ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາອັງກິດ ຮຽກຮ້ອງບໍ່ໃຫ້ ໂຈມຕີທາງອາກາດ ໃນຊີເຣຍ ຕໍ່ໄປອີກ


ເຮືອບິນລົບ ພາຍຸຫົວກຸດ (tornado) ຕຽມທີ່ຈະບິນຂື້ນຈາກຖານ ທັບ RAF Akrotiri ທີ Cyprus.
ເຮືອບິນລົບ ພາຍຸຫົວກຸດ (tornado) ຕຽມທີ່ຈະບິນຂື້ນຈາກຖານ ທັບ RAF Akrotiri ທີ Cyprus.

ຄະນະກຳມາທິການທີ່ສຳຄັນໃນສະພາ​ອັງ​ກິດ​ຄະນະນ່ຶງ ​ໄດ້​
ອອກ​ລາຍ​ງານ​ໃນ​ວັນ​ອັງຄານມື້​ນີ້ ​ໂດຍ​ກ່າວ​ວ່າ ບັນດາ​ສະມາ
ຊິກ​ສະພາ ຈະ​ບໍ່​ໃຫ້ການ​ຊຸກຍູ້​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ໃນ​ຊີ
​ເຣ​ຍ ນອກຈາກວ່າ ລັດຖະບານ ນາຍ​ຍົກ​ລັດຖະມົນຕີ ທ່ານ
David Cameron ຈະຕອບ​ຄຳ​ຖາມ​ຫລາຍໆ​ຂໍ້​ກ່ຽວ​ກັບ​ດ້ານ
​ກົດໝາຍ ການ​ເມືອງ ​ແລະ​ຄວາມ​ສ່ຽງ​ທາງ​ທະຫານເສຍກ່ອນ.

ອັງ​ກິດ​ໄດ້​ເປັນ​ພາກ​ສ່ວນ​ນຶ່ງຂອງແນວ​ໂຮມທີ່ສະຫະລັດ​ນຳພາ
​ໃນ​ການ​ປະຕິບັດ​ງານ​ໂຈມ​ຕີ​ທາງ​ອາກາດ​ຕ້ານ ພວກ​ຫົວ​ຮຸນ
​ແຮງລັດ​ອິສລາມ ​ໃນ​ອີຣັກ ​ແຕ່​ວ່າ ທ່ານ Cameron ບໍ່ໄດ້ຮັບ​
ການ​ສະໜັບສະ​ໜູນ​ຢ່າງ​ພຽງພໍ ​ເພື່ອ​ສົ່ງ​ກຳລັງ​ໄປ​ປະຕິບັດ
​ງານ​ແບບດຽວ​ກັນ​ຢູ່​ໃນ​ຊີ​ເຣຍ.

ຄະນະ​ກຳມາທິການ​ພົວພັນ​ຕ່າງປະ​ເທດ​ອັງກິດ ​ໄດ້ກ່າວ​ເຖິງ​ຫົວ​ເລື້ອງທີ່​ເນັ້ນ​ໜັກ​ເຖິງ​
ຄວາມ​ຕ້ອງການ​ແກ້​ໄຂ​ດ້ານ​ການ​ເມືອງ​ແກ່​ວິ​ກິ​ດການໃນ​ຊີ​ເຣຍ ​ແລະ​ກ່າວ​ວ່າ ການ​ໂຈມ
​ຕີ​ທາງ​ອາກາດ ຂອງ​ອັງກິດ​ອາດ​ເຮັດ​ໃຫ້​ໄດ້ຣັບຄວາມ​ເສ​ຍຫາຍ​ທັງ​ສອງ​ຢ່າງຂອງ​ຄວາມ
​ພະຍາຍາມ ​ແລະທ່າທີຂອງປະ​ເທດ ທີ່​ອາດ​ມີ​ການເຈລະຈາ​ກັນ.

ຄະນະ​ກຳມາທິການສະພາດັ່ງກ່າວເວົ້​າ​ວ່າ “ພວກ​ເຮົາ​ພິຈາລະ​ນາ​ວ່າ ການ​ເນັ້ນ​ໜັກ​ໃສ່
ການ​ໂຈມ​ຕີ​ທາງ​ອາກາດຕ້ານ ISIL (ລັດ​ອິສລາມ) ​ໃນ​ຊີ​ເຣຍ ​ແມ່ນເປັນ​ການ​ລົບ​ກວນ
​ຕໍ່ສິ່ງ​ທີ່​ໃຫຍ່​ກວ່າ ​ແລະມີ​ຄວາມ​ສຳຄັນ​ກວ່າ​ໃນ​ການ​ຊອກ​ຫາ​ທາງ​ແກ້​ໄຂ ຄວາມ​ຂັດ​ແຍ້​ງ
ກັນ​ໃນ​ຊີ​ເຣຍ ​ແລະ​ເພາະສະ​ນັ້ນຈຶ່ງຄວນຍົກເອົາເລື້ອງ​ISILອອກໄປຈາກເລື້ອຕອບງຳ
ຄັນອື່ນໆ.

