ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕາຍ ຂອງສະມາຊິກ ສະພາອັງກິດ ໄດ້ໂຈະ ການໂຄສະນາ ຊົ່ວຄາວ


British MP's Death Halts Referendum Campaign
please wait

No media source currently available

0:00 0:02:00 0:00

ສະມາຊິກສະພາ ອັງກິດ ທ່ານນາງ Jo Cox ໄດ້ເສຍຊີວິດ ໃນວັນພະຫັດ ຜ່ານມາ ຫຼັງຈາກໄດ້ຖືກຍິງ ແລະ ແທງ ຫຼາຍເທື່ອ ຢູ່ໃນເຂດເມືອງ West Yorkshire ບ່ອນທີ່ທ່ານນາງເປັນຜູ້ແທນໃຫ້. ຊາຍ ໄວຫ້າສິບກວ່າປີຄົນໜຶ່ງ ໄດ້ໂຈມຕີ ສະມາຊິກ ພັກກຳມະກອນຄົນນີ້ ຢູ່ຖະໜົນເສັ້ນໜຶ່ງຂອງເມືອງ Birstall ເປັນເມືອງບ່ອນທີ່ທ່ານນາງ ວາງແຜນວ່າ ຈະພົບປະກັບບັນດາ ຜູ້ເລືອກຕັ້ງ. ການເສຍຊີວິດຂອງທ່ານນາງ Jo Cox ໄດ້ເຮັດໃຫ້ການໂຄສະນາ ຫາສຽງ ເພື່ອລົງປະຊາມະຕິ ຢຸດສະງັກລົງຊົ່ວຄາວ ໃນສັບປະດານີ້ ວ່າ ອັງກິດ ຄວນຈະຢູ່ເປັນສະມາຊິກ ສະຫະພາບຢູໂຣບຕໍ່ໄປ ຫຼື ຈະອອກໄປ. ໄຊຈະເລີນສຸກ ຈະນຳເອົາ ລາຍງານຂອງນັກຂ່າວ ວີໂອເອ Zlatica Hoke ມາສະເໜີທ່ານ.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ຍິນດີນຳ ການຕັດສິນໃຈ ໂຈະການໂຄສະນາຫາສຽງ ລົງປະຊາມະຕິ ໃນວັນທີ 23 ມິຖຸນາ ມື້ຮືນີ້ໄວ້ກ່ອນ. ໃນຂະນະທີ່ກ່າວຖະແຫລງ ຈາກຂົງເຂດ Gibraltar ໃນວັນພະຫັດ ຜ່ານມາ ຊຶ່ງ ທ່ານ Cameron ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ຄອບຄົວຂອງທ່ານນາງ Cox ແລະ ໄດ້ກ່າວວ່າ ທ່ານໄດ້ໂຈະການໂຄສະນາຫາສຽງ ຂອງທ່ານເອງໄວ້ ດ້ວຍ ຢູ່ໃນຂົງເຂດ ທີ່ຂຶ້ນກັບອັງກິດ ຕາມແຄມຝັ່ງທະເລ ທາງພາກໃຕ້ ຂອງ ສະເປນນັ້ນ.

ທ່ານ Cameron ກ່າວວ່າ “ພວກເຮົາໄດ້ສູນເສຍ ດາວເດັ່ນດວງນຶ່ງໄປ. ນາງ ເປັນສະມາຊິກສະພາ ນັກໂຄສະນາທີ່ດີເດັ່ນ ຂອງສະມາຊິກສະພາ ທີ່ເຕັມໄປ ດ້ວຍຄວາມເມດຕາ, ດ້ວຍຈິດໃຈກວ້າງຂວາງ ແລະ ພວກຄົນຈະຮູ້ສຶກໂສກ ເສົ້າຫຼາຍ ຕໍ່ອັນທີ່ໄດ້ເກີດຂຶ້ນ ທີ່ເປັນຕາຍ້ານ ເປັນຂ່າວທີ່ສະຫຍອງຂວັນ. ມັນຖືກຕ້ອງແລ້ວ ທີ່ພວກເຮົາໂຈະກິດຈະກຳການໂຄສະນາຫາສຽງ ໃນການ ລົງປະຊາມະຕິນີ້ໄວ້ ແລະ ຄວາມເປັນຫ່ວງເປັນໃຍ ຂອງໝົດທຸກຄົນ ຈະຢູ່ ກັບຄອບຄົວຂອງທ່ານນາງ Jo ແລະ ຈະຢູ່ກັບພວກທີ່ເລືອກເອົານາງ ໃນ ຍາມຮ້າຍກາດນີ້.”

