ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກອົບພະຍົບ ຫຼາຍເຖິງ 500,000 ຄົນ ກຳລັງລໍຖ້າ ເຄື່ອນຍ້າຍເຂົ້າ ຢູໂຣບ


ເຮືອຂອງພວກອົບພະຍົບ ທີ່ຜິດກົດໝາຍ ຈາກລີເບຍ ພະຍາຍາມທີ່ຈະເດີນທາງ ເຂົ້າໄປໃນຢູໂຣບ. 6 ພຶດສະພາ 2015
ເຮືອຂອງພວກອົບພະຍົບ ທີ່ຜິດກົດໝາຍ ຈາກລີເບຍ ພະຍາຍາມທີ່ຈະເດີນທາງ ເຂົ້າໄປໃນຢູໂຣບ. 6 ພຶດສະພາ 2015

ເຈົ້າ​ໜ້າ​ທີ່​ທາງ​ການ​ຂອງ​ອັງ​ກິດ​ໄດ້​ກ່າວ​ວ່າ​ ອາດມີຫຼາຍເຖິງ​ເຄິ່ງລ້ານ​ຄົນ​ໃນລີເບຍ ​ກຳລັງຊອກ​ຫາ​ວິທີທາງ ຂ້າມ​ທະ​ເລເມ​ດີ​ເທ​ເຣ​ນຽນ ​ໃນ​ລະດູ​ຮ້ອນປີ​ນີ້​ ເຂົ້າໄປ​ທະວີບຢູ​ໂຣບ​ ​ເພື່ອ​ຊອກ​ຫາ​ຊີວິດ​ກາ​ນ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ.

​ກັບຕັນ Nick Cooke-Priest ​ໄດ້​ກ່າວ​ ຢູ່​ເທິງ​ເຮືອ​ຮົບ HMS Bulwark ຂອງ​ອັງກິ​ດວ່າ ມີ​ຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ອາດຈ​ະ​ມີຊາວ​ອົບ​ພະຍົບລະຫວ່າງ 400,000 ຫາ 500,000 ຄົນ​ໃນ​ປະ​ເທດ ລີ​ເບຍ​ ທີ່ກຳລັງ​ລໍ​ຖ້າ​ຢູ່​ເຂດ​ຊາຍແດນ ເພື່ອອອກ​ເດີ​ນທາງຜ່ານ​ທະ​ເລ ​ເມ​ດີ​ເທ​ເຣນຽນ.

​ໃນ​ວັນ​ອາທິ​ດມື້​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດອັງກິດ​ໄດ້​ກ່າວ​ວ່າ ​ເຮືອ​ຮົບ Bulwark ​ໄດ້​ຖື​ກສົ່ງ​ໄປ​ເພື່ອ​ຊ່ວຍ​ເຫຼືອ​ຢ່າງໜ້ອຍ 500 ຄົນ​ຫຼັງ​ຈາກ​ທີ່​ເຮືອບິນ​ເຮ​ລິ​ຄັອບ​ເຕີ ​ໄດ້ພົບເຫັນ​ເຮື​ອຊາວ​ອົບ​ພະຍົບ 4 ລຳ​ທີ່​ກຳລັງ​ເດືອດ​ຮ້ອນຢູ່​ກາງທະ​ເລ.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ອາທິດ​ມື້​ນີ້, ​ເຮືອ​ຍາມຝັ່ງ​ຂອງອິຕາ​ລີ ກໍໄດ້ນຳເອົາ​ຊາ​ວອົບ​ພະຍົ​ບ 316 ຄົນ ​ຈາກ​ການ​ປະຕິບັດ​ການ 3 ຄັ້ງ ຢູ່​ນອກ ຊາຍ​ຝັ່ງຂອງລີ​ເບ​ຍ ໄປ​ຈອດ​ທີ່ ​ເກາະ Lampedusa.

ທັງ​ໝົດ​ນີ້​ແມ່ນຕໍ່​ເນື່ອງ​ມາຈາກ​ການ​ກູ້​ໄພ ​ໃນ​ວັນ​ເສົາ​ວານ​ນີ້ ​ເມື່ອເຮືອ​ຈາກກອງທັບເຮືອອິຕາ​ລີ, ອັງກິດ, ອາຍ​ແລ​ນ ​ແລະ ປະ​ເທດ​ອື່ນໆ​ໄດ້​ຊ່ວຍ​ເຫຼືອ​ຊາວ​ອົບ​ພະຍົບຢູ່​ນອກ​ຊາຍ​ຝັ່ງ​ຂອງ ລີ​ເບ​ຍ ​ເກືອບ 3,500 ຄົນ.

​ເມື່ອບໍ່​ດົນ​ມາ​ນີ້​ໄດ້​ມີ​ການ​ເພີ່ມ​ຂື້ນ​ຂອງຊາວ​ອົບ​ພະຍົບຫຼາຍ​ພັນ​ຄົນ​ທີ່ພາ ກັນ​ສ່ຽງ​ຕາຍ​ຂີ່​ເຮືອ​ຂ້າມ​ທະ​ເລ. ຜູ້​ສັງ​ເກ​ດການ​ໄດ້​ກ່າວ​ວ່າ​ ສະພາບ​ການທີ່​ຮ້າຍ​ແຮງ​ຂຶ້ນ​ກວ່າເກົ່າ​ໃນປະ​ເທດລີ​ເບ​ຍ ​ເຊິ່ງບໍ່​ມີ​ກົດໝາຍຄວບ​ຄຸມ ​ອັນເປັນຈຸດອອກເດີນທາງຂອງຊາວ​ອົບ​ພະຍົບໃນອາ​ຟຣິກາເໜືອ​ ນັ້ນ ແມ່ນເປັນສາເຫດສຳຄັນ. ຊາວ​ອົບ​ພະຍົບຫຼາຍ​ຄົນ​ແມ່ນ​ມາ​ຈາກ​ປະ​ເທ ຊີເຣຍ, ​ໄນ​ຈີ​ເຣຍ, ມາລີ ​ແລະ Eritrea. ​ທີ່​ພາກັນ​ໜີ​ສົງຄາມ, ການ​ກົດ​ຂີ່​ທາງ​ການ​ເມືອງ ​ແລະ ​ເສດຖ​ະກິດ​ຕົກ​ຕ່ຳ.

Europe Migrants
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG