວ ສະມາຊິກສະພາອັງກິດ ​ກໍ​ໄດ້​ໃຫ້ການ ອະນຸມັດ​ຕໍ່​ການ​ປະຕິບັດ​ການໃນ​ວັນ​ພຸດ​ວານ​ນີ້ ດ້ວຍ​ຄະ​ແນນ​ສຽງ 397 ຕໍ່ 223 ທີ່ໄດ້ຮ້ອງ​ຂໍ​ໂດຍ​ນາຍົກລັດຖະມົນຕີ ທ່ານ David Cameron ​ສຳລັບເຂົ້າຮ່ວມ​ ການ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກກາດ​ ​ເພື່ອ​ເອົາ​ຊະນະ​ກຸ່ມ​ລັດ​ອິສລາມ ​ໃນ​ຊີ​ເຣຍ.

ທ່ານ Cameron ​ໄດ້​ປະກົດ​ຕົວ​ໃນ​ລັດຖະສະພາ ​ເພື່ອ​ສະ​ເໜີ​ເລື້ອງ​ການ​ໂຈມ​ຕີ​ທີ່​ວ່າ​ນີ້ ​ໂດຍ​ກ່າວ​ວ່າ “ການ​ປະຕິບັດ​ງານ​ໂຈມ​ຕີ​ທາງ​ອາກາດ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຍຸດ​ທະ​ສາດ​ທີ່​ກ້ວາງ​ຂວາງ” ​ເພື່ອເອົາ​ຊະນະ ​ພວກ​ຫົວ​ຮຸນ​ແຮງ. ອັງກິດ​ ຊຶ່ງ​ໄດ້​ທຳ​ການຖິ້ມລະ​ເບີດ​ໃນ​ອີຣັກ ​
ມາ​ໄດ້ປີກ​ວ່າ​ແລ້ວ ​ແລະ​ທ່ານ Cameron ​ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ສະພາ ສະໜັບສະໜຸນ​ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ຊີ​ເຣຍ ທີ່ແນ​ເປົ້າ​ໝາຍ​ໃສ່ກຸ່ມ​ຫົວ​ຮຸນ​ແຮງ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ພວກ​ເຂົາ​ໄດ້​ວາງ​ແຜນ​ໂຈມ​ຕີ​ປະ​ເທດ​ຕາ​ເວັນ​ຕົກ.

XS
SM
MD
LG