ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄວລຸ້ນ ຊາວອັງກິດ ກາຍເປັນເສດຖີ ໂດຍບໍ່ຮູ້ສຶກຕົວ


ທ້າວ Nick D'Aloisio ທີ່ປະດິດສ້າງໂປຣແກຣມຄອມພີວເຕີ Sammly ແລະຂາຍໃຫ້ແກ່ Yahoo
ທ້າວ Nick D'Aloisio ທີ່ປະດິດສ້າງໂປຣແກຣມຄອມພີວເຕີ Sammly ແລະຂາຍໃຫ້ແກ່ Yahoo
ໄວລຸ້ນຊາວອັງກິດຄົນນຶ່ງ ໄດ້ກາຍເປັນຄົນຮັ່ງມີໂດຍບໍ່ຮູ້ສຶກຕົວ
ໂດຍການ ປະດິດສ້າງໂປຣແກຣມຄອມພີວເຕີ ທີ່ນໍາໃຊ້ໃນໂທ
ລະສັບມືຖື ຢູ່ເຮືອນຂອງລາວ ແລະຂາຍໃຫ້ແກ່ Yahoo, ບໍລິ
ສັດອິນເຕີແນັດ ທີ່ຕັ້ງຢູ່ໃນສະຫະລັດ.

ທ້າວ Nick D’Aloisio ອາຍຸ 17 ປີ ໄດ້ເຮັດວຽກໃນການສ້າງ
ໂປຣແກຣມ ຄອມພີວເຕີທີ່ນໍາໃຊ້ກັບໂທລະສັບມືຖື ຕັ້ງແຕ່ອາຍຸ
12 ປີ. ດຽວນີ້ລາວໄດ້ ຂາຍ Sammly ຊຶ່ງເປັນໂປຣແກຣມຂອງ
ລາວ ທີ່ເຮັດໃຫ້ຄົນອື່ນອ່ານຂ່າວໄດ້ ງ່າຍຂຶ້ນຢູ່ໃນໜ້າຈໍທີ່
ນ້ອຍໆນັ້ນ ໃຫ້ແກ່ Yahoo ຊຶ່ງເປັນເງິນທີ່ລາຍງານແຈ້ງ ວ່າ
ມີມູນຄ່າ 30 ລ້ານໂດລາ.

ທ້າວ D’Aloisio ຍັງເວລາອີກ ນຶ່ງປີເຄິ່ງ ຈຶ່ງຈະຈົບໂຮງຮຽນມັດທະຍົມຕອນປາຍ. ແຕ່ລາວ
ຫວັງວ່າຈະເຊົາຮຽນຊົ່ວຄາວ ເພື່ອວ່າລາວ ແລະສະມາຊິກສອງຄົນ ໃນທີມງານຂອງລາວ
ຈະສາມາດໄປເຮັດການຢູ່ຫ້ອງການຂອງ Yahoo ໃນນະຄອນລອນດອນໄດ້.

ສ່ວນ Yahoo ເວົ້າວ່າ ບົດຂຽນຕ່າງໆ ແລະໜ້າໃນເວັບໄຊ ເກືອບໝົດທຸກອັນ ລ້ວນແຕ່
ຖືກອອກແບບມາ ເພື່ອຊອກຄົ້ນໃນເວັບໄຊ ໂດຍໃຊ້ Mouse ກົດເອົາ ຊຶ່ງເປັນບາງສິ່ງ
ບາງຢ່າງທີ່ບໍ່ສາມາດເຮັດໄດ້ຢູ່ໃນອຸປະກອນທີ່ໃຊ້ມືຖື. ແຕ່ທ້າວ D’Aloisio ໄດ້ຊ່ວຍສ້າງ
ຂັ້ນຕອນທີ່ເຮັດໃຫ້ມີການສະຫລຸບຫຍໍ້ອັນສັ້ນໆ ທີ່ ເຮັດໃຫ້ເບິ່ງເຫັນໄດ້ຢ່າງງ່າຍຂຶ້ນ ຢູ່ໃນ
ໂທລະສັບມືຖື.

ຄົນທີ່ມີຊື່ສຽງຫລາຍຄົນ ໄດ້ລົງທຶນເຂົ້າໃນວຽກງານຂອງທ້າວ D’Aloisio ໃນການພັດທະ
ນາໂປຣແກຣມດັ່ງກ່າວ ລວມທັງນັກທຸລະກິດຍິງ Wendi Murdoch, ນັກສະແດງ Ashton Kutcher ແລະທ່ານ Li Kashing ເສດຖີເງິນຕື້ຢູ່ຮົງກົງ.
XS
SM
MD
LG