ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ອັງ​ກິດ ເຕືອນ​ວ່າ ​ເຂົາ​ເຈົ້າ​ຈະລົງ​ຄະ​ແນນ​ສຽງ​ຕ້ານ ການ​ລາ​ອອກ​ຂອງ​ອັງ​ກິດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣີ​ຊາ ເມ ແລະ​ປະທານ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ​ດໍ​​ໂນລ ທັ​ສກ໌ ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 25 ພະ​ຈິກ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣີ​ຊາ ເມ ແລະ​ປະທານ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ​ດໍ​​ໂນລ ທັ​ສກ໌ ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 25 ພະ​ຈິກ 2018.

ໂຄ​ສົກ​ພັກ​ແຮງງ​ານ​ອັງ​ກິດ​ຄົນ​ນຶ່ງ​ກ່າວ​ວ່າ ຜູ້​ນຳ​ຂອງ​ຕົນ ທ່ານ​ເຈີ​ຣາ​ມີ ຄໍ​ຣ​ບິນ ຈະ “ຕຽ​ມ
​ການ​ໂຕ້ວ​າ​ທີ​ໜ້າ​ຕໍ່​ໜ້າ​ກັບ ທ່ານ​ນາງ​ເທີ​ຣີ​ຊາ ເມ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ອອກ​ໄປ​ຂອງ​ອັງ​ກິດ
ແລະ​ອ​ະ​ນາ​ຄົດ​ຂອງ​ປະ​ເທດ​ເຮົາ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣີ​ຊາ ເມ ໄດ້​ສະ​ເໜີ​ຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບ
​ໜັງ​ສືພິມ ເດ​ລີ ເຕ​ເລກ​ຣາ​ຟ ວ່າ ທ່ານ​ນາງ​ໄດ້​ມີ​ທ່າ​ທີ​ຈະ​ທ້າ​ທາຍ ​ທ່ານ​ຄໍ​ຣ​ບິນ ຢູ່​ການ​
ໂຕ້​ວາ​ທີ​ທາງ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ອອກ​ໄປ​ຂອງ​ອັງ​ກິດ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເລີ້ມ
​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງ ເພື່ອ​ໃຫ້​ຜ່ານ​ຂໍ້​ຕົກ​ລົງ​ຜ່ານ​ທາງ​ສະ​ພາ.

ໄດ້​ໃຊ້​ເວ​ລາ​ແກ່​ທ່ານ​ນາງ​ເມ ແລະ​ບັນ​ດາ​ຜູ້​ນຳ​ຢູ​ໂຣບ 27 ທ່ານ ພຽງ​ແຕ່ 40 ນາ​ທີ ເພື່ອ
​ເຊັນ​ຂໍ້​ຕົກ​ລົງ​ອອກ​ໄປ​ຂອງ​ອັງ​ກິດ ຫຼັງ​ຈາກ​ສອງ​ປີ​ຂອງ​ການ​ເຈ​ລະ​ຈາ​ທີ່ຍ​າກ​ລຳ​ບາກ
ແຕ່​ວ່າ​ການ​ດຳ​ເນີ​ນເລື່ອງ​ດັ່ງ​ກ່າວ ແລະຄວາມ​ຍາກ​ລຳ​ບາກ​ ​ການ​ຖອນ​ຂໍ້​ຕົກ​ລົງອອກ​
ຂອງອັງ​ກິດໄດ້​ຮັບ​ຮູ້​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາຢູ່ໃນ​ນະ​ຄອນ​ບັ​ສ​ເຊີ​ລ​ສ໌​ນັ້ນ​ຍັງ​ໃກ​ຈາກ
​ຄວາມ​ຈິງ.

ທຸງ​ປະ​ເທດອ​ັງ​ກິດ ທີ່​ເຫັນ​ຢູ່​ໃກ້​ສະ​ພ​າ ໃນ​ນະ​ຄອນ​ຫຼວງ​ລອນດອນ ວັນ​ທີ 18 ເມສາ 2017.
ທຸງ​ປະ​ເທດອ​ັງ​ກິດ ທີ່​ເຫັນ​ຢູ່​ໃກ້​ສະ​ພ​າ ໃນ​ນະ​ຄອນ​ຫຼວງ​ລອນດອນ ວັນ​ທີ 18 ເມສາ 2017.

ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຫັນ​ພ້ອມ​ກັບ 585 ໜ້າ​ຂອງ​ຂໍ້​ຕົກ​ລົງ ແລະ26 ໜ້າ​ທີ່​ຕິດ​ຕາມ​ມາ
​ດ້ວຍ​ການ​ປະ​ກາດ​ທາງ​ການ​ເມືອງ​ທີ່​ໄດ້​ວາ​ງ​ໄວ້​ເປັນ​ໄລ​ຍະ​ຂອງ​ການ​ເຈ​ລະ​ຈາ ເພື່ອ
​ໃຫ້​ເປັນ​ຂໍ້​ຕົກ​ລົງ​ຄ້າ​ເສ​ລີ ລະ​ຫວ່າງ​ອັງ​ກິດ ແລະສະ​ຫະ​ພາບ​ຢູ​ໂຣບ ທີ່​ເປັນ​ສັດ​ຕູ​ການ​
ເມືອງ​ທີ່​ມີ​ອຳ​ນາດ​ໃນ​ລອນດອນ ທີ່​ໄດ້​ວາງ​ແຜນ​ຍຸດ​ທະ​ສາດ​ເພື່ອ​ແກ້​ໄຂ.

ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຈີນ ຄ​ລອດ ຈັງ​ເກີ (ຂວາ) ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣິ​ສາ ເມ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 24 ພະ​ຈິກ 2018.
ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຈີນ ຄ​ລອດ ຈັງ​ເກີ (ຂວາ) ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທິ​ຣິ​ສາ ເມ ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 24 ພະ​ຈິກ 2018.

ມີ​ຫລັກ​ຖານ​ຢູ່​ໜ້ອຍ​ນຶ່ງ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ຕໍ່​ສູ້ ທີ່​ຈະ​ໄດ້​ຮັບ​ການ​ສະ​ໜັບ​
ສະ​ໜູນ​ຢ່າງ​ພຽງ​ພໍ​ເພື່ອ​ເອົາ​ຊະ​ນະການ​ເຫັນ​ພ້ອມ​ກົດ​ໝາຍ​ຂອງ​ຂໍ້​ຕົກ​ລົງຢູ່​ໃນ​ການ​
ລົງ​ຄະ​ແນນ​ສຽງ​ໃນສະ​ພາເດືອນ​ໜ້າ​ນີ້. ນັ້ນ​ໄດ້​ເປັນ​ທີ່​ແຈ້ງ​ຂາວ​ໃນ​ສະ​ໝອງ​ຂອງພວກ
​ເຈົ້າ​ໜ້າ​ທີ່ຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​
ຢູ​ໂຣບ​ໄດ້​ໃຫ້​ການ​ໜູນ​ຫຼັງ​ຕໍ່​ຂໍ້ກຳ​ນົດຂອງ​ອັງ​ກິດ​ທີ່​ແຍກ​ອອກ​ຈາກບ​ຣັ​ສ​ເຊີ​ລ​ສ໌ ຫຼັງ​ຈາກ
44 ປີ​ຂອງ​ການ​ເປັນ​ສະ​ມາ​ຊິກ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ເທີ​ແລນ ທ່ານ​ມາ​ຣກ໌ ຣັ​ຕ​ຕີ ເດີນ​ທາງມາ​ເຖິງກອງ​ປະ​ຊຸມ​ຢູ​ໂຣບ ທີ​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 23 ກຸມ​ພາ 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ເທີ​ແລນ ທ່ານ​ມາ​ຣກ໌ ຣັ​ຕ​ຕີ ເດີນ​ທາງມາ​ເຖິງກອງ​ປະ​ຊຸມ​ຢູ​ໂຣບ ທີ​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 23 ກຸມ​ພາ 2018.

ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຈີນ ຄ​ລອດ ຈັງ​ເກີ ໄດ້​ເຕືອນ​ວ່າ​ອັງ​ກິດ ບໍ່​ສາ
​ມາດ​ຄາດ​ໝາຍ​ທີ່​ຈະ​ໄດ້​ຂໍ້​ຕົກ​ລົງ​ໃຫ້​ດີ​ຂຶ້ນ ຖ້າ​ຫາກ​ສະ​ພາ​ປະ​ຕິ​ເສດ​ຂໍ້​ຕົກ​ລົງ. ທ່ານ​ກ່າວ
​ວ່າ “ບັດ​ນີ້​ແມ່ນ​ເວ​ລາ​ແກ່​ທຸກໆ​ຄົນ​ທີ່​ຈະ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ ທຸກໆ​ຄົນ.”

well.

ພວກ​ສະ​ໜັບ​ສະ​ໜູນ ແລະ​ຕ້ານ​ການ​ອອກ​ໄປ​ຂອງ​ອັງ​ກິດ ພາ​ກັນປະ​ທ້ວງ​ຢູ່ນອກ​ສະ​ພາ​ອັງ​ກິດ ໃນ​ນະ​ຄອນ​ຫຼວງ​ລອນດອນ ວັນ​ທີ 5 ກັນ​ຍາ 2018.
ພວກ​ສະ​ໜັບ​ສະ​ໜູນ ແລະ​ຕ້ານ​ການ​ອອກ​ໄປ​ຂອງ​ອັງ​ກິດ ພາ​ກັນປະ​ທ້ວງ​ຢູ່ນອກ​ສະ​ພາ​ອັງ​ກິດ ໃນ​ນະ​ຄອນ​ຫຼວງ​ລອນດອນ ວັນ​ທີ 5 ກັນ​ຍາ 2018.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG