ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ອັງກິດ ພົບເຫັນ 35 ຄົນ ໃນຕູ້ບັນທຸກສິນຄ້າ ທີ່ສົ່ງມາທາງເຮືອ ຈາກແບລຢ້ຽມ


ພວກຕຳຫຼວດຢືນຍາມ ທາງເຂົ້າທ່າເຮືອ Tilbury Docks, ທາງທິດຕາເວັນອອກ ຂອງນະຄອນຫຼວງລອນດອນ, ວັນທີ 16 ສິງຫາ 2014.
ພວກຕຳຫຼວດຢືນຍາມ ທາງເຂົ້າທ່າເຮືອ Tilbury Docks, ທາງທິດຕາເວັນອອກ ຂອງນະຄອນຫຼວງລອນດອນ, ວັນທີ 16 ສິງຫາ 2014.

ຕຳຫຼວດ​ອັງກິດ​ກ່າວ​ວ່າ ຊາຍ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ຢ່າງ​ໜ້ອຍ
ອີກ 19 ຄົນ​ ຖືກ​ສົ່ງ​ເຂົ້າປິ່ນປົວ​ໃນ​ໂຮງໝໍ ຫຼັງ​ຈາກຕຳຫຼວດໄດ້
ພົບເຫັນ​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ​ຢູ່​ໃນ​ຕູ້​ບັນທຸກສິນຄ້າ​ໜ່ວຍ​ນຶ່ງ
ທີ່​ທ່າ​ເຮືອແຫ່ງ​ນຶ່ງ ​ທາງ​ທິດ​ຕາ​ເວັນ​ອອກ​ ຂອງນະຄອນຫຼວງ​
ລອນ​ດອນ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ພວກ​ຜູ້​ຄົນ​ຈຳ
ນວນ​ທັງ​ໝົດ 35 ຄົນ ທີ່ຮວມທັງ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ
​ໄດ້ຖືກ​ພົບ​ເຫັນ​ຢູ່ໃນ​ຕູ້​ບັນທຸກ​ສິນຄ້າ​ໜ່ວຍ​ນຶ່ງ ​ໃນ​ວັນ​ເສົາ​ວານ
​ນີ້ ທີ່​ທ່າ​ເຮືອ Tilbury Docks ທີ່​ເມືອງ Essex.

ທ່ານ Trevor Roe ຫົວໜ້າ​ຕຳຫຼວດ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກພະນັກງານທ່າ​ເຮືອ
ໄດ້​ຍິນ​ສຽງ “ຮ້ອງ​ ​ແລະ​ສຽງ​ທຸບ​ຝາຢ່າງ​ແຮງ” ດັງ​ອອກ​ມາ​ຈາກ​ຕູ້​ບັນທຸກ​ສິນຄ້າ​ໜ່ວຍນັ້ນ
ທີ່​ໄດ້ເດີນທາງມາ​ຮອດ​ ນຳ​ເຮືອທີ່​ມາ​ຈາກ​ທ່າ​ເຮືອ Zeebrugge ຂອງ Belgium.

​ທ່ານ Roe ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ທຳ​ການ​ຊອກ​ຄົ້ນ​ໃນຕູ້ບັນທຸກ​ສິນຄ້າ​ອື່ນໆໃນ​ເຮືອ
ລຳ​ດັ່ງກ່າວ ​ເພື່ອ​ວ່າອາດ​ຈະ​ພົບ​ພໍ້​ຄົນ​ອື່ນໆອີກຢູ່​ໃນ​ຕູ້ສິນຄ້າ​ອື່ນໆ​ຕື່ມ​ອີກ.

ຕຳຫຼວດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຖື​ວ່າການ​ເສຍ​ຊີວິດ​ຂອງ​ຊາຍ​ຄົນ​ດັ່ງກ່າວຢູ່​ໃນ​ຕູ້​ສິນຄ້າ​ນັ້ນ
​ເປັນ​ຄາດ​ຕະກຳ. ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ພວກ​ຄົນ​ໂດຍສານ​ຈຳນວນ​ນຶ່ງ ບໍ່​ສະບາຍ​ຍ້ອນສູນ​ເສຍ​ນ້ຳ​ໃນ​ຮ່າງກາຍ ອຸນພະ​ພູມ​ຂອງ​ຮ່າງ​ກາຍ ​ຕໍ່າ ກວ່າປົກກະຕິ.

ພວກ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຮູ້ຈັກ​ວ່າ ຕູ້​ບັນທຸກ​ສິນຄ້າ​ໜ່ວຍນັ້ນ ຕົ້ນ​ຕໍ​ມາ​
ຈາກ​ໃສ​ ​ແຕ່​ກ່າວ​ວ່າ ພວກ​ທີ່​ລອດຊີວິດ ​ເຊື່ອ​ວ່າ ​ເປັນ​ຄົນ​ມາ​ຈາກແຖບ​ປະ​ເທດອິນ​ເດ​ຍ.

ບໍ່​ມີ​ຂ່າວໃນ​ທັນທີນີ້​ເທື່ອ​ ກ່ຽວ​ກັບ​ວ່າ ພວກ​ອົບ​ພະຍົບ​ເຂົ້າ​ເມືອງ​ເຫຼົ່າ​ນີ້ ​ເຂົ້າ​ໄປ​ຢູ່​ໃນ​ຕູ້​ບັນທຸກ​ສິນຄ້ານັ້ນໄດ້​ແນວ​ໃດ.

XS
SM
MD
LG