ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ ອັງກິດ ເດີນທາງໄປ ອີຣ່ານ ເພື່ອພະຍາຍາມ ປ່ອຍຕົວຄົນ ອັງກິດ ເຊື້ອສາຍ ອີຣ່ານ


ນາຍົກລັດຖະມົນຕີ ອີຣ່ານ ທ່ານ ໂມຮຳມັດ ຈາວາດ ຊາຣິຟ ຈັບມືກັບລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ໌ ຈອນສັນ ໃນລະຫວ່າງການພົບປະກັນທີ່ນະຄອນຫຼວງ ເຕຫະຣ່ານ. 9 ທັນວາ, 2017.
ນາຍົກລັດຖະມົນຕີ ອີຣ່ານ ທ່ານ ໂມຮຳມັດ ຈາວາດ ຊາຣິຟ ຈັບມືກັບລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ໌ ຈອນສັນ ໃນລະຫວ່າງການພົບປະກັນທີ່ນະຄອນຫຼວງ ເຕຫະຣ່ານ. 9 ທັນວາ, 2017.

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ໌ ຈອນສັນ ໄດ້ເດີນທາງໄປນະຄອນ
ຫຼວງ ເຕຫະຣ່ານ ໃນວັນເສົາວານນີ້ ເພື່ອຮຽກຮ້ອງໃຫ້ປ່ອຍຕົວພະນັກງານຊ່ວຍເຫຼືອ
ສັນຊາດ ອັງກິດ ເຊື້ອຊາດ ອີຣ່ານ ທີ່ຖືກຈັບເຂົ້າຄຸກ.

ທ່ານ ຈອນສັນ ໄດ້ພົບປະກັບເພື່ອນຮ່ວມຕຳແໜ່ງ ອີຣ່ານ ທ່ານ ໂມຮຳມັດ ຈາວາດ
ຊາຣິຟ ເພື່ອເຈລະຈາ ກ່ຽວກັບ ຄະດີການທູດ ກ່ຽວກັບ ນາງ ນາຊານິນ ຊາກາຣີ-
ແຣັດຄລິຟ໌ ສັນຊາດ ອັງກິດ ເຊື້ອສາຍ ອີຣ່ານ. ທ່ານໄດ້ຂໍໃຫ້ປ່ອຍຕົວແມ່ຂອງລູກຜູ້ນຶ່ງ
ກ່ຽວກັບ ເຫດຜົນດ້ານມະນຸດສະທຳ. ພ້ອມກັບຜູ້ທີ່ມີສອງສັນຊາດຄົນອື່ນໆ.

ນາງ ຊາກາຣີ-ແຣັດຄລິຟ໌ ຜູ້ທີ່ໄດ້ຖືກຈັບກຸມໃນນະຄອນຫຼວງ ເຕຫະຣ່ານ ເມື່ອເດືອນ
ເມສາ 2016 ກຳລັງປະຕິບັດໂທດຂັງຄຸກ 5 ປີສຳລັບຂໍ້ຫາ ກ່ຽວກັບ ຄວາມປອດໄພ
ແຫ່ງຊາດ. ແນວໃດກໍຕາມ, ອັງກິດ ໄດ້ກ່າວວ່າ ນາງ ຊາກາຣີ-ແຣັດຄລິຟ໌ ໄດ້ເດີນ
ທາງໄປຢ້ຽມຢາມຄອບຄົວຂອງລາວໃນວັນພັກ, ໃນເວລາທີ່ລາວຖືກຈັບຂັງຄຸກໂດຍ
ອີຣ່ານ ສຳລັບການກ່າວຫາວ່າ ພະຍາຍາມທີ່ຈະໂຄ່ນລົ້ມລັດຖະບານ. ນາງ ຊາກາຣີ-
ແຣັດຄລິຟ໌ ໄດ້ປະຕິເສດການກ່າວຫາທັງໝົດ.

ການພົບປະກັນໄດ້ເກີດຂຶ້ນນຶ່ງວັນ ກ່ອນບັນດາເຈົ້າໜ້າທີ່ ອີຣ່ານ ຈະກຳນົດວັນສຳລັບ
ການດຳເນີນຄະດີຕໍ່ນາງ ຊາກາຣີ-ແຣັດຄລິຟ໌, ອີງຕາມການກ່າວຂອງໜັງສືພິມ
ກາດຽນ (Guardian).

ນາງ ນາຊານິນ ຊາກາຣີ- ແຣັດຄລິຟ໌
ນາງ ນາຊານິນ ຊາກາຣີ- ແຣັດຄລິຟ໌

ທ້າວ ຊາກາຣີ-ແຣັດຄລິຟ໌ ສາມີຂອງຜູ້ຍິງຄົນນັ້ນ, ໄດ້ກ່າວຕໍ່ໜັງສືພິມວ່າ ພັນລະຍາ
ຂອງລາວຈະໄປປາກົດຕົວຕໍ່ສານໃນວັນທີ 10 ທັນວາ ເພື່ອປະເຊີນກັບຂໍ້ກ່າວຫາ
ຕ່າງໆ ກ່ຽວກັບ ການແຜ່ກະຈາຍໂຄສະນາຊວນເຊື່ອ.

ຂໍ້ຫາໃໝ່ຕໍ່ນາງ ຊາກາຣີ-ແຣັດຄລິຟ໌ ປາກົດວ່າມີິສາເຫດມາຈາກຄຳເວົ້າຂອງທ່ານ
ຈອນສັນ, ຜູ້ທີ່ໄດ້ກ່າວຕໍ່ຄະນະກຳມະການ ສະພາແຫ່ງຊາດໃນວັນທີ 1 ພະຈິກທີ່ຜ່ານ
ມາວ່າ ນາງ ຊາກາຣີ-ແຣັດຄລິຟ໌ ໄດ້ໄປ “ເປັນນັກຂ່າວຝຶກງານ” ໃນປະເທດ ອີຣ່ານ.

ທ່ານ ຈອນສັນ ຕໍ່ມາໄດ້ກ່າວຂໍໂທດສຳລັບຄຳເວົ້າດັ່ງກ່າວ, ໂດຍເວົ້າວ່າມັນບໍ່ແມ່ນ
ຄວາມຈິງ ແລະ ໄດ້ຢືນຢັນວ່າ ນາງ ຊາກາຣີ-ແຣັດຄລິຟ໌ ພຽງແຕ່ເດີນທາງໄປຢ້ຽມຢາມ
ຄອບຄົວໃນປະເທດສາທາລະນະລັດ ອິສລາມ ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG