ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ພາ​ ອັງ​ກິດ ຈະ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ​ການ​ຖອນ​ຕົວ ​ຈາກ​ອີ​ຢູ​ ໃນ​ວັນ​ທີ 11 ທັນ​ວາ​ນີ້


​​ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ທ່ານ​ນາງ​ເທີ​ຣີ​ຊາ ເມ ໃຫ້​ຄຳ​ຖະ​ແຫຼງ​ການ​ຕໍ່​ລັດ​ຖະ​ສະ​ພາ, ນະ​ຄອນ​ລອນດອນ, ອັງ​ກິດ, 26 ພະ​ຈິກ 2018.
​​ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ທ່ານ​ນາງ​ເທີ​ຣີ​ຊາ ເມ ໃຫ້​ຄຳ​ຖະ​ແຫຼງ​ການ​ຕໍ່​ລັດ​ຖະ​ສະ​ພາ, ນະ​ຄອນ​ລອນດອນ, ອັງ​ກິດ, 26 ພະ​ຈິກ 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ທ່ານ​ນາງ​ເທີ​ຣີ​ຊາ ເມ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ມື້​ນີ້ວ່າ
ສະ​ພາ​ແຫ່ງ​ຊາດ ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ທີ 11 ທັນ​ວາ ເພື່ອໃຫ້​ການອະ​ນຸ​ມັດ
ຫຼື​ປະ​ຕິ​ເສດ ຕໍ່ຂໍ້​ຕົກ​ລົງ ກ່ຽວ​ກັບ​ການ​ຖອນ​ຕົວຂອງ​ອັງ​ກິດ ຊຶ່ງ​ທ່ານ​ນາງ ໄດ້​ເຈ​ລະ​ຈາ​
ກັບ​ສະ​ຫະ​ພາບ​ຢູ​ໂຣບ.

ທ່ານ​ນາງ​ເມ ໄດ້​ເຕືອນ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ ໃນ​ວັນ​ຈັ​ນ​ວານ​ນີ້ວ່າ ອັງ​ກິດຈະ​ຜັກ​ດັນ
ໄປ​ສູ່​ສິ່ງ​ທີ່​ຄາດ​ເດົາ​ບໍ່​ໄດ້ ຖ້າ​ຫາກວ່າສະ​ພາ ປະ​ຕິ​ເສດ​ຕໍ່​ຂໍ້​ຕົກ​ລົງໃນ​ຂະ​ນະ​ທີ່​ພວກ​
ສະ​ມາ​ຊິກສະ​ພາຂອງ​ທັງ​ສອງ​ພັກຝ່າຍ​ການ​ເມືອງ ຍັງ​ຈະ​ສືບ​ ຕໍ່ ຕຳ​ໜິ​ຕິ​ຕຽນ​ຂໍ້​ຕົກ​ລົງ
​ດັ່ງ​ກ່າວ​ນີ້​ຢູ່.

“ມັນ​ຍັງ​ບໍ່​ມີ​ຂໍ້​ຕົກ​ລົງ​ໃດໆ​ທີ່​ດີກວ່າ​ນີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ເມ ໄດ້​ບອກ​ກັບ​
ລັດ​ຖະ​ສະ​ພາ​ໄປ.

ທ່ານ​ນາງ​ເມ ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ໜ້າ​ທີ່​ຮັບຜິດ​ຊອບຂອງ​ພວກ​ເຮົາ ໃນ​ຖາ​ນະ​ທີ່​ເປັນ
ສະ​ມາ​ຊິກ​ສະ​ພາ ໃນ​ຮອບ​ຫຼາຍ​ສັບ​ປະ​ດາ​ຕໍ່​ໜ້າ​ນີ້ ແມ່ນ​ການ​ກວດສອບ ​ຂໍ້​ຕົກ​ລົງ
​ດັ່ງ​ກ່າວ ຢ່າງ​ລະ​ອຽດ ເພື່ອ​ໂຕ້​ວາ​ທີ​ກັນ​ແບບ​ໃຫ້​ກຽດ​ຊຶ່ງ​ກັນ​ແລະ​ກັນ, ເພື່ອ​ຮັບ​ຟັງ​
ພວກ​ທີ່​ລົງ​ຄະ​ແນນ​ສຽງ ແລະ​ການ​ຕັດ​ສິນ​ໃຈວ່າ ແມ່ນ​ຫຍັງ​ເປັນ​ຜົນ​ປະ​ໂຫຍດ​ຕໍ່​
ປະ​ເທດ​ຊາດ.”

ທັງ​ພວກ​ຕຳ​ໜິ​ຕິ​ຕຽນ ໃນລັດ​ຖະ​ບານທີ່ນິ​ຍົມ​ແນວ​ທາງ​ເດີມ ​ຂອງ​ທ່ານ​ນາງ​ເມ ແລະພັກ
ຝ່າຍ​ຄ້ານ​ ໄດ້​ຂົ່ມ​ຂູ່ ທີ່​ຈະ​ລົງ​ຄະ​ແນນຕໍ່​ຕ້ານ ​ຂໍ້ຕົກ​ລົງ​ການຖອນ​ຕົວ ​ຂອງ​ອັງ​ກິດ.

ໂຄ​ສົກ​ພັກ​ແຮງງ​ານ​ອັງ​ກິດ ​ກ່າວ​ວ່າ ຜູ້​ນຳ​ຂອງ​ຕົນ ທ່ານ​ເຈີ​ຣາ​ມີ ຄໍຣ໌ບິນ ຈະ “ຕຽ​ມ​ການ​
ໂຕ້ວ​າ​ທີ​ໜ້າ​ຕໍ່​ໜ້າ​ກັບທ່ານ​ນາງເມ ກ່ຽວ​ກັບ​ຂໍ້​ຕົກ​ລົງ ​ການຖອນ​ຕົວ ​ຂອງ​ອັງ​ກິດ
ແລະ​ອ​ະ​ນາ​ຄົດ​ຂອງ​ປະ​ເທດ​ເຮົາ.”

ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ ແລະປະທານສະພາສະຫະພາບຢູໂຣບ ທ່ານ ດຳໂນລ ທັຊຄ໌ ສົນທະນາກັນ ໃນໂຕະມົນ ຂອງກອງປະຊຸມສຸດຍອດ ໃນນະຄອນບຣັສໂຊລ, 25 ພະຈິກ 2018.
ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ ແລະປະທານສະພາສະຫະພາບຢູໂຣບ ທ່ານ ດຳໂນລ ທັຊຄ໌ ສົນທະນາກັນ ໃນໂຕະມົນ ຂອງກອງປະຊຸມສຸດຍອດ ໃນນະຄອນບຣັສໂຊລ, 25 ພະຈິກ 2018.

ທ່ານ​ນາງເມ ໄດ້​ສະ​ເໜີ​ຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບ​ໜັງ​ສືພິມ ເດ​ລີ ເຕ​ເລກ​ຣາ​ຟThe Daily Telegraph ວ່າ ທ່ານ​ນາງ​ແມ່ນ​ກະ​ຕື​ລື​ລົ້ນ​ທີ່ຈະ​ທ້າ​ທາຍ ​ທ່ານ​ ຄໍຣ໌ບິນ ຢູ່ໃນ​ການ​ໂຕ້​ວາ​ທີ
​ທາງ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ຖອນ​ຕົວຂອງ​ອັງ​ກິດ ໃນ​ຂະ​ນະ​ທີ່ ​ທ່ານ​ນາງ​ເລີ້ມ​ການ​ໂຄ​ສະ​
ນາ​ຫາ​ສຽງ​ຂອງ​ທ່ານ​ນາງ ເພື່ອ​ໃຫ້​ຮັບ ຜ່ານ​ຂໍ້​ຕົກ​ລົງ​ໃນ​ສະ​ພາ.

​ມັນ​ໄດ້ໃຊ້​ເວ​ລາ ສຳ​ລັບທ່ານ​ນາງ​ເມ ແລະ​ບັນ​ດາ​ຜູ້​ນຳ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ 27 ທ່ານ
ພຽງແຕ່​ 40 ນາ​ທີ ​ເທົ່າ​ນັ້ນ ເພື່ອລົງ​ນາມ ໃນ​ຂໍ້​ຕົກ​ລົງການ​ຖອນ ຕົວຂອງ​ອັງ​ກິດ ​ໃນ​ວັນ​
ອາ​ທິດ ຜ່ານ​ມາ​ນີ້ ຢູ່ໃນ​ນະ​ຄອນ​ບຣັສ​ເຊີ​ລ​ສ໌​ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຈ​ລະ​ຈາ​ຢ່າງ​ຂຸ້ນ​ຂຽວ
ມາ​ເປັນ​ເວ​ລາ 2 ປີ ແລ້ວນັ້ນ.

ເຖິງ​ຢ່າງ​ນັ້ນ ກໍ​ຕາມ ໃນ​ຂະ​ນະ​ທີ່​ພວກເພິ່ນໄດ້ຮັບຮອງເອົາ​ຂໍ້​ຕົກ​ລົງຍາວ 585 ໜ້າ​
ແລະຄຳ​ປະ​ກາດ​ທ​າງ​ການ​ເມືອງ​ທີ່​ຍາວ 26 ໜ້າ​ທີ່​ຕິດ​ແທດ​ໄປ​ນຳ​ນັ້ນ ​ຈະ​ ວາງຂອບເຂດ
ຂອງການເຈລະຈາ ທີ່​ອາດ​ເປັນ​ໄປ​ໄດ້ ​ສຳລັບ ​ເຂດ​ການຄ້າ​ເສ​ລີລະ​ຫວ່າງ​ອັງ​ກິດ
ກັບສະ​ຫະ​ພາບ​ຢູ​ໂຣບ ຊຶ່ງ​ສັດ​ຕູ​ທາງ​ການ​ເມືອງ​ທີ່​ມີ​ອຳ​ນາດ​ໃນ​ລອນດອນ ທີ່​ໄດ້​ວາງ​
ແຜນ​ຍຸດ​ທະ​ສາດ​ເພື່ອ​ລົບລ້າງມັນຖິ້ມ​ໄວ້​ແລ້ວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານກຳມະທິການຢູໂຣບ ທ່ານຈີນ-ໂຄລດ ຈັ້ງເກີຣ໌ (ຂວາ) ຈັບມືກັບ ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ ໃນສູນກາງໃຫຍ່ ທີ່ນະຄອນບຣັສໂຊລ, 24 ພະຈິກ 2018.
ປະທານກຳມະທິການຢູໂຣບ ທ່ານຈີນ-ໂຄລດ ຈັ້ງເກີຣ໌ (ຂວາ) ຈັບມືກັບ ນາຍົກລັດຖະມົນຕີອັງກິດ ທ່ານນາງເທີຣີຊາ ເມ ໃນສູນກາງໃຫຍ່ ທີ່ນະຄອນບຣັສໂຊລ, 24 ພະຈິກ 2018.

XS
SM
MD
LG