ທ່ານນາງ Cox ອາຍຸ 41 ປີ ຜູ້ເປັນແມ່ຂອງລູກ 2 ຄົນ ໄດ້ສະໜັບສະໜູນໃຫ້ ສືບຕໍ່ເປັນສະມາຊິກ ໃນກຸ່ມປະເທດໃນຢູໂຣບ. ນອກນັ້ນທ່ານນາງຍັງໄດ້ໂຄ ສະນາ ເພື່ອໃຫ້ປະຕິບັດ ໂດຍມີມະນຸດສະທຳ ຕໍ່ພວກຊາວອົບພະຍົບຊີເຣຍ ໃນຢູໂຣບ. ມັນບໍ່ມີຄວາມກະຈ່າງແຈ້ງ ໃນທັນທີ ວ່າ ການໂຈມຕີ ໄດ້ຮັບແຮງ ຈູງໃຈໃນດ້ານການເມືອງ ຫຼືບໍ່. ຕຳຫຼວດໄດ້ເລີ້ມຕົ້ນ ການສືບສວນສອບສ່ວນ ຢ່າງກວ້າງຂວາງ.

ທ່ານນາງ Dee Collins ຕຳຫຼວດ ເມືອງ Yorshire ພາກຕາເວັນຕົກ ກ່າວວ່າ “ໃນຂະນະທີ່ ການສອບຖາມ ແມ່ນຍັງຢູ່ໃນຂັ້ນຕົ້ນຢູ່ ແລະ ພວກເຮົາມີບຸກ ຄົນໜຶ່ງ ຢູ່ພາຍໃຕ້ການຄຸມຂັງ ພວກເຮົາບໍ່ຢູ່ໃນຖານະທີ່ຈະເວົ້າເຖິງ ເຈດ ຕະນາໃດໆ ໃນເວລານີ້.”

ຊາຍອາຍຸ 52 ປີ ໄດ້ຖືກຈັບກຸມ ໃນການພົວພັນກັບ ການໂຈມຕີດັ່ງກ່າວ. ທ່ານນາງ Cox ໄດ້ຖືກນຳສົ່ງໄປໂຮງໝໍ ບ່ອນທີ່ທ່ານນາງ ໄດ້ຖືກປະກາດວ່າ ໄດ້ເສຍຊີວິດໄປ ໃນເວລາບໍ່ເຖິງໜຶ່ງຊົ່ວໂມງ ຫຼັງຈາກຖືກຍິງ. ພໍ່ຄ້າຄົນນຶ່ງ ຢູ່ໃນທ້ອງຖິ່ນ ໄດ້ເຫັນເຫດການ ຈາກຮ້ານຄ້າຂອງລາວ.

ທ່ານ Hichem Ben Abdallah ຜູ້ເຫັນເຫດການ ກ່າວວ່າ “ຂ້າພະເຈົ້າ ໄດ້ ເຫັນລາວ, ແມ່ນແລ້ວ, ຂ້າພະເຈົ້າໄດ້ເຫັນລາວ ຄືຈັ່ງຊັ້ນ. ຕໍ່ຈາກນັ້ນ ມັນ ໄດ້ເລີ້ມຕົ້ນ ....ຂ້າພະເຈົ້າເຫັນລາວ ດຶງເອົາປືນອອກມາ.”

ພາຍໃນໝູ່ ພວກຜູ້ທີ່ລົງຄະແນນສຽງປ່ອນບັດ ເອົາທ່ານນາງ ພາກັນມອງ ເຫັນວ່າ ທ່ານນາງ Cox ເປັນຜູ້ທີ່ໄດ້ຮັບຄວາມນິຍົມຊົມຊອບ.

ທ່ານ Hichem Ben Abdallah ກ່າວອີກວ່າ “ແມ່ນແລ້ວ ຂ້າພະເຈົ້າຮູ້ຈັກ ທ່ານນາງ Jo. ນາງເປັນສະຕີ ທີ່ເປັນຕາຮັກ. ນາງເປັນຄົນທີ່ໃຫ້ຄວາມຊ່ອຍ ເຫຼືອຫຼາຍ ເປັນຄົນທີ່ມີເຫດມີຜົນດີແທ້ໆ...ນາງເປັນຄົນທີ່ຍິ້ມແຍ້ມແຈ່ມໃສ.”

ພວກຝ່າຍຄ້ານ ຕໍ່ການເປັນສະມາຊິກ ຢູ່ໃນສະຫະພາບຢູໂຣບ ຂອງອັງກິດນັ້ນ ໄດ້ອ້າງເອົາ ອະທິປະໄຕ ແລະ ເລື່ອງຄົນເຂົ້າເມືອງ ມາເປັນເຫດຜົນຕົ້ນຕໍ ສຳລັບ ການຮຽກຮ້ອງໃຫ້ອອກຈາກສະຫະພາບຢູໂຣບ.

XS
SM
MD
LG