ນອກນັ້ນລາຍ​ງານ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳເປັນ​ແກ່ “ການ​ປະຕິບັດ​ງານນາໆ​ຊາດ
​ດ້ານ​ຍຸດ​ທະ​ສາດ​ຮ່ວມກັນ ທີ່​ຈະມີໂອກາດ​ເປັນ​ຈິງ" ໃນການ​ເອົາ​ຊະນະ​ພວກ​ຫົວ​ຮຸນ​ແຮງ
​ແລະ​ສີີ້​ນສຸດ​ສົງ​ຄາມ​ກາງ​ເມືອງ ທີ່​ຍັງ​ຄົງຄ້າງ​ມາໃນ​ຊີ​ເຣຍ ​ແຕ່ປີ 2011​ນັ້ນ.

​ໃນດ້ານການ​ປະຕິບັດ​ງານ​ທາງ​ກົດໝາຍທີ່​ຖືກຕ້ອງໃນ​ຊີ​ເຣຍ ຄະນະ​ສະມາຊິກ​ສະພາ
ອ້າງ​ອີງ​ວ່າ ​ໃນ​ຂະນະ​ທີ່ ອີຣັກ​ໄດ້​ເຊື້ອ​ເຊີນ​ກຳລັງແນວໂຮມ​ໂຈມ​ຕີ​ທາງ​ອາກາດ ​ເພື່ອໜູນ
​ຫລັງ​ກຳລັງ​ຮວມປະຕິບັດ​ງານ ຊີເຣຍ​ໄດ້​ພຽງ​ແຕ່​ອະນຸ​ຍາ​ດ​ໃຫ້​ຣັດ​ເຊຍ ບິນ​ຜ່ານ​ຢູ່​ໃນ​ເຂດ​
ນານ​ຟ້າ​ຂອງ​ຕົນ. ຣັດ​ເຊຍ ​ໄດ້​ເລີ້ມ​ປະຕິບັດ​ງານ​ຢູ່​ໃນ​ຊີ​ເຣຍ ​ໃນ​ທ້າຍ​ເດືອນ​ກັນຍາ ຊຶ່ງ​ບາງ​ລາຍ​ງານ​ກ່າວ​ວ່າ ​ເຮັດ​ໃຫ້ມີ​ການ​ສັບສົນ​ຄັດ​ແຍ້​ງ​ເພີ້​ມ​ໄປ​ອີກ ພ້ອມ​ກັບ​ມີ​ການ​ບໍ່​ຂາດ
​ເຂີນ​ບັນດາ​ຜູ້​ເຂົ້າຮວມ ​ແລະ “ປາກົດ​ວ່າ​ຈຳກັດ​ທາງ​ເລືອກ​ໃຫ້​ແກ່​ຄົນ​ອຶ່ນໆ.”

​ໃນ​ປີ 2013 ຄະນະ​ສະມາຊິກ​ຜູ້​ແທນອັງກິດ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ ​ເພື່ອ
​ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່ໃນ​ຊີ​ເຣຍ ​ແລະ​ລາຍ​ງາ​ນ​ໃນ​ວັນ​ອັງຄານ​ມື​ນີ້ ສະ​ເໜີ​ບໍ່
​ໃຫ້​ພະຍາຍາມ​ອີກທີ່​ປາດ​ສະ​ຈາກ​ການ​ຕອບ​ຄຳ​ຖາມ​ທັງ​ໝົດ​ເຈັດ​ຂໍ້. ທັງ​ໝົດ​ຮວມທັງ​ການ​
ບອກ​ເຖິງ​ຈຳນວນ​ທະ​ຫານ​ທາງ​ພາກ​ພື້ນ​ດິນ ​ແລະ​ການ​ຍຶ​ດ​ເອົາ​ເນື້ອ​ທີ່ໃດໆ​ຈາກ ພວກ​ຫົວ
​ຮຸນ​ແຮງລັດ​ອິສລາມ.

XS
SM
MD
LG